ຂປລ
ການປິດກັ້ນ ຊ່ອງແຄບ ຮໍມຸສ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການສະໜອງ ນ້ຳມັນເຊື້ອໄຟ ນັບມື້ ນັບໃຫຍ່ຫລວງກວ່າເກົ່າ, ຄັງສຳຮອງ ນ້ຳມັນເຊື້ອໄຟ ທົ່ວໂລກ ພວມຫລຸດລົງ ດ້ວຍຈັງຫວະໄວ ທີ່ບໍ່ເຄີຍມີມາກ່ອນ.

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງການ ພະລັງງານສາກົນ ຫລື IEA ປະກາດ ບົດລາຍງານ ກ່ຽວກັບ ນ້ຳມັນເຊື້ອໄຟ ປະຈຳເດືອນ ສະບັບຫລ້າສຸດ ໂດຍລະບຸວ່າ: ການປິດກັ້ນ ຊ່ອງແຄບ ຮໍມຸສ ເຮັດໃຫ້ສົ່ງຜົນກະທົບ ຕໍ່ການສະໜອງ ນ້ຳມັນເຊື້ອໄຟ ນັບມື້ ນັບໃຫຍ່ຫລວງກວ່າເກົ່າ, ຄັງສຳຮອງ ນ້ຳມັນເຊື້ອໄຟ ທົ່ວໂລກ ພວມຫລຸດລົງ ດ້ວຍຈັງຫວະໄວ ທີ່ບໍ່ເຄີຍມີມາກ່ອນ. ເມື່ອລະດູຮ້ອນ ທີ່ມີຄວາມຕ້ອງການ ນ້ຳມັນເຊື້ອໄຟ ເພີ່ມຂຶ້ນ ໃກ້ຈະມາເຖິງ, ລາຄານ້ຳມັນເຊື້ອໄຟ ໃນຕະຫລາດໂລກ ອາດຈະມີການປ່ຽນແປງຕື່ມອີກ. ບົດລາຍງານ ລະບຸວ່າ: ຍ້ອນກຳປັ່ນຂົນສົ່ງນ້ຳມັນເຊື້ອໄຟ ຖືກຈຳກັດ ຢູ່ຊ່ອງແຄບຮໍມຸສ, ປະເທດ ທີ່ຜະລິດນ້ຳມັນເຊື້ອໄຟ ຢູ່ອ່າວເປີເຊຍ ໄດ້ສູນເສຍ ນ້ຳມັນເຊື້ອໄຟ ຫລາຍກວ່າ 1 ຕື້ຖັງ(ບາເຣວ), ປັດຈຸບັນ, ຍ້ອນຈຳເປັນຕ້ອງຢຸດເຊົາ, ເຮັດໃຫ້ຕ້ອງຫລຸດ ການຜະລິດນ້ຳມັນເຊື້ອໄຟ ສະເລ່ຍ 14 ລ້ານບາເຣວ ສະເລ່ຍຕໍ່ມື້, ເຊິ່ງເປັນຜົນກະທົບ ຮ້າຍແຮງ ທີ່ບໍ່ເຄີຍມີມາກ່ອນ ສຳລັບ ການສະໜອງ ນ້ຳມັນເຊື້ອໄຟ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL