ແນວ​ລາວ​ສ້າງ​ຊາດ ຖື​ສຳ​ຄັນ​ການ​ເຕົ້າ​ໂຮມຄວາມ​ສາ​ມັກ​ຄີ​ຕາມ​ແນວ​ທາງ​ຂອງ​ພັ​ກ-ລັດ

06/05/2026 10:38
Email Print 1401
ຂປລ ພັກ ແລະ ລັດຖະບານ ຍາມໃດກໍຖືສໍາຄັນການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວທັງຊາດ ເປັນຈິດໜຶ່ງໃຈດຽວພາຍໃນຊາດປຸກລະດົມ, ສຶກສາອົບຮົມ, ຂົນຂວາຍປະຊາຊົນລາວບັນດາເຜົ່າໃຫ້ມີນໍ້າໃຈຮັກຊາດ, ຮັກລະບອບໃໝ່, ຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ.

       ຂປລ. ທ່ານ ຄໍາໄລ ປັນຍາຄູນ ກໍາມະການສູນກາງແນວລາວສ້າງຊາດ, ທັງເປັນຄະນະກໍາມະການແນວລາວສ້າງຊາດແຂວງເຊກອງ, ປະທານບໍລິຫານກຸ່ມບໍລິສັດສອນຄົບວົງຈອນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນ ໃນໂອກາດເຂົ້າຮ່ວມກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII ໃນທ້າຍອາທິດຜ່ານມາວ່າ: ແນວລາວສ້າງຊາດ ຖືເປັນໃຈກາງເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວທັງຊາດ, ເຮັດໜ້າທີ່ປະສານສົມທົບ, ປຸກລະດົມ, ຊຸກຍູ້ປະຊາຊົນລາວບັນດາເຜົ່າໃຫ້ມີສ່ວນຮ່ວມໃນໜ້າທີ່ວຽກງານຕ່າງໆ. ໃນຕະຫລອດໄລຍະ ຜ່ານມາຂ້າພະເຈົ້າກໍເຮັດໜ້າທີ່, ປະຕິບັດຕາມພາລະບົດບາດຂອງ ແນວລາວສ້າງຊາດແຂວງ ກໍຄື ຂອງສູນກາງ ໂດຍມີການເຄື່ອນ ໄຫວໂຄສະນາໃຫ້ປະຊາຊົນໄດ້ ຮັບຮູ້-ເຂົ້າໃຈ, ທັງມີສ່ວນຮ່ວມປະ ຕິບັດຕາມແນວທາງຂອງພັກ-ລັດ ກໍຄື ຂອງແນວລາວສ້າງຊາດ ເຂົ້າຮ່ວມເຕົ້າໂຮມຄວາມສາມັກຄີພາຍໃນເມືອງ, ແຂວງ, ບ້ານໃຫ້ມີຄວາມໜັກແໜ້ນກວ່າເກົ່າ.

     ທ່ານ ຄໍາໄລ ປັນຍາຄູນ ໄດ້ກ່າວອີກວ່າ: ເນື້ອໃນກອງປະຊຸມໃນຄັ້ງນ້ີ, ສຸດທ່ີມີຄວາມໝາຍ-ສໍາຄັນຫລາຍ, ຕົນເອງຈະນໍາເອົາເນື້ອໃນຈິດໃຈກອງປະຊຸມ ໄປເຜີຍແຜ່ຜັນຂະຫຍາຍ ໂດຍສະເພາະພາຍໃນແຂວງເຊກອງຂອງຂ້າພະເຈົ້າ ເພື່ອໃຫ້ປະຕິບັດຕາມແຜນພັດທະນາຂອງສູນກາງແນວລາວສ້າງຊາດທົ່ວແຂວງ ໃຫ້ປະສົບຜົນສໍາເລັດຕາມແນວທາງນະໂຍບາຍຂອງພັກ-ລັດ ກໍຄື ຂອງແນວລາວສ້າງຊາດໃຫ້ກວ້າງຂວາງ ແລະ ເລິກເຊິ່ງ.

ພາບ: ອ່າຍຄໍາ

KPL

ຂ່າວອື່ນໆ

ads
ads

Top