ສປຈີນ ມີປະລິມານການເກັບຊື້ທັນຍາຫານ ຫລາຍກວ່າ 338 ລ້ານໂຕນ

12/05/2026 10:04
Email Print 134
ຂປລ ການເກັບ​ຊື້​ ທັນ​ຍາ​ຫານ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ 2025 ​ທົ່ວ​ປະ​ເທດ​ຈີນ ໄດ້​ສິ້ນ​ສຸດໃນ​ທ້າຍ​ເດືອນເມ​ສາ​ທີ່​ຜ່ານ, ​ບັນ​ດາ​ຫົວ​ໜ່ວຍ ​ທຸ​ລະ​ກິດ​ ດ້ານ​ທັນ​ຍາ​ຫານ ​ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ເກັບ​ຊື້​​ທັນ​ຍາ​ຫານ​ຫລາຍກວ່າ 338 ລ້ານ​ໂຕນ

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ອົງ​ການ​ ທັນ​ຍາ​ຫານ​ ແລະ​ ຄັງ​ສຳ​ຮອງ ​ແຫ່ງ​ຊາດ​ຈີນ ​ໄດ້​ປະ​ກາດ ​ສະ​ຖິ​ຕິ​ຫລ້າ​ສຸດ ​ສະ​ແດງ​ໃຫ້​ເຫັນ​ວ່າ: ການເກັບ​ຊື້​ ທັນ​ຍາ​ຫານ​ໃນ​ລະ​ດູ​ໃບ​ໄມ້​ຫລົ່ນ​ປີ 2025 ​ທົ່ວ​ປະ​ເທດ​ຈີນ ໄດ້​ສິ້ນ​ສຸດ ໃນ​ທ້າຍ​ເດືອນເມ​ສາ​ທີ່​ຜ່ານ, ​ບັນ​ດາ​ຫົວ​ໜ່ວຍ ​ທຸ​ລະ​ກິດ​ ດ້ານ​ທັນ​ຍາ​ຫານ ​ໃນ​ທົ່ວ​ປະ​ເທດ​ຈີນ​ ໄດ້​ເກັບ​ຊື້​​ ທັນ​ຍາ​ຫານ ​ຫລາຍກວ່າ 338 ລ້ານ​ໂຕນ ຊຶ່ງເປັນ​ລະ​ດັບ​ຂ້ອນ​ຂ້າງ​ສູງ​ ເມື່ອ​ທຽບ​ໃສ່​ໄລຍະຜ່ານມາ. ການເກັບ​ຊື້ ​ໄດ້​ດຳ​ເນີນ​ໄປ​ດ້ວຍ​ຈັງ​ຫວະ​ທີ່​ໄວ, ມີ​​ການ​ຊື້-ຂາຍ​ຢ່າງ​ຄຶກ​ຄື້ນ ແລະ ມີ​ລາ​ຄາ​ທີ່​​ສູງ​ຂຶ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL

ຂ່າວອື່ນໆ

ads
ads

Top