ລົດໄຟຟ້າຈີນ ເລີ່ມນຳເຂົ້າຕະຫລາດການາດາ ເປັນຄັ້ງທຳອິດ

29/05/2026 13:54
Email Print 116
ຂປລ ລົດໄຟຟ້າ (EV) ທີ່ຜະລິດ ຢູ່ໃນປະເທດຈີນ ເລີ່ມເຂົ້າສູ່ ຕະຫລາດ ການາດາ ເປັນຄັ້ງທຳອິດ ພາຍໃຕ້ ຂໍ້ຕົກລົງໃໝ່ ລະຫວ່າງ ລັດຖະບານ ການາດາ ແລະ ສປ ຈີນ

ຂປລ.ສຳນັກຂ່າວ ອິນໂຟເຄວສ, ລົດໄຟຟ້າ (EV) ທີ່ຜະລິດ ຢູ່ໃນປະເທດຈີນ ເລີ່ມເຂົ້າສູ່ ຕະຫລາດ ການາດາ ເປັນຄັ້ງທຳອິດ ພາຍໃຕ້ ຂໍ້ຕົກລົງໃໝ່ ລະຫວ່າງ ລັດຖະບານ ການາດາ ແລະ ສປ ຈີນ ພາຍຫລັງ ທ່ານ ມາກຄານີ (Mark Carney), ນາຍົກລັດຖະມົນຕີ ການາດາ ໄດ້ບັນລຸຂໍ້ຕົກລົງດັ່ງກ່າວກັບ ທ່ານ ສີ ຈິ້ນຜີງ ປະທານປະເທດຈີນ ໃນລະຫວ່າງ ການຢ້ຽມຢາມ ສປ ຈີນ ໃນຕົ້ນປີນີ້ ໂດຍມີ ການນຳເຂົ້າ ລົດໄຟຟ້າ (EV) ໄດ້ເຖິງ 49.000 ຄັນ ຈາກ ສປ ຈີນ ພາຍໃນໄລຍະເວລາ 12 ເດືອນ, ໂດຍມີ ອັດຕາເກັບພາສີນຳເຂົ້າ ພຽງແຕ່ 6%  ຊຶ່ງຫລຸດລົງ ຈາກອັດຕາເກັບ ກ່ອນໜ້ານີ້ ທີ່ສູງກວ່າ 100%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top