ຂປລ
ທ່ານ ຫວາງຢີ້ ກຳມະການ ກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມ “ໜ່ວຍງານເພື່ອນມິດ ໃນການບໍລິຫານ ທົ່ວໂລກ” ຢູ່ສຳນັກງານໃຫຍ່ ອົງການ ສະຫະປະຊາຊາດ ທີ່ນະຄອນນິວຢອກ ຂອງ ສ.ອາເມລິກາ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 28 ພຶດສະພານີ້, ທ່ານ ຫວາງຢີ້ ກຳມະການ ກົມການເມືອງສູນກາງພັກກອມມູນິດຈີນ, ລັດຖະມົນຕີ ກະຊວງການຕ່າງປະເທດຈີນ ໄດ້ເຂົ້າຮ່ວມກອງປະຊຸມ “ໜ່ວຍງານເພື່ອນມິດ ໃນການບໍລິຫານ ທົ່ວໂລກ” ຢູ່ສຳນັກງານໃຫຍ່ ອົງການ ສະຫະປະຊາຊາດ ທີ່ນະຄອນນິວຢອກ ຂອງ ສ.ອາເມລິກາ.ຈາກນັ້ນ ທ່ານ ຫວາງຢີ້ ເນັ້ນໜັກວ່າ: ສປ ຈີນ ສະເໜີທິດທາງ 9 ຂໍ້ ສຳລັບການປະຕິຮູບ ການບໍລິຫານທົ່ວໂລກ, ສປ ຈີນ ສະເໜີທິດທາງປະຕິຮູບ 9 ຂໍ້, ຄື: ໜຶ່ງ, ຊຸກຍູ້ການປະຕິຮູບ ອົງການສະຫະປະຊາຊາດ ເພື່ອເພີ່ມທະວີ ປະສິດທິພາບ, ສອງ, ເພີ່ມອຳນາດ ແລະ ຄວາມສາມາດ ຂອງສະພາຄວາມໝັ້ນຄົງ, ສາມ, ຊຸກຍູ້ການເຄື່ອນໄຫວ ຮັກສາສັນຕິພາບ ໃຫ້ສອດຄ່ອງກັບການປ່ຽນແປງ ຂອງຍຸກສະໄໝ, ສີ່, ເຕົ້າໂຮມຄວາມຮັບຮູ້ ທີ່ເປັນເອກະພາບກັນ ໃນສາກົນເພື່ອເລັ່ງການພັດທະນາ, ຫ້າ, ປັບປຸງທິດທາງການບໍລິຫານ ສິດທິມະນຸດສາກົນ, ຫົກ, ລົງເລິກການປະຕິຮູບ ລະບົບເສດຖະກິດ ແລະ ການເງິນ, ເຈັດ, ສ້າງລະບຽບການຄຸ້ມຄອງ ປັນຍາປະດິດ, ແປດ, ເພີ່ມທະວີ ການບໍລິຫານ ຂົງເຂດໃໝ່ ເຊັ່ນ: ອິນເຕີເນັດ, ອະວະກາດ ແລະ ອື່ນໆ, ເກົ້າ, ຊຸກຍູ້ການແລກປ່ຽນອະລິຍະທຳ, ບັນລຸຄວາມປອງດອງ ກວມລວມ ແລະ ຖອດຖອນບົດຮຽນ ເຊິ່ງກັນ ແລະ ກັນ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL