ຂປລ
ຍ້ອນເກີດ ສະຖາ ນະການ ເຄັ່ງຕຶງ ຢູ່ພາກພື້ນຕາເວັນອອກກາງເຮັດໃຫ້ລາຄານ້ຳມັນ ໃນຕະຫລາດໂລກ ສູງຂຶ້ນກວ່າ ເກົ່າ ແລະ ໄດ້ເພີ່ມພາລະການນຳເຂົ້າພະລັງງານ, ອິນໂດເນເຊຍ ພວມເລັ່ງລັດ ປ່ຽນແປງ ໂຄງປະກອບ ບໍລິໂພກ ດ້ານພະລັງງານ ແລະ ມີແຜນການ ວາງນະໂຍບາຍ ອຸດໜູນ ຕໍ່ລົດໄຟຟ້າ ຮອບໃໝ່

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ທ່ານ ປູບາຢາ ຢຸດີ ຊາດີວາ ລັດຖະມົນຕີ ກະຊວງການເງິນ ອິນໂດເນເຊຍ ໄດ້ກ່າວຢູ່ນະຄອນຫລວງ ຈາກາຕາ ຂອງອິນໂດເນເຊຍວ່າ: ຍ້ອນເກີດ ສະຖາ ນະການ ເຄັ່ງຕຶງ ຢູ່ພາກພື້ນຕາເວັນອອກກາງເຮັດໃຫ້ລາຄານ້ຳມັນ ໃນຕະຫລາດໂລກ ສູງຂຶ້ນກວ່າເກົ່າ ແລະ ໄດ້ເພີ່ມພາລະການນຳເຂົ້າພະລັງງານ, ອິນໂດເນເຊຍ ພວມເລັ່ງລັດ ປ່ຽນແປງ ໂຄງປະກອບ ບໍລິ ໂພກ ດ້ານພະລັງງານ ແລະ ມີແຜນການ ວາງນະໂຍບາຍ ອຸດໜູນ ຕໍ່ລົດໄຟຟ້າ ຮອບໃໝ່ ນັບແຕ່ ເດືອນມິຖຸນາປີ 2026 ເປັນຕົ້ນໄປ. ທ່ານ ປູບາຢາ ກ່າວຕື່ມວ່າ: ສະຖານະການເຄັ່ງຕຶງ ຢູ່ພາກພື້ນ ຕາເວັນ ອອກກາງ ຍືດເຍື້ອ ກວ່າທີ່ຄາດໄວ້, ລາຄານ້ຳມັນ ອາດຈະຍັງຢູ່ໃນລະດັບສູງ ໃນໄລຍະສັ້ນ, ເຮັດໃຫ້ຕົ້ນທຶນການນຳເຂົ້າພະລັງງານເຊື້ອໄຟ ແລະ ນ້ຳມັນເຊື້ອໄຟ ຂອງອິນໂດເນເຊຍ ສູງກວ່າເກົ່າ. ເພື່ອຫລຸດ ລົງຄວາມສ່ຽງ ຈາກພາຍນອກ, ລັດຖະບານ ພວມຄົ້ນຄວ້າ ກ່ຽວກັບ ມາດຕະການ ເພື່ອສົ່ງເສີມ ໃຫ້ປະຊາຊົນ ຫັນມານຳໃຊ້ລົດໄຟຟ້າ ແລະລົດຈັກໄຟຟ້າ ຫລາຍກວ່າເກົ່າ, ເພື່ອຫລຸດຜ່ອນ ການເພິ່ງພາ ອາໄສ ຕໍ່ພະລັງງານ ເຊື້ອໄຟ ຟໍສຊິວ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL