ປະທານາທິບໍດີຟີລິບປິນ ຢ້ຳຄືນນະໂຍບາຍປະເທດຈີນດຽວ

20/05/2026 17:29
Email Print 507
ຂປລ ທ່ານ ​ເຟີ​ດີ​ນານ ໂຣ​ມົວ​ເດ​ສ ​ມາ​​ຄອດ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ​ໄດ້​​ຢ້ຳ​ຄືນໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຟີ​ລິບ​ປິນ​ ຍຶດ​ໝັ້​ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ຟິ​ລິບ​ປິນ​ ຈະ​ບໍ່​ແຊກ​ແຊງ ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ກັບ ​ໄຕ້​ຫວັນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ອີງ​ຕາມ​ຂ່າ​ວ​ສານ ​ຟີ​ລິບ​ປິນ ​ລາຍ​ງານ​ໃນ​ວັນ​ທີ 19 ພຶດ​ສະ​ພາ​ນີ້​ວ່າ: ທ່ານ ​ເຟີ​ດີ​ນານ ໂຣ​ມົວ​ເດ​ສ ​ມາ​​ຄອດ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ ​ໄດ້​​ຢ້ຳ​ຄືນໃນ​ເວ​ລາ​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ​ວ່າ: ຟີ​ລິບ​ປິນ​ ຍຶດ​ໝັ້​ນ​ນະ​ໂຍ​ບາຍ​ປະ​ເທດ​ຈີນ​ດຽວ ພ້ອມ​ທັງ​ເນັ້ນ​ໜັກ​ວ່າ: ຟິ​ລິບ​ປິນ​ ຈະ​ບໍ່​ແຊກ​ແຊງ ວຽກ​ງານ​ທີ່​ກ່ຽວ​ຂ້ອງ​ກັບ ​ໄຕ້​ຫວັນ. ທ່ານ​ເຟີ​ດີ​ນານ ໂຣ​ມົວ​ເດ​ສ ​ມາ​​ຄອດ ກ່າວ​ວ່າ: ຟີ​ລິບ​ປິນ​ ຈະ​ບໍ່​ແຊກ​ແຊງ ​ເຂົ້າ​ໃນ​ວຽກ​ງານ​ທີ່​ ສປ ຈີນ ​ຖື​ເປັນ​ວຽກ​ງານ​ພາຍ​ໃນ​ຂອງ​ຕົນ ແລະ ຈະ​ສືບ​ຕໍ່​ຮຽກ​ຮ້ອງ ​ໃຫ້​ແກ້​ໄຂ​ ສະ​ຖາ​ນະ​ການ​ເຄັ່ງ​ຕຶງ ​ໃນ​ພາກ​ພື້ນ​ ດ້ວຍ​ສັນ​ຕິ​ວິ​ທີ. ຕໍ່​ກັບ​ຖ້ອຍ​ຄວາມ​ທີ່​ກ່ຽວ​ຂ້ອງ​ກັບ​ໄຕ້​ຫວັນ​ ຂອງ​ຜູ້​ນຳ​ຟີ​ລິບ​ປິນ, ທ່ານ​ ກົ່ວ​ເຈ່ຍ​ຄຸ່ນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ ກ່າວ​ໃນ​ກອງ​ປະ​ຊຸມ​ຖະ​ແຫລງ​ຂ່າວ​ວ່າ: ສປ ຈີນ ​ໄດ້​ຮັບ​ຮູ້​ກ່ຽວ​ກັບ ​ຜູ້​ນຳ​ຟີ​ລິບ​ປິນ ຢ້ຳ​ຄືນ​ນະ​ໂຍ​ບາຍ ​ປະ​ເທດ​ຈີນ​ດຽວ ແລະ ບໍ່​ແຊກ​ແຊງວຽກ​ງານ​ພາຍ​ໃນ​ຂອງ​ ສປ ຈີນ. ຫວັງ​ວ່າ ​ຟີ​ລິບ​ປິນ​ ຈະ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ, ຄຳ​ເວົ້າ ແລະ ການ​ກະ​ທຳ​ຕ້ອງ​ສອດ​ຄ່ອງ​ກັນ ເພື່ອ​ຍຶດ​ໝັ້ນຫລັກ​ໝັ້ນ​ປະ​ເທດ​ຈີນ​ດຽວ ​ດ້ວຍ​ການ​ກະ​ທຳ​ຕົວ​ຈິງ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top