ຂປລ
ກອງທຶນພັດທະນາ ດ້ານສິດທິມະນຸດຈີນ ແລະ ສູນສິດທິມະນຸດແຫ່ງຊາດ ອຸດສະເບກິດສະຖານ ໄດ້ຮ່ວມກັນເປັນເຈົ້າພາບຈັດ,“ກອງປະຊຸມເວທີປຶກສາຫາລື ການພັດທະນາ ສິດທິມະນຸດຈີນ-ອາຊີກາງ 2026” ຢູ່ນະຄອນຫລວງ ຕັສເກັນຂອງອຸດສະເບກິດສະຖານ ໃນວັນທີ 14 ພຶດສະພານີ້.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,ກອງທຶນພັດທະນາ ດ້ານສິດທິມະນຸດຈີນ ແລະ ສູນສິດທິມະນຸດແຫ່ງຊາດ ອຸດສະເບກິດສະຖານ ໄດ້ຮ່ວມກັນເປັນເຈົ້າພາບຈັດ,“ກອງປະຊຸມເວທີປຶກສາຫາລື ການພັດທະນາ ສິດທິມະນຸດຈີນ-ອາຊີກາງ 2026” ຢູ່ນະຄອນຫລວງ ຕັສເກັນຂອງອຸດສະເບກິດສະຖານ ໃນວັນທີ 14 ພຶດສະພານີ້. ພາຍໃຕ້ຫົວຂໍ້ “ການຊຸກຍູ້ ຄວາມກ້າວໜ້າ ດ້ານສິດທິມະນຸດ ການພັດທະນາ ທີ່ມີຄຸນນະພາບສູງ, ເຈົ້າໜ້າທີ່, ຜູ້ຊ່ຽວຊານ ແລະ ນັກວິຊາການໃນຂົງເຂດສິດທິມະນຸດ ທີ່ມາຈາກ ສປ ຈີນ ແລະ ອີກ 5 ປະເທດຄື: ກາຊັກ ສະຖານ, ກຽກກິດສະຖານ, ຕັດຈິກິດສະຖານ, ຕວກເມນິດສະຖານ ແລະ ອຸດສະເບກິດສະຖານ ເຂົ້າຮ່ວມຢ່າງຫລວງຫລາຍ. ທ່ານ ຫລີຮົງຄວຍ ຮອງປະທານທັງເປັນຫົວໜ້າ ເລຂາທິການ ຂອງກອງທຶນພັດທະນາ ດ້ານສິດທິມະນຸດຈີນ ກ່າວວ່າ: ສປ ຈີນ ແລະ 5 ປະເທດ ໃນອາຊີກາງ ຄວນຍຶດໝັ້ນສົ່ງເສີມ ການພັດທະນາ ຜ່ານການຮ່ວມມື ແລະ ສົ່ງເສີມສິດທິມະນຸດ ຜ່ານການພັດທະນາ, ເພື່ອຊຸກຍູ້ການພັດທະນາ ທີ່ມີຄຸນນະພາບສູງ ຂອງການຮ່ວມມື ລະຫວ່າງ ສປ ຈີນ-ອາຊີກາງ ແລະ ສ້າງພື້ນຖານອັນໜັກແໜ້ນໃຫ້ແກ່ການບັນລຸສິດທິມະນຸດທັງໝົດ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL