ກົງໂກ ມີຜູ້ຕ້ອງສົງໄສຕິດເຊື້ອພະຍາດອີໂບລາ ເສຍຊີວິດ 116 ຄົນ

20/05/2026 17:29
Email Print 470
ຂປລ ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ກົງໄກ ໄດ້ປະກາດ ເມື່ອບໍ່ດົນມນີ້ວ່າ: ການແພ່ລະບາດ ຂອງພະຍາດອີໂບລາ ຮອບໃໝ່ ຢູ່ແຂວງອີຕູຣີ ທິດພາກຕາເວັນອອກ ຂອງປະເທດຕົນ ຍັງສືບຕໍ່ແພ່ລະບາດຢູ່

 ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ລັດຖະບານ ສາທາລະນະລັດ ປະຊາທິປະໄຕ ກົງໄກ ໄດ້ປະກາດ ເມື່ອບໍ່ດົນມນີ້ວ່າ: ການແພ່ລະບາດ ຂອງພະຍາດອີໂບລາ ຮອບໃໝ່ ຢູ່ແຂວງອີຕູຣີ ທິດພາກຕາເວັນອອກ ຂອງປະເທດຕົນ ຍັງສືບຕໍ່ແພ່ລະບາດຢູ່, ປັດຈຸບັນ ໄດ້ມີການລາຍງານວ່າ: ມີຜູ້ຕ້ອງສົງໄສຕິດເຊື້ອພະຍາດດັ່ງກ່າວ ເສຍຊີວິດເຖິງ 116 ຄົນ, ນອກນີ້ ມີຜູ້ຕ້ອງສົງໄສຕິດເຊື້ອພະຍາດ 435 ຄົນ ພວມຢູ່ໃນການຕິດຕາມ ແລະ ປິ່ນປົວ ເຊິ່ງການວິເຄາະຕົວຢ່າງ ແລະ ການສືບສວນ ດ້ານລະບາດວິທະຍາ ຍັງສືບຕໍ່ດໍາເນີນຢູ່. ອົງການອະນາໄມໂລກ ປະກາດວ່າ: ການແພ່ລະບາດຂອງພະຍາດ ອີໂບລາຢູ່ ສາທາລະນະລັດ ປະຊາທິປະໄຕ ກົງໂກ ແລະ ອູກັນດາ ຖືເປັນ “ເຫດການສຸກເສີນ ດ້ານສາທາລະນະສຸກ ທີ່ສາກົນກັງວົນ”. ປະເທດ ທີ່ຢູ່ອ້ອມຂ້າງ ເປັນຕົ້ນແມ່ນ ຣູວັນດາ, ຊຳບີ ແລະ ຕັງຊານີ ໄດ້ທະຍອຍກັນ ປະກາດເພີ່ມທະວີ ການຕິດຕາມ ດ້ານສາທາລະນະສຸກ ຢູ່ຊາຍແດນ, ການຄັດກອງ ເພື່ອເກັບຕົວຢ່າງ ຜູ້ເຂົ້າເມືອງ ແລະ ການກະກຽມປ້ອງກັນ ແລະ ຄວບຄຸມການແພ່ລະບາດຂອງພະຍາດດັ່ງກ່າວ.ເຊື້ອພະຍາດອີໂບລາ ສາມາດເຮັດໃຫ້ເກີດພະຍາດ ໄຂ້ເລືອດອອກ ອີໂບລາ ເຊິ່ງຕົ້ນຕໍແມ່ນຕິດເຊື້ອ ຜ່ານການສໍາຜັດກັບເລືອດ, ນໍ້າຕ່ອມໃນຮ່າງກາຍ, ສິ່ງຂັບຖ່າຍຂອງຄົນ ຫລື ສັດທີ່ຕິດເຊື້ອ, ອາການຂອງຜູ້ຕິດເຊື້ອອີໂບລາ ຕົ້ນຕໍແມ່ນເປັນໄຂ້ສູງ, ເລືອດອອກ ແລະ ຄວາມເສຍຫາຍ ຂອງອະໄວຍະວະ ຫລາຍຢ່າງ ເຊິ່ງອັດຕາການເສຍຊີວິດ ຂອງຜູ້ຕິດເຊື້ອພະຍາດດັ່ງກ່າວ ສູງເຖິງ 50%-90%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top