ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ.

ຂປລ. ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 20 ພຶດສະພານີ້ ຢູ່ຫໍສະພາ ປະຊາຊົນ ທີ່ນະຄອນຫລວງປັກກິ່ງຂອງ ສປ ຈີນ, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີຣັດເຊຍ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ທາງລັດຖະກິດ.ໂອກາດນີ້,ປະມຸກລັດສອງປະເທດ ໄດ້ເຫັນດີ ເປັນເອກະພາບກັນໃຫ້ຂະ ຫຍາຍ ເວລາການນໍາໃຊ້ຂອງ “ສົນທິສັນຍາ ວ່າດ້ວຍບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມື ມິດຕະພາບຈີນ-ຣັດເຊຍ”.ທ່ານ ສີ ຈິ້ນຜິງ ຊີ້ໃຫ້ເຫັນວ່າ: ປີນີ້ແມ່ນປີສ້າງຕັ້ງສາຍພົວພັນ ຄູ່ຮ່ວມປະສານ ງານຍຸດທະສາດ ຮອບດ້ານ ລະຫວ່າງ ສປ ຈີນ-ຣັດເຊຍ ຄົບຮອບ 30 ປີ, ການເຊັນ “ສົນທິສັນຍາວ່າດ້ວຍ ບ້ານໃກ້ເຮືອນຄຽງທີ່ດີ ແລະ ການຮ່ວມມືມິດຕະພາບຈີນ-ຣັດເຊຍ” ຄົບຮອບ 25 ປີ. ໃນຖານະເປັນປະເທດສະມາຊິກສະພາ ຄວາມໝັ້ນຄົງ ອົງການສະຫະປະຊາຊາດ ແລະ ປະເທດໃຫຍ່ທີ່ສໍາຄັນຂອງໂລກ, ຈີນ ແລະ ຣັດເຊຍ ຄວນສຸມໃສ່ຍຸດທະສາດໄລຍະຍາວ, ຊຸກຍູ້ການພັດທະນາ ແລະ ຄວາມຈະເລີນຮຸ່ງເຮືອງຂອງກັນແລະກັນດ້ວຍການປະສານງານຍຸດທະສາດຮອບດ້ານລະຫວ່າງ ສປ ຈີນ-ຣັດເຊຍ ທີ່ມີຄຸນນະພາບສູງກວ່າເກົ່າ ເພື່ອຊຸກຍູ້ການສ້າງລະບົບບໍລິຫານທົ່ວໂລກ ທີ່ມີຄວາມຍຸຕິທຳ ແລະ ສົມເຫດສົມຜົນກວ່າເກົ່າ. ທ່ານ ສີ ຈິ້ນຜິງ ໄດ້ເນັ້ນໜັກວ່າ: ສອງຝ່າຍ ຄວນເພີ່ມທະວີ ການວາງແຜນການຮ່ວມມື ຄົບວົງຈອນ, ຊຸກຍູ້ໃຫ້ການຮ່ວມມືຕົວຈິງ ໃນຂົງເຂດເສດຖະກິດການຄ້າ, ການລົງທຶນ, ຊັບພະຍາກອນ ພະລັງງານ, ຄົມມະນາຄົມຂົນສົ່ງ ແລະ ການປະດິດສ້າງໃໝ່ ດ້ານວິທະຍາສາດ ເຕັກໂນໂລຊີ ມີຄຸນນະພາບກວ່າເກົ່າ ແລະ ມີລະດັບສູງກວ່າເກົ່າ, ສ້າງພະລັງຂັບເຄື່ອນໃໝ່ດ້ວຍກຳລັງການຜະລິດໃນຄຸນນະພາບໃໝ່.