ຂປລ
ອັດຕາແລກປ່ຽນຕໍ່ເງິນໂດລາສະຫະລັດ ຂອງເງິນຣູເປຍອິນໂດເນເຊຍ ໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງໃນຫລາຍວັນ ຜ່ານມາ.
ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຂໍ້ມູນອັດຕາແລກປ່ຽນ ທີ່ທະນາຄານກາງ ອິນໂດເນເຊຍ ເປີດເຜີຍສະແດງໃຫ້ເຫັນວ່າ: ອັດຕາແລກປ່ຽນຕໍ່ເງິນໂດລາສະຫະລັດ ຂອງເງິນຣູເປຍອິນໂດເນເຊຍ ໄດ້ຕົກຕ່ຳລົງຢ່າງຕໍ່ເນື່ອງ ໃນຫລາຍວັນ ຜ່ານມາ. ໃນມື້ນັ້ນ, ຄ່າເງິນຣູເປຍ ໄດ້ຫຼຸດລົງມາ ຢູ່ປະມານ 17.600 ຣູເປຍ ຕໍ່ໂດລາສະຫະລັດ ເຊິ່ງເປັນຈຸດຕ່ຳສຸດໃນປະຫວັດສາດ ແລະ ຄວາມກົດດັນເງິນເຟີ້ ຂອງເງິນຣູເປຍ ໄດ້ເພີ່ມສູງຂຶ້ນ ຢ່າງຕໍ່ເນື່ອງ. ນັກວິເຄາະຕະຫລາດຊີ້ໃຫ້ເຫັນວ່າ: ເງິນໂດລາສະຫະລັດ ແຂງຄ່າຂຶ້ນຢ່າງຕໍ່ເນື່ອງ, ການໄຫລວຽນຂອງທຶນສາກົນ ທີ່ເພີ່ມຂຶ້ນເຂົ້າສູ່ຊັບສິນ ເງິນໂດລາ ແລະ ລາຄານ້ຳມັນສາກົນ ເພີ່ມສູງຂຶ້ນ, ເຮັດໃຫ້ທຶນຕ່າງປະເທດໄຫລອອກ ຈາກຕະຫລາດ ອິນໂດເນເຊຍ ຢ່າງຕໍ່ເນື່ອງ ເຮັດໃຫ້ຕະຫລາດການເງິນຂອງອິນໂດເນເຊຍ ມີຄວາມວຸ້ນວາຍຂຶ້ນຕື່ມ ແລະ ສົ່ງແຮງກົດດັນຕໍ່ ເສດຖະກິດ ຫລາຍຂຶ້ນໃນອະນາຄົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL