ການສະໜອງນ້ຳມັນເຊື້ອໄຟທົ່ວໂລກ ໄດ້ຫລຸດລົງປະມານ 1 ຕື້ຖັງ

12/05/2026 10:04
Email Print 125
ຂປລ ທ່ານ ອາ​ມິ​ນ ເຮ​ສ ນັ​ສ​ເຊີ​ ປະ​ທານ ​ຄະ​ນະ​ບໍ​ລິ​ຫານ​ ບໍ​ລິ​ສັດ​ ນ້ຳ​ມັນ​ເຊື້ອ​ໄຟ​ ຂອງ​ອາ​ຣັບ​ບີ ຊາ​​ອູ​ດິດ​ ກ່າວ​ວ່າ: ໃນ​​ໄລ​ຍະສອງ​ເດືອນ​ຜ່ານ​ມາ, ການ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ທົ່ວ​ໂລກ ​ໄດ້​ຫລຸດ​ລົງ​ປະ​ມານ 1 ຕື້ຖັງ(​ບາ​ເຣວ).

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ,  ທ່ານ ອາ​ມິ​ນ ເຮ​ສ ນັ​ສ​ເຊີ​ ປະ​ທານ ​ຄະ​ນະ​ບໍ​ລິ​ຫານ​ ບໍ​ລິ​ສັດ​ ນ້ຳ​ມັນ​ເຊື້ອ​ໄຟ​ ຂອງ​ອາ​ຣັບ​ບີ ຊາ​​ອູ​ດິດ​ ກ່າວ​ວ່າ: ໃນ​​ໄລ​ຍະສອງ​ເດືອນ​ຜ່ານ​ມາ, ການ​ສະ​ໜອງ​ນ້ຳ​ມັນ​ເຊື້ອ​ໄຟ​ທົ່ວ​ໂລກ ​ໄດ້​ຫລຸດ​ລົງ​ປະ​ມານ 1 ຕື້ຖັງ(​ບາ​ເຣວ). ບໍ​ລິ​ສັດ​ດັ່ງ​ກ່າວ​ ໄດ້​ເປີດ​ເຜີຍບົດ​ລາຍ​ງານວ່າ: ​ຜົນ​ກຳ​ໄລ​ສຸດ​ທິ​ ຂອງ​ບໍ​ລິ​ສັດ​ຕົນ​ ໃນ​ໄຕ​ມາດ​ທຳ​ອິດປີ​ນີ້​ໄດ້​ເພີ່ມ​ຂຶ້ນ ​ປະ​ມານ 26% ເມື່ອ​ທຽບ​ໃສ່ ​ໄລ​ຍະ​ດຽວ​ກັນ​ຂອງ​ປີ 2025. ທ່ານ ອາ​ມິນ ​ເຮ​ສ ນັ​ສ​ເຊີ ກ່າວ​ໃນ​ເວ​ລາ​ໃຫ້​ສຳ​ພາດ​ ຕໍ່​ສື່ມວນ​ຊົນ​​ວ່າ: ເຖິງວ່າ​ການ​ຈໍ​ລະ​ຈອນ​ ພະ​ລັງ​ງານ​ ຈະ​ກັບ​ຄືນ​ສູ່​ສະ​ພາບ​ປົກ​ກະ​ຕິ ​ກໍ່​ຕາມ, ແຕ່ລະ​ບົບ​ທັງ​ໝົດ ​ຕ້ອງ​ໃຊ້​ເວ​ລາ​ໄລ​ຍະ​ໜຶ່ງ ​ຈຶ່ງ​ຈະ​ສາ​ມາດ​ກັບ​ຄືນ​ສູ່ ສະ​ພາບ​ປົກ​ກະ​ຕິ​​ໄດ້.ບົດ​ລາຍ​ງານ​ດັ່ງ​ກ່າວ ​​ຍັງສະ​ແດງ​ໃຫ້​ເຫັນ​ວ່າ: ​ເຖິງວ່າ​ ໄດ້​ຮັບ​ຜົນ​ກະ​ທົບ ​ຈາກ​ການ​​ຜັນ​ຜວນ​ ຂອງ​ລາ​ຄາ​ພະ​ລັງ​ງານ​ທີ່​ເກີດ​ຂຶ້ນ​ຈາກສົງ​ຄາມ,​ແຕ່ກຳ​ໄລ​ສຸດ​ທິ ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ໃນ​ໄຕ​ມາດ​ທຳ​ອິດ ​​ປີ​ນີ້​ມີ​ເຖິງ 33,6 ຕື້ໂດລາສະຫະລັດ ເພີ່ມ​ຂຶ້ນ​ ປະ​ມານ 26% ເມື່ອ​ທຽບ​ໃສ່ ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top