ຂປລ
ອົງການ ສິ່ງແວດລ້ອມ ແຫ່ງຊາດ ສິງກະໂປ (NEA) ໄດ້ປະກາດ ມາດຕະການໃໝ່ ເພື່ອຄວບຄຸມ ການປ່ອຍອາຍພິດ ເຮືອນແກ້ວ ຈາກອຸປະກອນ ເຮັດຄວາມເຢັນ ແລະ ເຄື່ອງປັບອາກາດ, ມີຜົນບັງຄັບໃຊ້ ໃນວັນທີ 1 ກໍລະກົດ 2027.
ຂປລ.ສຳນັກຂ່າວ ຊິນຮວາຂອງ ສປ ຈີນ, ອົງການ ສິ່ງແວດລ້ອມ ແຫ່ງຊາດ ສິງກະໂປ (NEA) ໄດ້ປະກາດ ມາດຕະການໃໝ່ ເພື່ອຄວບຄຸມ ການປ່ອຍອາຍພິດ ເຮືອນແກ້ວ ຈາກອຸປະກອນ ເຮັດຄວາມເຢັນ ແລະ ເຄື່ອງປັບອາກາດ, ມີຜົນບັງຄັບໃຊ້ ໃນວັນທີ 1 ກໍລະກົດ 2027. ມາດຕະການນີ້ ຂະຫຍາຍ ລະບຽບການ ທີ່ມີຢູ່ແລ້ວ ໃຫ້ກວມເອົາລະບົບເຮັດຄວາມເຢັນ ທາງການຄ້າ ແບບລວມສູນ, ເຄື່ອງປັບອາກາດໃນລົດໂດຍສານ ແລະ ລົດຂົນສົ່ງຂະໜາດນ້ອຍ, ເຊິ່ງເປັນສ່ວນໜຶ່ງ ຂອງຄວາມພະຍາຍາມ ເພື່ອສະໜັບ ສະໜູນເປົ້າໝາຍ ດ້ານສະພາບອາກາດປີ 2030 ຂອງສິງກະໂປ ແລະ ສູ້ຊົນໃຫ້ບັນລຸ ການປ່ອຍອາຍພິດ ຄາບອນ ໃຫ້ເປັນສູນ ພາຍໃນປີ 2050./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL