ອົງການອະນາໄມໂລກ ຮຽກຮ້ອງເພີ່ມທະວີ ການປ້ອງກັນການແພ່ລະບາດ ພະຍາດອີໂບລາ

01/06/2026 17:22
ຂປລ ເມື່ອບໍ່ດົນມານີ້, ທ່ານ Tedros Adhanom Ghebreyesus ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ (WHO) ໄດ້ຮຽກຮ້ອງໃຫ້ ປະຊາຄົມໂລກ ເພີ່ມທະວີ ການໜູນຊ່ວຍ ແນໃສ່ສະກັດກັ້ນ ການແຜ່ລະບາດ ຂອງໂລກ ລະບາດ ອີໂບລາ ຢ່າງຮ້າຍແຮງ ຢູ່ ກົງໂກ

ຂປລ. ວິທະຍຸກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ທ່ານ Tedros Adhanom Ghebreyesus ຜູ້​ອຳ​ນວຍ​ການ​ໃຫຍ່ ອົງ​ການ​ອະ​ນາ​ໄມ​ໂລກ (WHO) ໄດ້ຮຽກ​ຮ້ອງ​ໃຫ້​ ປະ​ຊາ​ຄົມ​ໂລກ ເພີ່ມ​ທະ​ວີ ​ການ​ໜູນ​ຊ່ວຍ ​ແນ​ໃສ່​ສະ​ກັດ​ກັ້ນ ​ການ​ແຜ່​ລະ​ບາດ​ຂອງ​ໂລກ​ລະ​ບາດ​ ອີໂບລາ ຢ່າງ​ຮ້າຍ​ແຮງ ​ຢູ່ ກົງ​ໂກ, ທ່າມກາງ​ສະ​ພາບ​ການ ທີ່​ຈຳ​ນວ​ນ​ຜູ້​ສົງ​ໄສ​ຕິດ​ເຊື້ອ ແລະ ເສຍ​ຊີ​ວິດ​ສືບ​ຕໍ່​ເພີ່ມ​ຂຶ້ນ.

ໃນ​ການ​ປະ​ຕິ​ບັດ​ງານ​ ຢູ່​ ນະ​ຄອນ ບູເນຍ, ເມືອງ​ເອກ​ແຂວງ ໄອຕູຣີ, ເຂດ​ໃຈ​ກາງ​ຂອງ​ການແພ່​ລະ​ບາດ ​ທີ່ຮ້າຍແຮງ ໃນ​ປັດ​ຈຸ​ບັນ. ເຖິ​ງ​ຢ່າງ​ໃດ​ກໍ​ຕາມ, ທ່ານ ກ່າວ​ເນັ້ນ​ໜັກ​ວ່າ ຕ້ອງ​ມີ​ແຫລ່ງ​ການ​ເງິນ​ ຈາກ ​ບັນ​ດາ​ປະ​ເທດ ກໍ​ຄື ​ການ​ເຂົ້າ​ຮ່ວມ​ຢ່າ​ງ​ຕັ້ງ​ໜ້າ​ ຂອງ ​ປະ​ຊ​າ​ຄົມ​ທ້ອງ​ຖິ່ນ, ລວມ​ມີ​ ຄວາມ​ມາ​ນະ​ ພະ​ຍາ​ຍາມ ​ຕ້ານ​ຂ່າວ​ລື​ ທີ່ບໍ່​ມີ​ມູນ​ຄວາມ​ຈິງ ແລະ ຈິດ​ຕະ​ສາດ​ບໍ່​ເຊື່ອ​ໝັ້ນ​ ຕໍ່​ບັນ​ດາ​ມາດ​ຕະ​ການ ​ທາງ​ການ​ແພດ.

ນອກຈາກນີ້ ທ່ານ Tedros Adhanom Ghebreyesus ກໍ​ຍັງຮຽກ​ຮ້ອງ​ໃຫ້ ​ບັນ​ດາ​ປະ​ເທດ ​ທີ່​ໄດ້​ຈັດ​ວາງ​ຄຳ​ສັ່ງ​ຈຳ​ກັດ ​ການ​ໄປ​ມາ ຫລື ປິດ​ປະ​ຕູ ​ດ່ານ​ຊາຍ​ແດນ ຍ້ອນ​ມີ​ຄວ​າມ​ວິ​ກິດ​ກັງ​ວົນ ​ຕໍ່ ພະຍາດກ​ລະ​ບາດ ອີໂບລາ​ນັ້ນ, ການພິ​ຈາ​ລະ​ຈາ​ຄືນ​ ບັນ​ດາ​ ມາດ​ຕະ​ການ​ນີ້, ພ້ອງ​ທັງ​ເນັ້ນ​ໜັກ​ເຖິງ​ ຄວາມ​ສ່ຽງ​ ເຮັດ​ໃຫ້​ວຽກ​ງານ​ ການຮັບ​ມື​ສັບ​ສົນ​ ຂຶ້ນ​ຕື່ມ ແລະ ກີດ​ກັ້ນ​ ຄວາມ​ໂປ່​ງ​ໃສ, ການ​ຮ່ວມ​ມື​ ທີ່​ຈຳ​ເປັນ ​ເພື່ອ​ຄວບ​ຄຸມ ພະຍາດ​ລະ​ບາດນີ້./

KPL

ຂ່າວອື່ນໆ

ads
ads

Top