ຂປລ
ອົງການ ອະນາໄມໂລກ (WHO) ປະກາດ ການແພ່ລະບາດ ຂອງພະຍາດຕິດເຊື້ອ ອີໂບລາ ໃນປະເທດ ກົງໂກ ແລະ ອູກັນດາ ເປັນພາວະສຸດເສີນ ດ້ານສາທາລະນະສຸກ ລະຫວ່າງ ປະເທດ
ຂປລ. ສຳນັກຂ່າວ ອິນໂຟເຄວສ, ອົງການ ອະນາໄມໂລກ (WHO) ປະກາດ ການແພ່ລະບາດ ຂອງພະຍາດຕິດເຊື້ອ ອີໂບລາ ໃນປະເທດ ກົງໂກ ແລະ ອູກັນດາ ເປັນພາວະສຸດເສີນ ດ້ານສາທາລະນະສຸກ ລະຫວ່າງ ປະເທດ ເມື່ອວັນທີ 17 ພືດສະພາ, ຫລັງຈາກ ມີຜູ້ເສຍຊີວິດ ທີ່ຕ້ອງສົງໄສວ່າ ຕິດເຊື້ອພະຍາດ ດັ່ງກ່າວ ຫລາຍສິບຄົນ.
ສະຫະພາບ ອາຟຣິກາ ເປີດເຜີຍວ່າ: ມີຜູ້ເສຍຊີວິດ ທີ່ຄາດວ່າ ເກີດຈາກ ການຕິດເຊື້ອ ພະຍາດ ອີໂບລາ ໃນແຂວງ ອີຕູຣີ ທາງຕາເວັນອອກຂອງ ກົງໂກ 87 ຄົນ , ຂະນະທີ່ ໜ່ວຍງານ ດ້ານສາທາລະນະສຸກຂອງ ອູກັນດາ ລະບຸວ່າ ກ່ອນໜ້ານີ້ ມີຊາຍຄົນໜຶ່ງ ຊາວກົງໂກ ຕິດເຊື້ອ ອີໂບລາ ໄດ້ເສຍຊີວິດ ໃນປະເທດ ອູກັນດາ.
ເຖິງແມານວ່າ ສະຖານະການ ໃນປັດຈຸບັນ, ຍັງບໍ່ຂົ້າຄ່າຍເກນ ພາວະສຸກເສີນ ຂອງ ການແພ່ລະບາດໃຫຍ່ ທົ່ວໂລກ (pandemic emergency) ແຕ່ກໍລະນີ ຜູ້ຕິດເຊື້ອ ໄດ້ຮັບການຢືນຢັນ ແລະ ກຸ່ມຜູ້ເສຍຊີວິດ ທີ່ມີອາການສອດຄ່ອງກັບ ສາຍພັນ ບຸນດີບູກຽວ (Bundibugyo)ໃນແຂວງ ອີຕູຣີ. ຊຶ່ງສະແດງໃຫ້ເຫັນ ທ່າອຽງ ການລະບາດ ທີ່ຮຸນແຮງກວ່າ ສິ່ງທີ່ກວດພົບ ແລະ ລາຍງານ ຢູ່ໃນປັດຈຸບັນ ຢ່າງຫລວງຫລາຍ./
KPL