ອັດຕາການວ່າງງານໃນຍີ່ປຸ່ນ ຫລຸດລົງເຫລືອ 2,5%

29/05/2026 13:32
Email Print 108
ຂປລ ອັດຕາການວ່າງງານ ໃນເດືອນເມສາ ໄດ້ຫລຸດລົງເຫລືອ 2.5% ຈາກ 2.7% ໃນເດືອນມີນາ, ເຊິ່ງສະທ້ອນໃຫ້ເຫັນເຖິງ ການຟື້ນຕົວ ຂອງຕະຫລາດ ແຮງງານຍີ່ປຸ່ນ ເປັນຄັ້ງທຳອິດ ໃນຮອບສອງເດືອນຜ່ານມາ.ຈຳນວນຜູ້ມີວຽກເຮັດ ງານທຳເພີ່ມ ຂຶ້ນ 0,9% ມາເປັນ 68,76 ລ້ານຄົນ ຫລັງຈາກ ການປັບຕົວ ຕາມລະດູການ.

ຂປລ.ສຳນັກຂ່າວ ອິນໂຟເຄວສ,ກະຊວງກິດຈະການ ພາຍໃນ ແລະ ການສື່ສານ ຂອງຍີ່ປຸ່ນ ໄດ້ປະກາດ ໃນວັນທີ 29 ພຶດສະພານີ້ວ່າ: ອັດຕາການວ່າງງານ ໃນເດືອນເມສາ ໄດ້ຫລຸດ ລົງເຫລືອ 2.5% ຈາກ 2.7% ໃນເດືອນມີນາ, ເຊິ່ງສະທ້ອນໃຫ້ເຫັນເຖິງ ການຟື້ນຕົວ ຂອງຕະຫລາດ ແຮງງານຍີ່ປຸ່ນ ເປັນຄັ້ງທຳອິດ ໃນຮອບສອງເດືອນຜ່ານມາ.ຈຳນວນຜູ້ມີວຽກເຮັດ ງານທຳ ເພີ່ມຂຶ້ນ 0,9% ມາເປັນ 68,76 ລ້ານຄົນ ຫລັງຈາກ ການປັບຕົວ ຕາມລະດູການ. ສ່ວນໃນກຸ່ມ ຜູ້ວ່າງງານ ມີຜູ້ທີ່ຖືກເລີກຈ້າງ 430.000 ຄົນ. ໃນຂະນະທີ່ 790.000 ຄົນ ລາອອກ ໂດຍສະໝັກໃຈ, ສ່ວນໃຫຍ່ ແມ່ນເພື່ອຊອກຫາເງື່ອນໄຂ ການເຮັດວຽກທີ່ດີກວ່າ. ໂດຍຕົວເລກທັງສອງກຸ່ມນີ້ ບໍ່ມີການປ່ຽນແປງຈາກເດືອນມີນາ.ປັດຈຸບັນ ຈຳນວນຄົນທີ່ເລີ່ມຕົ້ນເຮັດວຽກໃໝ່ ຫລຸດລົງ 10,9% ມາຢູ່ທີ່ 490.000 ຄົນ. ສະຖານະການ ການຈ້າງງານຂອງຍີ່ປຸ່ນ ຍັງຄົງເຂັ້ມແຂງ ໂດຍຄາດວ່າ ຈະມີແຮງງານ ຈຳນວນຫລວງຫລາຍ ປ່ຽນວຽກເຮັດ ໃນຕົ້ນປີງົບປະມານໃໝ່ ໃນເດືອນເມສາ. ຜູ້ທີ່ເຄີຍວ່າງງານ ພວມກັບຄືນສູ່ ຕະຫລາດແຮງງານ ເປັນຄັ້ງທຳອິດ. ຂະນະດຽວກັນ, ອັດຕາສ່ວນຕຳແໜ່ງງານງານວ່າງ ຕໍ່ຜູ້ສະໝັກໃນເດືອນເມສາ ຜ່ານມາ ຍັງຄົງບໍ່ປ່ຽນແປງ ລະດັບ 1,18 ເທົ່າ ບໍ່ປ່ຽນແປງຈາກເດືອນມີນາ, ຊຶ່ງໝາຍຄວາມວ່າ ມີຕຳແໜ່ງງານວ່າງ 118 ຕຳແໜ່ງ ຕໍ່ຜູ້ຊອກວຽກເຮັດທຸກໆ 100 ຄົນ.ນອກຈາກນີ້, ກະຊວງດັ່ງກ່າວ ຍັງໄດ້ລະບຸວ່າ ໃນ 11 ຂະແໜງທຸລະກິດ, ການສຶກສາ ແລະ ການຜະລິດ ມີຕຳແໜ່ງງານວ່າງ ເພີ່ມຂຶ້ນໃນແຕ່ລະປີ, ເພີ່ມຂຶ້ນ 1.5% ແລະ 1.2% ຕາມລຳດັບ. ຂະນະທີ່ ສ່ວນທີ່ເຫລືອ ລາຍງານຕົວເລກ ທີ່ຫລຸດລົງ, ນຳໂດຍ ພາກການຄ້າສົ່ງອອກ ແລະ ຂາຍຍ່ອຍ ທີ່ປັບຕົວຫລຸດລົງ 11%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top