ມຽນມາ ເປີດໂຄງການປ່ຽນລົດເກົ່າ ເປັນລົດໄຟຟ້ານໍາເຂົ້າ

01/06/2026 17:22
ຂປລ ກະຊວງການຄ້າ ມຽນມາ ປະກາດໂຄງການໃໝ່ ເປີດທາງໃຫ້ເຈົ້າຂອງລົດເກົ່າ ແລະ ລົດທີ່ບໍ່ສາມາດໃຊ້ງານໄດ້ ປ່ຽນເປັນລົດໄຟຟ້າ (EV) ນໍາເຂົ້າ.

ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ກະຊວງການຄ້າ ມຽນມາ ປະກາດໂຄງການໃໝ່ ເປີດທາງໃຫ້ເຈົ້າຂອງລົດເກົ່າ ແລະ ລົດທີ່ບໍ່ສາມາດໃຊ້ງານໄດ້ ປ່ຽນເປັນລົດໄຟຟ້າ (EV) ນໍາເຂົ້າ.

ໂຄງການດັ່ງກ່າວ ເປັນສ່ວນໜຶ່ງ ຂອງ ຄວາມພະຍາຍາມ ຫລຸດການໃຊ້ນໍ້າມັນເຊື້ອໄຟ ເພີ່ມຄວາມປອດໄພທາງຖະໜົນ ແລະ ຫລຸດມົນລະພິດຕໍ່ສິ່ງແວດລ້ອມ. ໂດຍໂຄງການນີ້ ຄວບຄຸມລົດທີ່ມີອາຍຸເກີນ 20 ປີ, ນັບຈາກປີທີ່ຜະລິດລົດທີ່ບໍ່ສາມາດສ້ອມແປງ ກັບ ມາໃຊ້ງານໄດ້ຢ່າງປອດໄພ ລວມເຖິງ ລົດ ທີ່ມີອາຍຸຕໍ່າກວ່າ 20 ປີ ທີ່ເຈົ້າຂອງສະໝັກໃຈສົ່ງຄືນ. ພາຍໃຕ້ມາດຕະການ ດັ່ງກ່າວ ເຈົ້າຂອງລົດທີ່ຍື່ນເອກະສານ ຮັບຮອງ ການຍົກເລີກທະບຽນລົດ ຈາກກົມການຂົນສົ່ງທາງຖະໜົນ ຈະສາມາດຍື່ນຂໍນໍາເຂົ້າລົດໄຟຟ້າໄດ້ 1 ຄັນ, ໂດຍພິຈາລະນາຕາມປະເພດ ແລະມູນຄ່າຂອງລົດເດີມທີ່ສົ່ງຄືນ. ຂະບວນການ ອະນຸມັດຢູ່ພາຍໃຕ້ ການພິຈາລະນາຂອງຄະນະກຳມະການ ລະດັບຊາດ ດ້ານການພັດ ທະນາລົດໄຟຟ້າ ແລະ ອຸດສາຫະກຳ ທີ່ກ່ຽວຂ້ອງ./

KPL

ຂ່າວອື່ນໆ

ads
ads

Top