ຂປລ
ເດັກນ້ອຍເຍົາວະຊົນຄື ອະນາຄົດຂອງປະເທດຊາດ, ຄືຄວາມຫວັງຂອງຊາດ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ມີຄວາມຫ່ວງໃຍ ສະເໝີ.

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ເດັກນ້ອຍເຍົາວະຊົນຄື ອະນາຄົດຂອງປະເທດຊາດ, ຄືຄວາມຫວັງຂອງຊາດ. ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍທັງຫຼາຍເປັນສິ່ງທີ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ມີຄວາມຫ່ວງໃຍ ສະເໝີ. ກ່ອນວັນເດັກນ້ອຍສາກົນ ທີ 1 ມິຖຸນາ ໃກ້ຈະໝູນວຽນມາເຖິງ, ເຊິ່ງເປັນວັນເດັກນ້ອຍສາກົນຄັ້ງທຳອິດ ພາຍຫລັງກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ 18 ຂອງພັກກອມມູນິດຈີນ, ທ່ານ ສີຈິ້ນຜິງ ທີ່ຫາກໍ່ໄດ້ຂຶ້ນດຳລົງຕຳແໜ່ງ ເປັນເລຂາທິການໃຫຍ່ ຄະນະກຳມະການສູນກາງພັກກອມມູນິດຈີນ ໄດ້ເດີນທາງໄປຢ້ຽມຢາມ ວັງເຍົາວະຊົນ ນະຄອນຫລວງປັກກິ່ງ ແລະ ສົ່ງຄຳອວຍພອນອັນປະເສີດ ໄປເຖິງເດັກນ້ອຍເຍົາວະຊົນ ຈຳນວນມະຫາສານ ໃນທົ່ວປະເທດຈີນ ໃນນາມ “ເພື່ອນມິດໃຫຍ່” ຄົນໜຶ່ງ. ຢູ່ສະຖານທີ່ຈັດກິດຈະກຳ ມີຕົ້ນໄມ້ຕົ້ນໜຶ່ງ ທີ່ມີບັດລະບຸຄວາມມຸ່ງຫວັງ ຫ້ອຍເຕັມຕົ້ນ. ເດັກນ້ອຍເຍົາວະຊົນ ທີ່ມາຈາກເຂດຖານທີ່ໝັ້ນ ຂອງການປະຕິວັດ, ເດັກເຝົ້າເຮືອນ ໃນບ້ານຊົນນະບົດ ເນື່ອງຈາກພໍ່ແມ່ໄປເຮັດວຽກຢູ່ຕ່າງຖິ່ນ ແລະອື່ນໆ ໄດ້ຫຸ້ມອ້ອມໂຕ ທ່ານ ສີ ຈິ້ນຜິງ ເພື່ອເລົ່າຄວາມມຸ່ງຫວັງ ຂອງຕົນສູ່ເພິ່ນຟັງ. ທ່ານ ສີຈິ້ນຜິງ ງຶກຫົວ ແລະ ຕອບຮັບດ້ວຍຮອຍຍີ້ມ ພ້ອມທັງ ບອກເດັກໆທັງຫລາຍວ່າ: “ຄວາມມຸ່ງຫວັງ ຂອງຂ້າພະເຈົ້າ ໃນນະທີ່ນີ້ ຄືພວກຫລານ ຕ່າງຈະສົມຫວັງດັ່ງໃຈ ປາຖະໜາ” ທ່ານ ສີຈິ້ນຜິງ ຍັງກ່າວເນັ້ນໜັກວ່າ: “ພວກຫລານເຕີບໃຫຍ່ໄດ້ດີກວ່າເກົ່າ ຄືຄວາມມຸ່ງຫວັງອັນໃຫຍ່ທີ່ສຸດ ຂອງພວກເຮົາ.” ເດັກນ້ອຍເຕີບໃຫຍ່ ໄດ້ດີກວ່າເກົ່າ ແມ່ນຢູ່ນຳການປູກຈິດສຳນຶກ ນ້ຳໃຈຮັກຊາດ ມາແຕ່ເຍົາໄວ. ທ່ານ ສີ ຈິ້ນຜິງ ໃຫ້ຄວາມສຳຄັນ ຕໍ່ວຽກງານການປູກຈິດ ສຳນຶກ ນ້ຳໃຈຮັກຊາດ ໃຫ້ແກ່ ເດັກນ້ອຍເຍົາວະຊົນ ມາໂດຍຕະຫລອດ. ໃນໂອກາດພົບປະໂອ້ລົມ ກັບເດັກນ້ອຍເຍົາວະຊົນ,ເພິ່ນໄດ້ໃຫ້ຄຳສັ່ງສອນຕ່າງໆເຊັ່ນ: “ພຶດຕິກຳ ສາມຂວບບອກນິໄສ ໄດ້ຮອດເຖົ້າ, ພວກເຮົາອົບຮົມບົ່ມສອນ ລັດທິຮັກຊາດ ກໍແມ່ນເລີ່ມຈາກ ເຍົາໄວເຊັ່ນດຽວກັນ”, “ອຸດົມການສຳຄັນທີ່ສຸດ ໃນຊີວິດ ກໍຄວນຕິດພັນກັບ ປະເທດຊາດ ແລະປະຊາຊົນຢ່າງແໜ້ນແຟ້ນ”, ຊຶ່ງສາມາດເວົ້າໄດ້ວ່າ ຄຳສັ່ງສອນອັນຈິງໃຈນີ້ ໄດ້ຊີ້ນຳໃຫ້ເດັກນ້ອຍເຍົາວະຊົນ ເລືອກເສັ້ນທາງຊີວິດທີ່ຖືກຕ້ອງ ແລະ ຢ່າງບາດກ້າວທຳອິດໃຫ້ດີ. ເດັກນ້ອຍເຕີບໃຫຍ່ ໄດ້ດີກວ່າເກົ່າ ແມ່ນຢູ່ນຳການຮ່ຳຮຽນເພື່ອຍົກສຸງລະດັບຈິດໃຈ ການອອກກຳລັງກາຍ ເພື່ອຍົກສູງຄຸນນະພາບ ດ້ານຮ່າງກາຍ. ການເຕີບໃຫຍ່ ຢ່າງມີສຸຂະພາບເຂັ້ມແຂງ ແລະ ພັດທະນາຢ່າງຮອບດ້ານ ຂອງເດັກນ້ອຍເຍົາວະຊົນຄື ຄວາມຫ່ວງໃຍ ທີ່ອ່ອນໂຍນທີ່ສຸດ ຢູ່ໃນໃຈຂອງ ທ່ານ ສີ ຈິ້ນຜິງ. ໃນໄລຍະລົງເຄື່ອນໄຫວຢ້ຽມຢາມ ຢູ່ທ້ອງຖິ່ນ, ເພິ່ນໄດ້ເອົາໃຈໃສ່ວ່າ ອາຫານການກິນ ຂອງເດັກນ້ອຍຢູ່ໂຮງຮຽນດີ ຫລື ບໍ່? ນະໂຍບາຍອາຫານທ່ຽງ ຕາມຫລັກໂພຊະນາການ ສຳລັບ ນັກຮຽນໄດ້ຮັບການປະຕິບັດຄືແນວໃດແລ້ວ? ນອກນີ້, ເພິ່ນຍັງໄດ້ເອົາໃຈໃສ່ ເປັນພິເສດຕໍ່ການພັດທະນາຮອບ ດ້ານທັງຄຸນສົມບັດ ປັນຍາ ສິລະປະ ພະລະ ແລະແຮງງານຂອງເດັກນ້ອຍ, ເພິ່ນເນັ້ນໜັກວ່າ: “ຕ້ອງຍຶດໝັ້ນຖືຄຸນສົມບັດສຶກສາໄປກ່ອນ”, “ປຸກລະດົມໃຫ້ເດັກນ້ອຍທັງຫລາຍມາອອກກຳລັງກາຍ”,“ເມື່ອອອກກຳລັງກາຍໃຫ້ຫລາຍຂຶ້ນ, ເດັກຕຸ້ຍ ແລະ ເດັກໃສ່ແວ່ນຕາກໍຈະຫຼຸດໜ້ອຍລົງ.” ເດັກນ້ອຍເຕີບໃຫຍ່ໄດ້ດີກວ່າເກົ່າ ຍັງຢູ່ນຳການສ້າງເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ ການເຕີບໃຫຍ່ຢ່າງເຂັ້ມແຂງຂອງເດັກນ້ອຍເຍົາວະຊົນ. ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: “ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ກໍຄື ວົງການຕ່າງໆໃນສັງຄົມ ລ້ວນແຕ່ຕ້ອງໃຫ້ຄວາມສຳຄັນ ຕໍ່ວຽກງານການບົ່ມເພາະ ແລະ ສ້າງອະນາຄົດ, ເອົາໃຈໃສ່ ແລະ ຮັກແພງເດັກນ້ອຍເຍົາວະຊົນ.” ພາຍໃຕ້ການເອົາໃຈໃສ່ຊຸກຍູ້ຂອງທ່ານ ສີ ຈິ້ນຜິງ, ທ້ອງຖິ່ນຕ່າງໆແລະພາກສ່ວນຕ່າງໆຂອງຈີນ ໄດ້ສຸມໃສ່ສະໜອງການປົກປັກຮັກສາ ຢ່າງຮອບດ້ານ ໃຫ້ແກ່ ເດັກນ້ອຍເຍົາວະຊົນ ໄດ້ເຕີບໃຫຍ່ຢ່າງເຂັ້ມແຂງ, ການຄ້ຳປະກັນດ້ານນະໂຍບາຍ ແລະລະບຽບການໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ. ໄດ້ຊຸກຍູ້ການກໍ່ສ້າງລະບົບການສຶກສາດ້ານທິດສະດີການເມືອງ-ແນວຄິດແບບເຊື່ອມໂຍງກັບໂຮງຮຽນປະຖົມ, ມັດທະຍົມ ແລະ ສະຖາບັນການສຶກສາຊັ້ນສູງ, ເພື່ອສ້າງຄ່ານິຍົມອັນຖືກຕ້ອງໃຫ້ແກ່ເດັກນ້ອຍທັງຫລາຍປານກັບ “ເໜັບກະດຸມເມັດທຳອິດໃນຊີວິດໃຫ້ດີ”; ເຂດທົດລອງການສຶກສາວິທະຍາສາດ, ໂຮງຮຽນທົດລອງ ການສຶກສາ ວິທະຍາສາດຊັ້ນປະຖົມ ແລະ ມັດທະຍົມໄດ້ປົກຄຸມຕົວເມືອງ ແລະ ຊົນນະບົດໃນທົ່ວປະເທດ, ເພື່ອນຳພາເດັກນ້ອຍທັງຫຼາຍຕັ້ງຄວາມຝັນແຫ່ງວິທະຍາສາດ; ຈາກການຈັດວິຊາຮຽນກິລາມື້ລະໂມງຮຽນຮອດການຈັດເວລາພັກຜ່ອນຂັ້ນໂມງຮຽນ 15 ນາທີ, ເຮັດໃຫ້ເດັກນ້ອຍທັງຫຼາຍໄດ້ອອກກຳລັງກາຍຢ່າງເບີກບານມ່ວນຊື່ນ; ຈາກການຕັ້ງໜ້າຂະຫຍາຍຫລັັກສູດ ສິລະປະສຶກສາ ຮອດ ການຈັດຕັ້ງກິດຈະກຳການສະແດງສິລະປະ, ເພື່ອຫລໍ່ລ້ຽງຈິດໃຈຂອງເດັກນ້ອຍທັງຫລາຍ; ການອອກແຮງງານໄດ້ກາຍເປັນວິຊາບັງຄັບ, ເພື່ອປູກຈິດສຳນຶກການສົ່ງເສີມການອອກແຮງງານ ແລະ ເຄົາລົບການອອກແຮງງານຕັ້ງແຕ່ຍັງນ້ອຍ. ນັບແຕ່ປີ 2012 ເປັນຕົ້ນມາ, ສູນກາງພັກຄອມມູນິດຈີນ ໄດ້ຈັດເອົາການປະຕິບັດຫລັກການ ຖືເດັກນ້ອຍເປັນບຸລິມະສິດ ເຂົ້າໃນສະພາບລວມຂອງວຽກງານພັກ ແລະລັດຖະບານ ເພື່ອຊຸກຍູ້ປະຕິບັດເປັນເອກະພາບກັນ, ປັບປຸງລະບົບລະບຽບກົດໝາຍໃຫ້ສົມບູນຂຶ້ນ, ເຜີຍແຜ່ແຜນການແຫ່ງຊາດ ສະບັບຕ່າງໆເຊັ່ນ: ແຜນການພັດທະນາ ເດັກນ້ອຍຈີນ (2021—2030) ແຜນການສ້າງປະເທດໃຫ້ເຂັ້ມແຂງດ້ານການສຶກສາ(2024—2035)ເປັນຕົ້ນ, ປັບປຸງກົດໝາຍຕ່າງໆ ເປັນຕົ້ນແມ່ນ ກົດໝາຍວ່າດ້ວຍການປົກປ້ອງຄົນທີ່ບໍ່ທັນເຕັມກະສຽນອາຍຸ,ກົດໝາຍ ວ່າດ້ວຍການປ້ອງກັນ ອາຊະຍາກຳຂອງຄົນ ທີ່ບໍ່ທັນເຕັມກະສຽນອາຍຸ ແລະອື່ນໆ ເພື່ອສ້າງເຄືອຂ່າຍ ປ້ອງກັນຄວາມປອດໄພ ຂອງເດັກນ້ອຍທັງຫລາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL