ເວທີປາໄສ ສຳຫລວດກວດກາ ການອົບພະຍົບ ສາກົນ ຄັ້ງທີ 2

12/05/2026 10:42
Email Print 184
ຂປລ ເວ​ທີ​ປາ​ໄສ​ ສຳຫລວດກວດ​ກາ​ ການ​ອົບ​ພະ​ຍົບ ສາ​ກົນ ຄັ້ງ​ທີ 2 (GCM)ໄດ້​ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່​ສຳ​ນັກ​ງານ ສະຫະປະຊາຊາດ(ສ​ປ​ຊ), ນະ​ຄອນ ນິວຢອກ ຂອງ ສ.ອາ​ເມ​ລິ​ກາ ໃນ​ສະ​ພາບ​ການ ​ອົບ​ພະ​ຍົບ​ສາ​ກົນ ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ ​ສິ່ງ​ທ້າ​ທາຍ​ທີ່​ສັບ​ສົນຫລາຍ​ຢ່າງ.

ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ, ເວ​ທີ​ປາ​ໄສ​ ສຳຫລວດກວດ​ກາ​ ການ​ອົບ​ພະ​ຍົບ ສາ​ກົນ ຄັ້ງ​ທີ 2 (GCM)ໄດ້​ຈັດຂຶ້ນ ເມື່ອບໍ່ດົນມານີ້ ຢູ່​ສຳ​ນັກ​ງານ ສະຫະປະຊາຊາດ(ສ​ປ​ຊ), ນະ​ຄອນ ນິວຢອກ ຂອງ ສ.ອາ​ເມ​ລິ​ກາ ໃນ​ສະ​ພາບ​ການ ​ອົບ​ພະ​ຍົບ​ສາ​ກົນ ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ ​ສິ່ງ​ທ້າ​ທາຍ ​ທີ່​ສັບ​ສົນຫລາຍ​ຢ່າງ. ເຫດ​ການ​ໄດ້​ດຶງ​ດູດ ​ການ​ເຂົ້າ​ຮ່ວມ​ຂອງ​ເກືອບ 130 ປະ​ເທດ, ຫລາຍ​ອົງ​ການ ​ຈັ​ດ​ຕັ້ງ​ສາ​ກົນ ແລະ ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ. ຈາກນັ້ນ ທ່ານນາງ ຟານ​ທິ​ມິງ​ຢາງ ຮອງ​ຫົວ​ໜ້າ​ກົມ​ກົງ​ສູນ ຫວຽດນາມ ໃຫ້​ຂໍ້​ສັງ​ເກດ​ວ່າ: ສະ​ພາບ​ການ​ອົບ​ພະ​ຍົບ​ທົ່ວ​ໂລກ ​ພວມ​ສືບ​ຕໍ່​ ດຳ​ເນີນ​ຢ່າງ​ສັບ​ສົນ. ໃນ​ສະ​ພາບ​ການ​ນັ້ນ, ຫວຽດ​ນາມ ຢັ້ງ​ຢືນ​ຂໍ້​ຕົກ​ລົງ GCM ສືບ​ຕໍ່​ ແມ່ນ​ຂອບ​ເຂດ​ສຳ​ຄັນ ​ຊຸກ​ຍູ້​ການ​​ສົນ​ທະ​ນາ ແລະ ການ​ຮ່ວມ​ມື ​ຢ່າງ​ແທ້​ຈິງ ກ່ຽວ​ກັບ​ການ​ອົບ​ພະ​ຍົບ, ເໝາະ​ສົມ​ກັບ​ເງື່ອນ​ໄຂ ແລະ ບຸ​ລິ​ມະ​ສິດ​ ຂອງ​ແຕ່​ລະ​ປະ​ເທດ.ສສ ຫວຽດ​ນາມ ຢຶດ​ໝັ້ນ​ຕໍ່​ ວິ​ທີ​ການ​ສຳ​ຜັດ ດຸ່ນ​ດ່ຽງ, ຖື​ມະ​ນຸດ​ເປັນ​ໃຈ​ກາງ ໃນ​ການ​ຄຸ້ມ​ຄອງ​ການ​ອົບ​ພະ​ຍົບ, ທ່ານ​ ນາງ ຟານ​ທິ​ມິງ​ຢາງ ໃຫ້​ຮູ້​ວ່າ: ສສ ຫວຽດນາມ ຕັ້ງ​ໜ້າ​ປະ​ຕິ​ບັດ​ ແຜນ​ການ​ຜັນ​ຂະ​ຫຍາຍ ​ຂໍ້​ຕົກ​ລົງ GCM ປະ​ກາດ​ໃຊ້ ​ໃນ​ປີ 2020, ພົ້ນ​ເດັ່ນ​ແມ່ນ ການ​ສືບ​ຕໍ່​ສ້າງ​ນະ​ໂຍ​ບາຍ, ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ, ຊຸກ​ຍູ້​ການ​ຄັດ​ເລືອກ​ ການ​ອົບ​ພະ​ຍົບ ​ທີ່​ຖືກ​ຕ້ອງ​ກົດ​ໝາຍ, ປອດ​ໄພ​ ຜ່ານ​ການ​ຮ່ວມ​ມ ​ແຮງ​ງານ​ສອງ​ຝ່າຍ, ຮັບ​ສະ​ໝັກ​ທີ່​ມີ​ຄວາມ​ຍຸ​ຕິ​ທຳ ແລະ ຫລຸດ​ຜ່ອນ ​ຄ່າ​ທຳ​ນຽ​ມ​ ໃນ​ການ​ອົບ​ພະ​ຍົບ, ພ້ອມ​ທັງ ​ຍູ້​ແຮງ​ການ​ຫັນ​ເປັນ​ ດີ​ຈີ​ຕອນ ໃນ​ການ​ຄຸ້ມ​ຄອງ ​ການ​ອົບ​ພະ​ຍົບ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top