ອີຣານ ໝັ້ນໃຈ ບໍ່ຂາດແຄນສິນຄ້າຈຳເປັນ

19/05/2026 15:08
ຂປລ ທ່ານ ອາລີ ເຊຍນິວານ ໂຄສົກ ກະຊວງ ປ້ອງກັນປະເທດຂອງ ອີຣານ ເປີດເຜີຍວ່າ: ອີຣານ ບໍ່ມີຄວາມກັງວົນໃດໆ ກ່ຽວກັບ ການຈັດຫາ ສະບຽງ ແລະ ສິນຄ້າທີ່ຈຳເປັນ, ພ້ອມທັງເນັ້ນ ໜັກວ່າ ອີຣານ ເປັນປະເທດ ທີ່ບໍ່ສາມາດ ຖືກປິດລ້ອມໄດ້.

ຂປລ. ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ທ່ານ ອາລີ ເຊຍນິວານ ໂຄສົກ ກະຊວງ ປ້ອງກັນປະເທດຂອງ ອີຣານ ເປີດເຜີຍວ່າ: ອີຣານ ບໍ່ມີຄວາມກັງວົນໃດໆ ກ່ຽວກັບ ການຈັດຫາ ສະບຽງ ແລະ ສິນຄ້າທີ່ຈຳເປັນ, ພ້ອມທັງເນັ້ນ ໜັກວ່າ ອີຣານ  ເປັນປະເທດ ທີ່ບໍ່ສາມາດ ຖືກປິດລ້ອມໄດ້.

ໃນຂະນະດຽວກັນ, ອີຣານ ຍອມຮັບວ່າ ບາງຄັ້ງ ມີອຸປະສັກ ກ່ຽວກັບ ການນໍາເຂົ້າ ສິນຄ້າ ຜ່ານຊາຍແດນທາງພາກໃຕ້. ເຖິງຢ່າງໃດກໍ່ຕາມ ສິນຄ້າປະເພດທັນຍາພືດ ທີ່ຈຳເປັນ ຍັງຄົງສາມາດ ລຳລຽງເຂົ້າມາໄດ້ ຢ່າງຕໍ່ເນື່ອງ ຜ່ານທາງຊາຍແດນ ທິດຕາເວັນອອກ, ທິດຕາ ເວັນຕົກ ແລະ ທິດເໜືອ. ການເຄື່ອໄຫວດັ່ງກ່າວ ໄດ້ປະສົບຜົນສໍາເລັດ  ເນື່ອງຈາກວ່າ ການດຳເນີນ ມາດຕະການ ທີ່ຈຳເປັນ ແລະ ການກະຈາຍ ອຳນາດ ໃຫ້ແກ່ ຜູ້ວ່າລາຊະການແຂວງ ເພີ່ມຂຶ້ນຫລາຍ, ຊຶ່ງໄດ້ຮັບ ການມອບໝາຍ ໃຫ້ດູແລ ພາກອຸດສາຫະກຳ ແລະ ໂຮງງານຕ່າງໆ ໃຫ້ໄດ້ຮັບວັດຖຸດີບ ຕາມຄວາມຕ້ອງການ , ຜ່ານການ ປະສານງານ ກັບແຂວງ ແລະ ປະເທດ ໃກ້ຄຽງ ເພື່ອຮັກສາ ສະຖຽນລະພາບ ຂອງ ຕອງໂສ້ການສະໜອງ./

 

KPL

ຂ່າວອື່ນໆ

ads
ads

Top