ຂປລ
ສ.ອາເມລິກາ ພວມຍົກລະດັບ ມາດຕະການ ຈຳກັດ ການເດີນທາງ ເພື່ອປ້ອງກັນ ບໍ່ໃຫ້ ພະຍາດ ອີໂບລາ ແພ່ລະບາດ ເຂົ້າສູ່ປະເທດ ທ່າມກາງ ສະຖານະການ ລະບາດ ທີ່ ຍັງຄົງ ດຳເນີນຢູ່ ໃນພາກພື້ນ ອາຟຣິກາ ຕາເວັນອອກ ແລະ ອາຟຣິກາກາງ.
ຂປລ. ສູນຄວບຄຸມ ແລະ ປ້ອງກັນພະຍາດ ແຫ່ງ ສ.ອາເມລິກາ (CDC) ເປີດເຜີຍວ່າ: ສ.ອາເມລິກາ ພວມຍົກລະດັບ ມາດຕະການ ຈຳກັດ ການເດີນທາງ ເພື່ອປ້ອງກັນ ບໍ່ໃຫ້ ພະຍາດ ອີໂບລາ ແພ່ລະບາດ ເຂົ້າສູ່ປະເທດ ທ່າມກາງ ສະຖານະການ ລະບາດ ທີ່ ຍັງຄົງ ດຳເນີນຢູ່ ໃນພາກພື້ນ ອາຟຣິກາ ຕາເວັນອອກ ແລະ ອາຟຣິກາກາງ.
ຖະແຫລງການຂອງ CDC ລະບຸວ່າ: ບັນດາ ເຈົ້າໜ້າທີ່ກ່ຽວຂ້ອງ ພວມປະສານ ຄວາມຮ່ວມມື ກັບ ກະຊວງຄວາມໝັ້ນຄົງແຫ່ງມາຕຸພູມ ແລະ ໜ່ວຍງານ ລັດຖະບານກາງ ອື່ນໆ ເພື່ອດຳເນີນ ມາດຕະການ ຫລຸດຄວາມສ່ຽງ ທີ່ພະຍາດ ອີໂບລາ ຊຶ່ງມີ ສາເຫດມາຈາກ ໄວຣັດ ສາຍພັນ ບັນດີບູກຽວ (Bundibugyo virus) ຈະແພ່ລະບາດ ເຂົ້າສູ່ ສ.ອາເມລິກາ.
ມາດຕະການ ດັ່ງກ່າວ ປະກອບດ້ວຍ ການເພີ່ມຄວາມເຂັ້ມງວດ ໃນການຄັດກອງ ດ້ານສາທາລະນະສຸກ ແລະ ການເຝົ້າລະວັງ ຜູ້ເດີນທາງ ມາຈາກພື້ນທີ່ ເກີດການແພ່ ລະບາດຂອງ ພະຍາດ ອີໂບລາ . ໂດຍສະເພາະ ການຈຳກັດ ການເຂົ້າເມືອງ ສຳລັບ ຜູ້ຖືໜັງສືເດີນທາງ ຕ່າງປະເທດທີ່ມີ ປະຫວັດ ອາໄສຢູ່ ໃນປະເທດ ອູກັນດາ, ກົງໂກ ແລະ ຊູດັງໃຕ້ ພາຍໃນ ໄລຍະເວລາ 21 ວັນ ກ່ອນໜ້າ ຕະຫລອດ ການປະສານງານ ກັບ ສາຍການບິນ ພັນທະມິດ ລະຫວ່າງ ປະເທດ ແລະ ເຈົ້າໜ້າທີ່ປະຈຳດ່ານ ກວດຄົນ ເຂົ້າເມືອງ ເພື່ອກວດກາ ແລະ ຈັດການກັບ ຜູ້ທີ່ ເດີນທາງ ທີ່ມີຄວາມສ່ຽງ ຕໍ່ການສຳຜັດ ເຊື້ອພະຍາດ ອີໂບລາ./
KPL