ຂປລ
ລັດຖະບານ ອິນເດຍ ພວມພິຈາລະນາ ຫລຸດພາສີ ຄັ້ງໃຫຍ່ ສຳລັບ ນັກລົງທຶນຕ່າງປະເທດ ທີ່ ລົງທຶນ ໃນພັນທະບັດ ອິນເດຍ ເພື່ອປັບນະໂຍບາຍ ໃຫ້ເປັນ ສາກົນ ແລະ ດຶງດູດເງິນທຶນ ໃຫ້ໄຫລເຂົ້າມາປະເທດຫລາຍຂຶ້ນ
ຂປລ.ສຳນັກຂ່າວ ອິນໂຟເຄວສ: ເມື່ອບໍ່ດົນມານີ້, ລັດຖະບານ ອິນເດຍ ພວມພິຈາລະນາ ຫລຸດພາສີ ຄັ້ງໃຫຍ່ ສຳລັບ ນັກລົງທຶນຕ່າງປະເທດ ທີ່ ລົງທຶນ ໃນພັນທະບັດ ອິນເດຍ ເພື່ອປັບນະໂຍບາຍ ໃຫ້ເປັນ ສາກົນ ແລະ ດຶງດູດເງິນທຶນ ໃຫ້ໄຫລເຂົ້າມາປະເທດຫລາຍຂຶ້ນ.
ໂດຍອ້າງຕາມ ແຫລງຂ່າວ ລະບຸວ່າ: ກະຊວງ ການເງິນ ອິນເດຍ ພວມພິຈາລະນາ ຂໍ້ສະເໜີ ຂອງ ທະນາຄານກາງ ອິນເດຍ (RBI) ຢ່າງຈິງຈັງ ເພື່ອສະກັດກັ້ນ ບໍ່ໃຫ້ເງິນ ຣູປີ ອອ່ນຄ່າລົງ ໄປຫລາຍກວ່ານີ້ . ຫລ້າສຸດ ສະກຸນເງິນຣູປີ ອອ່ນຄ່າລົງ ລະດັບ ຕໍ່າສຸດ ເປັນປະຫວັດສາດ ຢູ່ທີ 95,9575 ຣູປີ ຕໍ່ໂດລາ ສະຫະລັດ ໃນລະຫວ່າງ ການຊື້-ຂາຍ ກ່ອນຈະ ປັບ ຕົວຂຶ້ນມາ. ຫລັງຈາກນັ້ນ ອັດຕາການ ຕອບແທນ ພັນທະບັດ ຂອງ ລັດຖະບານອິນເດຍ ໂດຍມີ ອາຍຸ 10 ປີ ປັບຕົວ ຫລຸດລົງ 2 bps ຢູ່ທີລະດັບ 7,03%./
KPL