ຄະນະລັດຖະບານໄທຕົກລົງຍົກເລີກນະໂຍບາຍຍົກເວັ້ນວີຊາເຂົ້າເມືອງ 60 ວັນ

20/05/2026 17:29
Email Print 511
ຂປລ ຄ​ະ​ນະ​ລັດ​ຖະ​ບານ​ໄທ ​ໄດ້​ອະ​ນຸ​ມັດ​ ການ​ຍົກ​ເລີກ ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີ​ຊາ​ ເຂົ້າ​ເມືອງ 60 ວັນ ​ສຳ​ລັບ​ ພົນ​ລະ​ເມືອງ 90 ກວ່າ​ປະ​ເທດ ແລະ ​ກັບ​ໄປຟື້ນ​ຟູ​ ມາດ​ຕະ​ຖານ ​ການ​ເຂົ້າ​ເມືອງ ​ໃນ​ເມື່ອ​ກ່ອນ ​ເຊິ່ງ​ປົກ​ກະ​ຕິ​ແລ້ວ​ ໄດ້​ອະ​ນຸ​ຍາດ​ ໃຫ້​ເຂົ້າ​ເມືອງ​ໂດ​ຍຍົກ​ເວັ້ນ​ວີ​ຊາ 30 ວັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ສື່ມວນ​ຊົນ​ໄທ ​ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ: ຄ​ະ​ນະ​ລັດ​ຖະ​ບານ​ໄທ ​ໄດ້​ອະ​ນຸ​ມັດ​ ການ​ຍົກ​ເລີກ ​ນະ​ໂຍ​ບາຍ ​ຍົກ​ເວັ້ນ​ວີ​ຊາ​ ເຂົ້າ​ເມືອງ 60 ວັນ ​ສຳ​ລັບ​ ພົນ​ລະ​ເມືອງ 90 ກວ່າ​ປະ​ເທດ ແລະ ​ກັບ​ໄປຟື້ນ​ຟູ​ ມາດ​ຕະ​ຖານ ​ການ​ເຂົ້າ​ເມືອງ ​ໃນ​ເມື່ອ​ກ່ອນ ​ເຊິ່ງ​ປົກ​ກະ​ຕິ​ແລ້ວ​ ໄດ້​ອະ​ນຸ​ຍາດ​ ໃຫ້​ເຂົ້າ​ເມືອງ​ໂດ​ຍຍົກ​ເວັ້ນ​ວີ​ຊາ 30 ວັນ.ທ່ານ​ ສຸ​ຣະ​ສັກ ພັນ​ຈະ​ເລີນ​ວໍ​ຣະ​ກຸນ ລັດ​ຖະ​ມົນ​ຕີ​ ກະ​ຊວງ​ການ​ທ່ອງ​ທ່ຽວ ແລະ ກິ​ລາ​ໄທ​ ກ່າວ​ວ່າ: ຄະ​ນະ​ກຳ​ມະ​ການ ​ນະ​ໂຍ​ບາຍ ​ວີ​ຊາ​ ຈະ​ດຳ​ເນີນ​ ການກວດ​ກາ​ ສະ​ເພາະ​ຕໍ່​ບຸກ​ຄົນແຕ່​ລະ​ປະ​ເທດ ​ແລະ ຈະ​ພິ​ຈາ​ລະ​ນາ​ປັດ​ໄຈ​ ດ້ານ​ຄວາມ​ປອດ​ໄພ ແລະ ເສດ​ຖະ​ກິດ​ສຳ​ລັບ​ການ​ວາງ​ນະ​ໂຍ​ບາຍ​ ຍົກ​ເວັ້ນ​ວີ​ຊາ​ໃໝ່​ໃນ​ຕໍ່​ໜ້າ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top