ຂປລ
ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຈັດງານລ້ຽງ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ເພື່ອຕ້ອນຮັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ຕອນຄ່ຳວັນທີ 14 ພຶດສະພານີ້, ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ຈັດງານລ້ຽງ ຢູ່ຫໍສະພາປະຊາຊົນ ທີ່ນະຄອນຫລວງ ປັກກິ່ງຂອງ ສປ ຈີນ ເພື່ອຕ້ອນຮັບ ທ່ານ ໂດນັນ ທຣຳ ປະທານາທິບໍດີ ສ.ອາເມລິກາ ທີ່ເດີນທາງມາຢ້ຽມຢາມ ສປ ຈີນ.ໂອກາດນີ້, ປະມຸກລັດ ທັງສອງປະເທດ ໄດ້ຜັດປ່ຽນກັນຂຶ້ນກ່າວປາໄສ. ທ່ານ ສີຈິ້ນຜິງ ກ່າວວ່າ: ປີນີ້ແມ່ນ ປີເລີ່ມຕົ້ນປະຕິບັດ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີຄັ້ງທີ 15 ຂອງຈີນ, ບົນພື້ນຖານອະລິຍະທຳຈີນ ທີ່ເລິກເຊິ່ງ ແລະ ອຸດົມສົມບູນ, ປະຊາຊົນຈີນ 1,4 ຕື້ກວ່າຄົນ ພວມຊຸກຍູ້ ຄວາມທັນສະໄໝແບບຈີນ ຢ່າງຮອບດ້ານ ດ້ວຍຄຸນນະພາບສູງ. ປີນີ້ ກໍ່ແມ່ນປີຄົບຮອບ 250 ປີແຫ່ງ ການປະກາດ ເອກະລາດຂອງ ສ.ອາເມລິກາ, ປະຊາຊົນອາເມລິກາ 300 ລ້ານກວ່າຄົນ ພວມຊຸກຍູ້ໃຫ້ການພັດທະນາ ອາເມລິກາ ກ້າວໄປສູ່ຂະບວນການໃໝ່ ດ້ວຍນ້ຳໃຈຮັກຊາດ, ປະດິດສ້າງໃໝ່ ແລະບຸກເບີກສູ້ຊົນ. ປະຊາຊົນຈີນ ແລະ ປະຊາຊົນອາເມລິກາ ລ້ວນແຕ່ແມ່ນ ປະຊາຊົນ ທີ່ຍິ່ງໃຫຍ່, ການບັນລຸການຟື້ນຟູ ຄວາມຈະເລີນຮຸ່ງເຮືອງຄືນໃໝ່ ຂອງປະຊາຊາດຈີນ ແລະ ການບັນລຸ ຄວາມຍິ່ງໃຫຍ່ ອີກຄັ້ງຂອງ ສ.ອາເມລິກາ ສາມາດ ໄປຄຽງຄູ່ກັນ ແລະ ບໍ່ສົ່ງຜົນ ກະທົບຕໍ່ກັນ, ທັງ ສາມາດນຳເອົາຜົນປະໂຫຍດ ມາໃຫ້ກັນ ແລະ ກັນ, ລວມເຖິງສ້າງຄວາມຜາສຸກ ໃຫ້ແກ່ ຊາວໂລກ. ທ່ານ ສີຈິ້ນຜິງ ໄດ້ກ່າວເນັ້ນໜັກວ່າ: ເມື່ອ 55 ປີກ່ອນ, ສປ ຈີນ-ສ.ອາເມລິກາ ໄດ້ດຳເນີນ “ການທູດປິງປ໋ອງ”, ເຊິ່ງໄດ້ຍູ້ປະຕູໃຫຍ່ທີ່ໄດ້ອັດມາເປັນເວລາ 20 ປີລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ໃຫ້ເປີດອອກ ແລະ ກາຍເປັນເລື່ອງທີ່ສຳຄັນໃນປະຫວັດສາດ ການພົວພັນສາກົນ ໃນສະໄໝ ປັດຈຸບັນ. ຫລັງຈາກນັ້ນ, ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ໄດ້ມີເລື່ອງລາວກ່ຽວກັບ ການເປີດປະຕູ ແລະ ການຮ່ວມມື ຢ່າງຫລວງຫລາຍ, ໄດ້ສ້າງໄມຕີຈິດ ມິດຕະພາບ ຢ່າງບໍ່ຢຸດຢັ້ງ. ພາຍໃຕ້ ສະຖານະການໃໝ່, ຂ້າພະເຈົ້າ ແລະ ທ່ານ ປະທານາທິບໍດີ ໂດນັນ ທຣຳ ໄດ້ຈັດການພົບປະເຈລະຈາ ແລະ ການສົນທະນາ ທາງໂທລະສັບ ຫລາຍຄັ້ງ ເພື່ອຊຸກຍູ້ ໃຫ້ການພົວພັນ ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ຮັກສາຄວາມໝັ້ນທ່ຽງໂດຍລວມ. ພວກເຮົາເຫັນດີ ເປັນເອກະພາບກັນວ່າ: ການພົວພັນ ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ແມ່ນການພົວພັນສອງຝ່າຍ ທີ່ມີຄວາມ ສຳຄັນທີ່ສຸດ ໃນໂລກປັດຈຸບັນ, ມີແຕ່ພັດທະນາໃຫ້ດີ ແລະ ບໍ່ຄວນມີຄວາມຮ້າຍແຮງກວ່າເກົ່າ. ສອງປະເທດຮ່ວມມືກັນ ກໍຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດ, ການແຂ່ງຂັນກັນ ມີແຕ່ສ້າງ ຄວາມເສຍ ຫາຍ ໃຫ້ທັງສອງຝ່າຍເທົ່ານັ້ນ, ຄວນແມ່ນຄູ່ຮ່ວມມື ຫາກບໍ່ແມ່ນຄູ່ແຂ່ງຂັນ. ພວກເຮົາເຫັນດີ ໃນການສ້າງການພົວພັນໝັ້ນທ່ຽງ ທາງຍຸດທະສາດທີ່ສ້າງສັນ ລະຫວ່າງ ສ.ຈີນ-ສ.ອາເມລິກາ, ຊຸກຍູ້ໃຫ້ ການພົວພັນ ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ, ປອດໃສ ແລະ ຍືນຍົງ ເພື່ອເຮັດໃຫ້ມີສັນຕິພາບ, ຄວາມຈະເລີນຮຸ່ງເຮືອງ ແລະ ຄວາມກ້າວໜ້າ ຫລາຍ ກວ່າເກົ່າ ມາໃຫ້ແກ່ທົ່ວໂລກ. ທ່ານ ສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ເມື່ອສັງເກດຈາກຂະບວນການພັດທະນາ ການພົວພັນ ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ, ຈະສາມາດເຄົາລົບ ເຊິ່ງກັນ ແລະ ກັນ, ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມື ແບບຕ່າງຝ່າຍ ຕ່າງໄດ້ຮັບຜົນປະໂຫຍດໄດ້ ຫລື ບໍ່ ແມ່ນຂໍກຸນແຈສຳຄັນທີ່ເຮັດໃຫ້ການພົວພັນ ສອງຝ່າຍ ຈະສາມາດໄດ້ຮັບການພັດທະນາ ຢ່າງໝັ້ນທ່ຽງ. ການພົວ ພັນລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ມີສ່ວນກ່ຽວຂ້ອງກັບ ຄວາມຜາສຸກ ຂອງປະຊາຊົນ ສອງປະເທດ 1,7 ຕື້ລ້ານກວ່າຄົນ, ມີສ່ວນກ່ຽວຂ້ອງກັບຜົນປະໂຫຍດ ຂອງປະຊາຊົນທົ່ວໂລກ 8 ຕື້ຄົນ. ພວກເຮົາ ຄວນແບກຫາບໜ້າທີ່ໜັກ ທາງປະຫວັດສາດນີ້ ຮ່ວມກັນ ເພື່ອຊຸກຍູ້ກຳປັ່ນໃຫຍ່ ແຫ່ງການພົວພັນ ລະຫວ່າງ ສປ ຈີນ ແລະ ສ.ອາເມລິກາ ລຳນີ້ ໃຫ້ເດີນໄປຕາມເສັ້ນທາງທີ່ຖືກຕ້ອງ ຢ່າງໝັ້ນ ທ່ຽງ. ໃນໂອກາດນີ້ ທ່ານ ໂດນັນ ທຣຳ ໄດ້ກ່າວສະແດງ ຄວາມຂອບໃຈເປັນຢ່າງຍິ່ງຕໍ່ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນ ຕໍ່ການເດີນທາງມາຢ້ຽມຢາມ ສປ ຈີນ ຂອງທ່ານ ແລະ ຄະນະໃນຄັ້ງນີ້. ມື້ນີ້ແມ່ນມື້ ທີ່ດີງາມ, ເປັນການຢ້ຽມຢາມ ທີ່ສໍາຄັນຄັ້ງໜຶ່ງ, ສອງຝ່າຍ ໄດ້ດໍາເນີນການສົນທະນາ ທີ່ຕັ້ງໜ້າ ແລະ ມີລັກສະນະສ້າງສັນ. ປະຊາຊົນອາເມລິກາ ແລະ ປະຊາຊົນຈີນ ມີຄວາມສະໜິດສະໜົມ ແລະ ເຄົາລົບ ເຊິ່ງກັນ ແລະ ກັນ, ມີມິດຕະພາບ ອັນເປັນມູນເຊື້ອ ມາແຕ່ດົນນານ. ການພົວພັນ ລະຫວ່າງ ສ.ອາເມລິກາ-ສປ ຈີນ ແມ່ນການພົວພັນ ສອງ ຝ່າຍ ທີ່ສຳຄັນທີ່ສຸດຢູ່ໃນໂລກ, ສອງປະເທດ ຕ້ອງເພີ່ມທະວີ ການຮ່ວມມືກັນ ເພື່ອສ້າງອະນາຄົດ ທີ່ສວຍສົດງົດງາມ ໃຫ້ແກ່ໂລກ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL