ນູແວນເຊລັງ ຜະເຊີນກັບລາຄານໍ້າມັນ-ຄ່າໄຟ-ແກັສ-ອາຫານເພີ່ມຂຶ້ນຢ່າງຕໍ່ເນື່ອງ

18/05/2026 17:41
ຂປລ ສຳນັກງານ ສະຖິຕິແຫ່ງຊາດ ນູແວນເຊລັງ (Stats NZ)ລາຍງານວ່າ: ລາຄານໍ້າມັນເຊື້ອໄຟໃນ ນູແວນເຊລັງ ຍັງສືບຕໍ່ ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ໃນເດືອນ ເມສາ ຜ່ານມາ.

ຂປລ.ສຳນັກຂ່າວ ອິນໂຟເຄວສ, ສຳນັກງານ ສະຖິຕິແຫ່ງຊາດ ນູແວນເຊລັງ (Stats NZ)ລາຍງານວ່າ: ລາຄານໍ້າມັນເຊື້ອໄຟໃນ ນູແວນເຊລັງ ຍັງສືບຕໍ່ ປັບຕົວສູງຂຶ້ນ ຢ່າງຕໍ່ເນື່ອງ ໃນເດືອນ ເມສາ ຜ່ານມາ.

ໂດຍລາຄານໍ້າມັນ ແອັດຊັງ ປັບຕົວຂຶ້ນ 12,6% , ນໍ້າມັນ ກະຊວນ ເພີ່ມຂຶ້ນ 36,6% ໃນນເດືອນເມສາ ເມື່ອທຽບກັບເດືອນມີນາ. ນັບແຕ່ ເດືອນກຸມພາ ລາຄານໍ້າມັນ ແອັດຊັງ ເພີ່ມຂຶ້ນ 33,6% ແລະ ລາຄານໍ້າມັນກະຊວນ ກໍເພີ່ມຂຶ້ນ ເກືອບເທົ່າຕົວ ຫລື 94,9%. ເມື່ອທຽບເປັນລາຍປີ ລາຄານໍ້າມັນແອັດຊັງ ເພີ່ມຂຶ້ນ 30,1% ແລະ ລາຄານໍ້າມັນກະຊວນ ເພີ່ມຂຶ້ນ 91,3% ໃນເດືອນເມສາ, ຊຶ່ງສະແດງໃຫ້ເຫັນ ແຮງກົດດັນ ຢ່າງຕໍ່ເນື່ອງ ຕໍ່ຕົ້ນທຶນ ດ້ານພະລັງງານ.

ສ່ວນລາຄາໄຟຟ້າ ແລະ ແກັສປັບຕົວສູງຂຶ້ນ ໂດຍຄ່າໄຟເພີ່ມຂຶ້ນ 2,4% ແລະ ຄ່າແກັສເພີ່ມຂຶ້ນ 0,3% ເທື່ອທຽບກັບ ເດືອນກ່ອນໜ້າ. ໃນຂະນະດຽວກັນ ລາຄາອາຫານ ກໍ່ປັບຕົວ ສູງຂຶ້ນ 2,6% ເມື່ອທຽບລາຍປີ ສາເຫດຫລັກມາຈາກ ລາຄາຊິ້ນສັດ ແລະ ອາຫານສຳເລັດຮູບ ທີ່ປັບເພີ່ມຂຶ້ນ./

KPL

ຂ່າວອື່ນໆ

ads
ads

Top