ສປ ຈີນ ມີດັດຊະນີລາຄາຜູ້ບໍລິໂພກເພີ່ມຂຶ້ນ 1,2%

12/05/2026 10:04
Email Print 145
ຂປລ ໃນເດືອນ​ເມ​ສາ​​ປີ 2026, ດັດ​ຊະ​ນີ ລາ​ຄາ​ຜູ້​ບໍ​ລິ​ໂພກ​ຂອງ​ສປ ຈີນ​ ໄດ້ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່ ເດືອນເມ​ສາປີ​ 2025. ໃນ​ນັ້ນ, ດັດ​ຊະ​ນີລາ​ຄາ​ໃນ​ຕົວ​ເມືອງ​ ໄດ້​ເພີ່ມ​ຂຶ້ນ 1,2%

ຂປລ.ວິທະຍຸ-ໂທລະພາບ ສູນກາງຈີນ, ໃນເດືອນ​ເມ​ສາ​​ປີ 2026, ດັດ​ຊະ​ນີ ລາ​ຄາ​ຜູ້​ບໍ​ລິ​ໂພກ​ຂອງ​ສປ ຈີນ​ ໄດ້ເພີ່ມ​ຂຶ້ນ 1,2% ເມື່ອ​ທຽບ​ໃສ່ ເດືອນເມ​ສາປີ​ 2025. ໃນ​ນັ້ນ, ດັດ​ຊະ​ນີລາ​ຄາ​ໃນ​ຕົວ​ເມືອງ​ ໄດ້​ເພີ່ມ​ຂຶ້ນ 1,2%, ​ໃນຊົນ​ນະ​ບົດ​ ໄດ້​ເພີ່ມ​ຂຶ້ນ 1%, ລາ​ຄາ​ອາ​ຫານ​ ໄດ້​ຫລຸດ​ລົງ 1,6%, ຂະ​ນະ​ທີ່ ລາ​ຄາ​ຂອງ​ສິນ​ຄ້າ ​ທີ່​ບໍ່​ແມ່ນ​ອາ​ຫານ​ໄດ້​ເພີ່ມ​ຂຶ້ນ 1,8%, ລາ​ຄາ​ເຄື່ອງ​ບໍ​ລິ​ໂພກ​ ໄດ້​ເພີ່ມ​ຂຶ້ນ 1,4% ​ແລະ ລາ​ຄາ​ບໍ​ລິ​ການ​ໄດ້​ເພີ່ມ​ຂຶ້ນ 0,9%. ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ເມ​ສາ​ປີ​ນີ້, ດັດ​ຊະ​ນີລາ​ຄາ​ຜູ້​ບໍ​ລິ​ໂພກ​ຂອງ​​ ສປ ຈີນ​ ໄດ້​ເພີ່ມ​ຂຶ້ນສະ​ເລ່ຍ 0,9% ​ຕໍ່​ເດືອນ ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ ​ຂອງ​ປີ​ກາຍ​ນີ້. ໃນ​ເດືອນ​ເມ​ສາ, ດັດ​ຊະ​ນີ ລາ​ຄາ​​ຜູ້ບໍ​ລິ​ໂພກ​ ຂອງ ສປ ​ຈີນ​ ໄດ້​ເພີ່ມ​ຂຶ້ນ 0,3% ເມື່ອ​ທຽບ​ໃສ່ ​ເດືອນ​ມີ​ນາ​​ປີ​ນີ້. ໃນ​ນັ້ນ, ດັດ​ຊະ​ນີ ລາ​ຄາ​ໃນ​ຕົວ​ເມືອງ ​ໄດ້​ເພີ່ມ​ຂຶ້ນ 0,3%, ຊົນ​ນະ​ບົດ ​ໄດ້​ເພີ່ມ​ຂຶ້ນ 0,1%, ລາ​ຄາ​ອາ​ຫານ​ໄດ້​ຫລຸດ​ລົງ 1,6%, ລາ​ຄາ​ສິນ​ຄ້າ ​ທີ່​ບໍ່​ແມ່ນ​ອາ​ຫານ​ ໄດ້​ເພີ່ມ​ຂຶ້ນ 0,7%, ລາ​ຄາ​ເຄື່ອງ​ບໍ​ລິ​ໂພກ ​ໄດ້​ເພີ່ມ​ຂຶ້ນ 0,1% ແລະ ລາ​ຄາ​ບໍ​ລິ​ການ​ ໄດ້​ເພີ່ມ​ຂຶ້ນ 0,5%./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top