ຄວນລົງເລິກການປະສານງານຫລາຍຝ່າຍ,ຮັດແໜ້ນ ການປະສານງານ ແລະ ການຮ່ວມມື ໃນຂອບຫລາຍຝ່າຍ ເຊັ່ນ: ອົງການ ສະຫະ ປະຊາຊາດ, ອົງການຮ່ວມມືຊຽງໄຮ້, ບຣິກສ ແລະອື່ນໆ, ຍຶດໝັ້ນປົກປ້ອງລະບຽບສາກົນ ຫລັງສົງຄາມໂລກ ຄັ້ງທີ 2 ແລະ ອຳນາດ ຂອງກົດໝາຍສາກົນ, ສາມັກຄີກັບບັນດາປະເທດເຂດໂລກໃຕ້ ແລະ ນຳພາການປະຕິຮູບ ລະບົບການບໍລິຫານທົ່ວໂລກ ກ້າວໄປສູ່ທິດທາງທີ່ຖືກຕ້ອງ. ໃນໂອກາດນີ້ ທ່ານ ວະລາດິເມຍ ປູຕິນ ກ່າວວ່າ: ການຮ່ວມມື ລະຫວ່າງ ຣັດເຊຍ- ສປ ຈີນ ແມ່ນປັດໄຈໝັ້ນທ່ຽງທີ່ສຳຄັນ ສຳລັບ ສະຖານະການສາກົນ ທີ່ປັ່ນປ່ວນວຸ່ນວາຍ. ຣັດເຊຍ ຍິນດີຮ່ວມກັບ ສປ ຈີນ ສືບຕໍ່ເພີ່ມທະວີການປະສານງານໃນຂອບຫລາຍຝ່າຍ, ສະໜັບສະໜູນ ສປ ຈີນ ເປັນເຈົ້າພາບ ຈັດກອງປະຊຸມ ບໍ່ເປັນທາງການ ຂອງຜູ້ນຳອົງການຮ່ວມມືເສດຖະກິດ ພາກພື້ນອາຊີ-ປາຊີຟິກ ຫລື APEC, ປົກປ້ອງອຳນາດ ຂອງອົງການ ສະຫະປະຊາຊາດ, ສົ່ງເສີມຄວາມຫລາກຫລາຍ ດ້ານອະລິຍະທຳ, ຊຸກຍູ້ໃຫ້ລະບຽບສາກົນ ມີຄວາມຍຸຕິທຳ ແລະ ສະເໝີພາບກວ່າເກົ່າ.ປະມຸກລັດສອງປະເທດ ຍັງໄດ້ແລກປ່ຽນຄວາມເຫັນກ່ຽວກັບສະຖານະການໃນພາກພື້ນຕາເວັນອອກກາງ ລວມທັງບັນຫາສາກົນແລະພາກພື້ນທີ່ສຳຄັນອື່ນໆ.ຫລັງຈາກ ການພົບປະ, ປະມຸກລັດສອງປະເທດຈີນ-ຣັດເຊຍ ໄດ້ຮ່ວມກັນລົງນາມໃນ “ຖະແຫຼງການຮ່ວມ ລະຫວ່າງ ສປ ຈີນ ແລະ ສະຫະພັນ ຣັດເຊຍ ກ່ຽວກັບ ການເພີ່ມທະວີ ການປະສານງານທາງຍຸດທະສາດຮອບດ້ານ ແລະ ລົງເລິກການຮ່ວມມື ມິດຕະພາບ ຖານບ້ານໃກ້ເຮືອນຄຽງທີ່ດີ” ພ້ອມທັງເປັນສັກຂີພິຍານໃນການລົງນາມເອກະສານຮ່ວມມື 20 ສະບັບ ໃນຂົງເຂດເສດຖະກິດການຄ້າ, ການສຶກສາ ແລະ ວິທະຍາສາດເຕັກໂນໂລຊີລະຫວ່າງສອງຝ່າຍ.ໃນໄລຍະການຢ້ຽມຢາມ, ສອງຝ່າຍໄດ້ອອກ “ຖະແຫລງການຮ່ວມ ລະຫວ່າງ ສປ ຈີນ ແລະ ຣັດເຊຍ ກ່ຽວກັບ ການສົ່ງເສີມ ການສ້າງໂລກ ທີ່ມີຫລາຍຂົ້ວ ແລະ ການພົວພັນສາກົນແບບໃໝ່”./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL