ຂປລ
ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາ ສະເໜີປະມວນກົດໝາຍອາຍາ ໃຫ້ພວກເຮົາຮັບຮູ້ ກັນຕື່ມໂດຍສືບຕໍ່ໃນມາດຕາ 131 ຫາ ມາດຕາ 133.
ຂປລ. ມາພໍ້ກັບ “ຄໍລຳ ຊິວິດ ແລະ ກົດໝາຍ” ມື້ນີ້ ຂໍມາ ສະເໜີປະມວນກົດໝາຍອາຍາ ໃຫ້ພວກເຮົາຮັບຮູ້ ກັນຕື່ມໂດຍສືບຕໍ່ໃນມາດຕາ 131 ຫາ ມາດຕາ 133.
ມາດຕາ 131 ການສະໜອງທຶນໃຫ້ແກ່ການກໍ່ ການຮ້າຍການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ແມ່ນ ການເຄື່ອນໄຫວໂດຍເຈດຕະນາ ທັງທາງກົງ ແລະ ທາງອ້ອມຂອງບຸກຄົນ, ນິຕິບຸກຄົນ ຫລື ການ ຈັດຕັ້ງທີ່ພະຍາຍາມໃຫ້, ຮິບໂຮມ, ຈັດຫາທຶນທີ່ຖືກຕ້ອງ ຫລື ບໍ່ຖືກຕ້ອງ, ທັງໝົດ ຫລື ບາງສ່ວນ ເພື່ອສະໜອງໃຫ້ແກ່ການກໍ່ການຮ້າຍ ເຖິງວ່າທຶນນັ້ນຈະຖືກນຳໃຊ້ ຫລື ບໍ່ນຳໃຊ້ເຂົ້າໃນການກະທຳຕົວຈິງກໍຕາມ.
ບຸກຄົນ ທີ່ໄດ້ກະທຳຜິດໃນສະຖານການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ ທີ່ມີມູນຄ່າຕຳກວ່າ 1.000.000.000 ກີບ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫ້າປີ ຫາ ແປດປີ ແລະ ຈະຖືກປັບໃໝ ແຕ່ 500.000.000 ກີບ ຫາ 800.000.000 ກີບ ແລະ ຈະຖືກຮິບຊັບ.
ໃນກໍລະນີທີ່ມີມູນຄ່າ ແຕ່ 1.000.000.000 ກີບ ຂຶ້ນໄປ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ແປດປີ ຫາ ສິບສອງປີ ແລະ ຈະຖືກປັບໃໝ ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ.
ໃນກໍລະນີທີ່ມີການຈັດຕັ້ງເປັນກຸ່ມ ຫລື ເປັນອາຈີນ ຈະຖືກລົງໂທດຕັດອິດສະລະພາບ ແຕ່ສິບຫ້າປີ ຫາ ຊາວປີ ແລະ ຈະຖືກປັບໃໝ ແຕ່ 800.000.000 ກີບ ຫາ 1.000.000.000 ກີບ ແລະ ຈະຖືກຮິບຊັບ.
ການກະກຽມໃຫ້ແກ່ການກະທຳຜິດ, ຄວາມພະຍາຍາມກໍ່ການກະທຳຜິດ ກໍຈະຖືກລົງໂທດ.
ມາດຕາ 132 ການຜະລິດ, ການມີໄວ້ໃນຄອບຄອງ, ການໃຊ້ອາວຸດເສິກ ຫລື ວັດຖຸລະເບີດໂດຍບໍ່ຖືກຕ້ອງຕາມກົດໝາຍ.
ບຸກຄົນໃດຫາກໄດ້ຜະລິດ, ມີໄວ້ໃນຄອບຄອງ, ຮັກສາ, ໃຊ້ອາວຸດເສິກ ຫລື ວັດຖຸລະເບີດ ລວມທັງຊິ້ນສ່ວນຂອງອາວຸດເສິກ ຫລື ວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ໜຶ່ງປີ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ.
ມາດຕາ 133 ການຊື້, ຂາຍ, ນ ຳເຂົ້າອາວຸດເສິກ ຫລື ວັດຖຸລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍ.
ບຸກຄົນໃດ ຫາກໄດ້ຊື້, ຂາຍ, ນຳເຂົ້າອາວຸດເສິກ ຫລື ວັດຖຸລະເບີດ ລວມທັງສານເຄມີທີ່ໃຊ້ ເພື່ອຜະລິດລະເບີດ ໂດຍບໍ່ຖືກຕ້ອງຕາມກົດໝາຍ ຈະຖືກລົງ ໂທດຕັດອິດສະລະພາບ ແຕ່ຫົກເດືອນ ຫາ ຫ້າປີ ແລະ ຈະຖືກປັບໃໝ ແຕ່ 5.000.000 ກີບ ຫາ 50.000.000 ກີບ.
ໃນກໍລະນີທີ່ຜູ້ກະທຳຜິດ ຫາກໄດ້ຖືເອົາການຊື້, ການຂາຍ, ການນຳເຂົ້າອາວຸດເສິກ ຫລື ວັດຖຸລະເບີດ ລວມທັງສານເຄມີທີ່ໃຊ້ເພື່ອຜະລິດລະເບີດ ເປັນອາຈິນ, ມີການຈັດຕັ້ງເປັນກຸ່ມ ຫລື ໃນກໍລະນີທີ່ໄດ້ຊື້, ຂາຍວັດຖຸດັ່ງກ່າວ ເປັນຈຳນວນຫລວງຫລາຍ ຈະຖືກລົງໂທດຕັດອິດສະລະພາບ ແຕ່ ຫ້າປີ ຫາ ສິບປີ ແລະ ຈະຖືກປັບໃໝ ແຕ່ 10.000.000 ກີບ ຫາ 100.000.000 ກີບ. ພໍ້ກັນໃໝ່ສະບັບໜ້າ.
KPL