ຂປລ
ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ຜູ້ຕາງໜ້າ ວົງການ ອຸດສາຫະກຳ ການຄ້າ ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ພ້ອມກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ວັນທີ 14 ພຶດສະພານີ້, ທ່ານ ຫລີສຽງ ນາຍົກລັດຖະມົນຕີຈີນ ໄດ້ພົບປະກັບ ຜູ້ຕາງໜ້າ ວົງການ ອຸດສາຫະກຳ ການຄ້າ ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ ພ້ອມກັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ. ທ່ານ ຫລີສຽງ ກ່າວວ່າ, ທ່ານສີຈິ້ນຜິງ ປະທານປະເທດຈີນ ໄດ້ພົບປະເຈລະຈາກັບທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ, ໂດຍສອງຝ່າຍ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ຢ່າງເລິກເຊິ່ງກ່ຽວກັບບັນຫາສຳຄັນ ທີ່ສອງຝ່າຍມີຄວາມສົນໃຈຮ່ວມກັນ, ແລະ ວາງທິດຊີ້ນຳທາງຍຸດທະສາດ ໃຫ້ແກ່ ການເສີມຂະຫຍາຍການພົວພັນສອງປະເທດ. ສປ ຈີນ ຍິນດີຮ່ວມກັບ ສ.ອາເມລິກາ ຈັດຕັ້ງປະຕິບັດ ຄວາມຮັບຮູ້ ທີ່ເປັນເອກະພາບກັນອັນສຳຄັນ ຂອງປະມຸກລັດສອງປະເທດ, ມຸ່ງໝັ້ນໃຫ້ໄດ້ຮັບໝາກຜົນ ທີ່ຕັ້ງໜ້າລາຍກວ່າເກົ່າ, ຊ່ວຍຊູກຍູ້ໜູນກັນ ແລະ ຮ່ວມ ກັນຊຸກຍູ້ ຄວາມຈະເລີນຮຸ່ງເຮືອງ, ເພື່ອນຳເອົາຜົນປະໂຫຍດຕົວຈິງ ມາໃຫ້ປະຊາຊົນສອງຊາດ ກໍຄື ທົ່ວໂລກໃຫ້ດີ ກວ່າເກົ່າ. ຜູ້ຕາງໜ້າ ວົງການອຸດສາຫະກຳ ການຄ້າອາເມລິກາ ທີ່ເຂົ້າຮ່ວມກອງປະຊຸມ ໄດ້ສະແດງຄວາມຄອງຄອຍວ່າ ສອງປະເທດ ຈະເພີ່ມທະວີການສົນທະນາ ແລະ ການແລກປ່ຽນ, ເປີດກວ້າງ ຜົນປະໂຫຍດຮ່ວມ, ບັນລຸຄວາມຈະເລີນຮຸ່ງເຮືອງຮ່ວມກັນ. ຍິນດີເປີດກວ້າງການຮ່ວມມືກັບ ສປ ຈີນ, ສຸມຄວາມພະຍາຍາມຫລາຍກວ່າເກົ່າ ເພື່ອເພີ່ມທະວີຄວາມເຂົ້າໃຈກັນ ແລະ ການຮ່ວມມືກັນ ລະຫວ່າງ ສອງປະເທດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL