ໂອເປັກ ປັບຫລຸດການຄາດຄະເນ ການເຕີບໂຕ ຂອງຄວາມຕ້ອງການນ້ຳມັນເຊື້ອໄຟທົ່ວໂລກໃນປີນີ້

15/05/2026 06:43
Email Print 114
ຂປລ ອົງ​ການ​ປະ​ເທດ ​ຜູ້​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ ​​ຫລື OPEC ​ໄດ້​ເປີດ​ເຜີຍ​ ບົດ​ລາຍ​ງານ​ ກ່ຽວ​ກັບ ຕະ​ຫລາດ ​ນ້ຳ​ມັນ​ເຊື້ອ​ໄຟ​ ປະ​ຈຳ​ເດືອນ ໂດຍ​ໄດ້ປັບ​ຫລຸດ​ ການ​ຄາດ​ຄະ​ເນ ​ການ​ເຕີບ​ໂຕ ​ຂອງ​ຄວາມ​ຕ້ອງ​ການ​​ນ້ຳ​ມັນ​ເຊື້ອ​ໄຟ​​ ທົ່ວໂລກ​ໃນ​ປີ 2026 ​ທີ່​ເຄີຍ​ຄາດ​ຄະ​ເນ​ໄວ້

     ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ອົງ​ການ​ປະ​ເທດ ​ຜູ້​ສົ່ງ​ນ້ຳ​ມັນ​ເຊື້ອ​ໄຟ ​​ຫລື OPEC ​ໄດ້​ເປີດ​ເຜີຍ​ ບົດ​ລາຍ​ງານ​ ກ່ຽວ​ກັບ ຕະ​ຫລາດ ​ນ້ຳ​ມັນ​ເຊື້ອ​ໄຟ​ ປະ​ຈຳ​ເດືອນ ໂດຍ​ໄດ້ປັບ​ຫລຸດ​ ການ​ຄາດ​ຄະ​ເນ ​ການ​ເຕີບ​ໂຕ ​ຂອງ​ຄວາມ​ຕ້ອງ​ການ​​ນ້ຳ​ມັນ​ເຊື້ອ​ໄຟ​​ ທົ່ວໂລກ​ໃນ​ປີ 2026 ​ທີ່​ເຄີຍ​ຄາດ​ຄະ​ເນ​ໄວ້ ​ໂດຍ​ໄດ້​ປັບ​ເພີ່ມ​ ການ​ຄາດ​ຄະ​ເນ​ ການ​ເຕີບ​ໂຕ​ຂອງ​ຄວາມ​ຕ້ອງ​ການ​ ນ້ຳ​ມັນ​ເຊື້ອ​ໄຟທົ່ວໂລກ​ໃນ​ປີ 2027.ບົດ​ລາຍ​ງານ​ ໄດ້​ລະ​ບຸ​ວ່າ: ປີ 2026, ຄວາມ​ຕ້ອງ​ການ ​ຕໍ່​ນ້ຳ​ມັນ​ເຊື້ອ​ໄຟ​ສະ​ເລ່ຍ​ຕໍ່​ມື້ ​​ທົ່ວໂລກ​ ຈະ​ເພີ່ມ​ຂຶ້ນ 1.170.000 ຖັງ(ບາ​ເຣວ​) ເມື່ອ​ທຽບ​ໃສ່​ປີ 2025, ໂດຍ​ຈະ​ຢູ່​ລະ​ດັບ 106 ລ້ານ 330.000 ​ບາ​ເຣວ. ບົດ​ລາຍ​ງານ​ ຍັງ​ໄດ້​ຄາດ​ຄະ​ເນ​ວ່າ: ປີ 2027, ຄວາມ​ຕ້ອງ​ການ ​​ນ້ຳ​ມັນ​ເຊື້ອ​ໄຟ ​ສະ​ເລ່ຍ​ຕໍ່ມື້​ທົ່ວ​ໂລກ​ ຈະ​ເພີ່ມ​ຂຶ້ນ 1.540.000 ບາ​ເຣວ ​ເມື່ອ​ທຽບ​ໃສ່​ປີ 2026, ​ໂດຍ​ຈະ​ຢູ່​ລະ​ດັບ 107 ລ້​ານກວ່າ​ບາ​ເຣວ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top