ຂປລ
ຢູ່ແຂວງ ດົ່ງທາບ ໄດ້ດຳເນີນ ກອງປະຊຸມ ສົ່ງເສີມການຄ້າ, ຊຸກຍູ້ ການນຳເຂົ້າ-ສົ່ງອອກ ເຂດພາກໃຕ້ ປີ 2026 ດ້ວຍຫົວຂໍ້ “ເພີ່ມທະວີ ການເຊື່ອມຕໍ່ ລະບົບ ສະໜອງ ແລະ ການພັດທະນາ ການຄ້າ ເຂດຊາຍແດນແບບຍືນຍົງ ຫວຽດນາມ-ກຳປູເຈຍ”.
ຂປລ. ວິທະຍຸ ກະຈາຍສຽງ ຫວຽດນາມ: ເມື່ອບໍ່ດົນມານີ້, ຢູ່ແຂວງ ດົ່ງທາບ ໄດ້ດຳເນີນ ກອງປະຊຸມ ສົ່ງເສີມການຄ້າ, ຊຸກຍູ້ ການນຳເຂົ້າ-ສົ່ງອອກ ເຂດພາກໃຕ້ ປີ 2026 ດ້ວຍຫົວຂໍ້ “ເພີ່ມທະວີ ການເຊື່ອມຕໍ່ ລະບົບ ສະໜອງ ແລະ ການພັດທະນາ ການຄ້າ ເຂດຊາຍແດນແບບຍືນຍົງ ຫວຽດນາມ-ກຳປູເຈຍ”. ໂດຍມີ ການເຂົ້າຮ່ວມ ຂອງ ຜູ້ແທນ 250 ທ່ານ ຈາກອົງການຄຸ້ມຄອງ, ອົງການຈັດຕັ້ງ ການສົ່ງເສີມການຄ້າ, ສະມາຄົມ ຂະແໜງການ ແລະ ປະຊາຄົມວິສາຫະກິດ ຫວຽດນາມ-ກຳປູເຈຍ . ໃນຊຸມປີຜ່ານມາ, ມູນຄ່າການຄ້າ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໄດ້ມີການເຕີບໂຕຂຶ້ນ ຢ່າງວ່ອງໄວ.
ທ່ານ ເລຮວ່າງຕ່າຍ, ຮອງຫົວໜ້າກົມ ສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ -ກຳປູເຈຍ ມີຫລາຍສັນຍາ ການຄ້າເສລີ (FTA) ລວມ ກໍ່ຄື ຢູ່ໃນກຸ່ມອາຊຽນ ຫລື ສັນຍາ FTA ຢູ່ພາກພື້ນ ສະບັບຕ່າງໆ. ໂດຍຫວັງວ່າ ວິສາຫະກິດ ຫວຽດນາມ ແລະ ກຳປູເຈຍ ຈະໝູນໃຊ້ ບັນດາສັນຍາ FTA ນີ້ເພື່ອສ້າງທ່າໄດ້ປຽບ ໃນການຮ່ວມມື ດ້ານການຄ້າ-ການລົງທຶນ ລະຫວ່າງສອງຝ່າຍ. ເພື່ອມຸ່ງໄປສູ່ ການຫັນສິນຄ້າ ປະເພດຕ່າງໆ, ມາດຖານ ດ້ານເຕັກນິກ ໃຫ້ບັນລຸ ມາດຕະຖານ ເພື່ອຕອບສະໜອງ ໃຫ້ແກ່ ການແລກປ່ຽນ ຄ້າຂາຍ ລະຫວ່າງວິສາຫະກິດ ສອງປະເທດ./
KPL