ຂປລ
ຂປລ. “ການພົວພັນຮ່ວມມື ລາວ-ຈີນ ແມ່ນມູນເຊື້ອມໍລະດົກຕົກທອດອັນລໍ້າຄ່າ ຈາກບັນພະບູລຸດ ແລະ ການນໍາຮຸ່ນກ່ອນມອບໃຫ້ແກ່ພວກເຮົາ ທັງສອງຊາດ ຈະຕ້ອງເດັດດ່ຽວສືບຕໍ່ຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນດົກໜາໃຫຍ່ຫລວງກວ່າເກົ່າ,

ຂປລ. “ການພົວພັນຮ່ວມມື ລາວ-ຈີນ ແມ່ນມູນເຊື້ອມໍລະດົກຕົກທອດອັນລໍ້າຄ່າ ຈາກບັນພະບູລຸດ ແລະ ການນໍາຮຸ່ນກ່ອນມອບໃຫ້ແກ່ພວກເຮົາ ທັງສອງຊາດ ຈະຕ້ອງເດັດດ່ຽວສືບຕໍ່ຖະນຸຖະໜອມ, ປົກປັກຮັກສາ ແລະ ເສີມຂະຫຍາຍໃຫ້ແຕກດອກອອກຜົນດົກໜາໃຫຍ່ຫລວງກວ່າເກົ່າ,ຍືນຍົງຕະຫລອດໄປ ນີ້ແມ່ນບາງຕອນຂອງບົດສຳພາດຂອງທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ໄດ້ຍົກຂຶ້ນໃນລະຫວ່າງໃຫ້ສໍາພາດຕໍ່ວິທະຍຸ-ໂທລະພາບສູນກາງ ຈີນ (CMG) ໃນໂອກາດວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ (ວັນທີ 25.4.1961-ວັນທີ 25.4.2026).

ໃນໂອກາດໄລຍະການສະເຫລີມສະຫລອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 65 ປີ, ທ່ານ ສົມພອນ ສີຈະເລີນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ສປ ຈີນ ກໍໄດ້ໃຫ້ສໍາພາດຕໍ່ວິທະຍຸ-ໂທລະພາບສູນກາງ ຈີນ (CMG/CRI) ໃນວັນທີ 27 ເມສາ 2026 ທີ່ປັກກິ່ງ ແລະ ໄດ້ຍົກເອົາເນື້ອໃນຈິດໃຈສໍາຄັນໃຫ້ເຫັນຫລາຍດ້ານ ດັ່ງນີ້:(ໜຶ່ງ) ສໍາລັບການພົວພັນ ລາວ-ຈີນ,ຈີນ-ລາວ ດັ່ງທີ່ພວກເຮົາຮູ້ນໍາກັນຄື: ລາວ-ຈີນ ເປັນປະເທດບ້ານໃກ້ ເຮືອນຄຽງທີ່ມີສາຍພູ-ສາຍນໍ້າຕິດຈອດກັນ, ມີມິດຕະພາບ ມາແຕ່ດົນນານ ແລະ ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອກັນໃນພາລະ ກິດຕໍ່ສູ້ກູ້ຊາດໃນເມື່ອກ່ອນ ກໍຄື ພາລະກິດປົກປັກຮັກສາ, ສ້າງສາພັດທະນາປະເທດຊາດໃນປັດຈຸບັນ. ພາຍຫລັງທີ່ ລາວ-ຈີນ ໄດ້ສ້າງສາຍພົວພັນການທູດໃນວັນທີ 25 ເມສາ 1961 ເຊິ່ງພວກເຮົາຖືວ່າເປັນ ຂີດໝາຍສໍາຄັນທາງດ້ານ ປະຫວັດສາດໃນການພົວພັນຮ່ວມມືສອງປະເທດ,ຈາກນັ້ນມາ ສອງປະເທດກໍໄດ້ຮັບການພັດທະນານັບມື້ນັບກ້າວເຂົ້າສູ່ລວງເລິກ ແຕ່ອັນສໍາຄັນ ພວກເຮົາກໍເຫັນວ່າການພົວພັນຮ່ວມມືຂອງສອງປະເທດໄດ້ຜ່ານການທົດສອບໃນການເວລາທີ່ມີຄວາມໝາຍສໍາຄັນທີ່ສຸດໃນຊ່ວງປະຫວັດສາດຂອງສອງປະເທດ ແລະ ຂ້າພະເຈົ້າກໍຄິດ ວ່າການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນໃນໄລຍະທີ່ ສປປ ລາວ ໄດ້ດໍາເນີນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດໃນເມື່ອກ່ອນໄດ້ກາຍເປັນສິ່ງທີ່ລໍ້າຄ່າ ແລະ ເປັນມໍລະດົກອັນສໍາຄັນໃຫ້ແກ່ການພົວພັນໃນໄລຍະຕໍ່ມາ, ໂດຍໄດ້ຮັບການເອົາໃຈໃສ່ ແລະ ການຊີ້ນໍາໆພາທາງດ້ານຍຸດທະສາດຂອງການນໍາສູງສຸດ ລະຫວ່າງ ສອງປະເທດເຮັດໃຫ້ການພົວພັນຮ່ວມມື ລາວ-ຈີນ ຮັບການພັດທະນາ ເອີ້ນວ່ານັບມື້ນັບມີຄວາມໜັກແໜ້ນ, ມີຖ່ວງທ່າໃໝ່, ມີຄຸນນະພາບໃໝ່, ເກີດດອກອອກຜົນ ແລະ ຢູ່ໃນໄລຍະດີທີ່ສຸດຂອງການພົວພັນໃນປະຫວັດສາດລະຫວ່າງ ລາວ ແລະ ຈີນ. ການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ ເຊິ່ງການນໍາສູງສຸດຂອງສອງພັກ-ສອງລັດໄດ້ລົງນາມຮ່ວມກັນໃນເດືອນເມສາ 2021 ກໍເປັນຂີດໝາຍສໍາຄັນທີ່ສຸດ, ເປັນພື້ນຖານໃຫ້ແກ່ການສືບຕໍ່ການພົວພັນຮ່ວມມືລະຫວ່າງສອງພັກ-ສອງລັດພວກເຮົາ. ປັດຈຸບັນນີ້ສອງພັກ-ສອງລັດພວກເຮົາຍັງຢູ່ໃນໄລຍະການຈັດຕັ້ງປະຕິບັດແຜນແມ່ບົດ ສະບັບທີ 2 (2024-2028) ເຊິ່ງແຜນແມ່ນບົດນີ້ໄດ້ກໍານົດທິດທາງຍຸດທະສາດ ແລະ ຄາດໝາຍທີ່ມີລັກສະນະຍຸດທະສາດໃຫ້ແກ່ການພົວພັນຮ່ວມມືຄື: ພວກເຮົາຕ້ອງ ພ້ອມກັນເຮັດແນວໃດໃຫ້ການພົວພັນຮ່ວມມືສອງຝ່າຍມີລະດັບ,ມີຄຸນນະພາບ, ມີມາດ ຖານທີ່ສູງຂຶ້ນກວ່າເກົ່າ ເຊິ່ງທັງໝົດນັ້ນເປັນແຮງຂັບເຄື່ອນອັນໃໝ່ໃຫ້ແກ່ການບຸກເບີກ, ບັນລຸການພົວພັນຮ່ວມມືພວກເຮົາທີ່ເລິກເຊິ່ງຢູ່ແລ້ວນັ້ນຍິ່ງເລິກເຊິ່ງດີກວ່າເກົ່າ ແລະ ມີຜົນສໍາເລັດໃຫຍ່ຫລວງກວ່າເກົ່ານັບມື້ນັບຫລາຍຂຶ້ນ. ເມື່ອພວກເຮົາໄດ້ຫວນຄືນປະຫວັດ ຫລື ເສັ້ນທາງເດີນຂອງການພົວພັນຮ່ວມມືຂອງສອງປະເທດຕະຫລອດ 65 ປີຜ່ານມາ, ຂ້າພະເຈົ້າກໍມີຄວາມປິຕິຍິນດີ,ມີຄວາມເອກອ້າງທະນົງໃຈຕໍ່ກັບເສັ້ນທາງ ທີ່ພວກເຮົາເດີນມານັ້ນໄດ້ຜ່ານການທົດສອບທັງເວລາທີ່ຫຍຸ້ງຍາກລະອິດລະອ້ຽວບໍ່ທໍາມະດາ ແລະ ທັງປຽບລົ້ນໄປດ້ວຍສັນຕິພາບຄຽງຄູ່ກັນ ແຕ່ທັງໝົດນັ້ນການພົວພັນຮ່ວມມືກໍນັບມື້ນັບໄດ້ຮັບການພັດທະນາ ແລະ ມີຜົນສໍາເລັດທີ່ໃຫຍ່ຫລວງ ເຊິ່ງພວກເຮົາໄດ້ຕີລາຄາສູງ ແລະ ຊົມເຊີຍຕໍ່ຜົນສໍາເລັດຢ່າງຈິງໃຈທີ່ທັງສອງຊາດຍາດມາໄດ້ ຍ້ອນຄວາມເອົາໃຈໃສ່ຊີ້ນໍາທາງດ້ານຍຸດທະສາດຂອງສອງພັກ-ສອງລັດ ຈຶ່ງເຮັດໃຫ້ການພັດທະນາມີລັກສະນະກ້າວກະໂດດ,ເປັນຄູ່ຮ່ວມມືຮອບດ້ານໝັ້ນຄົງຍາວນານ ຕາມທິດ 4 ດີຈົນກ້າວຂຶ້ນເປັນຄູ່ຮ່ວມຊາຕາກໍາ. ໃນຄູ່ຮ່ວມຊາຕາກໍານີ້ເນື້ອແທ້ ກໍແມ່ນຄູ່ຮ່ວມຊາຕາກໍາສັງຄົມນິຍົມຂອງສອງປະເທດລ້ວນແຕ່ນໍາພາໂດຍພັກກອມມູນິດ ໂດຍມີເປົ້າໝາຍສຸດທ້າຍກໍແມ່ນການສ້າງສັງຄົມນິຍົມເພື່ອນໍາເອົາຄວາມຢູ່ດີກິນດີ, ຄວາມຈະເລີນຮຸ່ງເຮືອງສີວິໄລ, ສັນຕິພາບ ແລະ ຄວາມສະຫງົບ ມາໃຫ້ປະຊາຊົນ ສອງຊາດ ກໍຄື ວົງຄະນາຍາດສາກົນ. ແນ່ນອນແລ້ວວ່າພວກຂ້າພະເຈົ້າໄດ້ເອົາໃຈໃສ່, ຖະນຸຖະໜອມມິດຕະພາບການພົວພັນຮ່ວມມືທີ່ເປັນມູນເຊື້ອດັ່ງກ່າວທີ່ພວກເຮົາໄດ້ຫລຽວຄືນຫລັງທີ່ໄດ້ເວົ້າຜ່ານມາແລ້ວວ່າ ເປັນມໍລະດົກອັນລໍ້າຄ່າໃຫ້ແກ່ພວກໃນປັດຈຸບັນ ແລະ ຕໍ່ໜ້າ. ພວກຂ້າພະເຈົ້າຈະສືບຕໍ່ປົກປັກຮັກສາມໍລະດົກທີ່ການນໍາຮຸ່ນ ກ່ອນໆໄດ້ພ້ອມກັນສ້າງຂຶ້ນ, ພ້ອມກັນປົກປັກຮັກສາ ແລະ ເສີມຂະຫຍາຍ ໃຫ້ນັບມື້ນັບແຕກດອກອອກຜົນ,ຍືນຍົງກັບສອງຊາດພວກເຮົາຕະຫລອດໄປ. (ສອງ): ສໍາລັບໂຄງການລົດໄຟ ລາວ-ຈີນ ຖືວ່າເປັນໂຄງການທີ່ພົ້ນເດັ່ນໜຶ່ງຕິດພັນກັບການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງແລວໜຶ່ງເສັ້ນທາງ ເຊິ່ງເປັນເສັ້ນທາງທີ່ປະທານ ສີຈິ້ນ ຜິ້ງ ສະເໜີອອກ ແລະ ເປັນເສັ້ນທາງຍຸດທະສາດສໍາຄັນສໍາລັບ ສປປ ລາວ. ຍຸດທະສາດ ຄືແນວໃດ? ນີ້ມັນໄດ້ປະກອບສ່ວນສໍາຄັນເຂົ້າໃນຍຸດທະສາດເພື່ອຫັນປະເທດລາວທີ່ມີ ບໍ່ຊາຍແດນຕິດຈອດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ-ສາກົນ, ມັນໄດ້ປະກອບສ່ວນສໍາຄັນໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ, ການແກ້ໄຂຄວາມທຸກຍາກ, ສ້າງວຽກເຮັດງານທໍາຂອງລາວ. ນີ້ເປັນໂຄງການໜຶ່ງທີ່ເປັນຕົວແບບ ແລະ ເປັນສັນຍະລັກມິດຕະພາບລະຫວ່າງປະຊາຊົນສອງຊາດ.

ນັບແຕ່ເປີດໃຫ້ບໍລິການທາງລົດໄຟ ລາວ-ຈີນ 5 ປີຜ່ານມາ, ປະຊາຊົນລາວບັນດາເຜົ່າ ກໍໄດ້ຊົມໃຊ້ເດີນທາງໄປມາຫາສູ່ກັນສະດວກສະບາຍ, ມີຄວາມສຸກ, ປອດໄພສູງ, ປະຢັດເງິນ, ປະຢັດເວລາ ແລະ ຂົນສົ່ງໄດ້ຈໍານວນຫລາຍ. ຕົວຢ່າງເຫັນໄດ້ຢ່າງຈະ ແຈ້ງວ່າມັນໄດ້ປະກອບສ່ວນສໍາຄັນເຂົ້າໃນການຂົນຜູ້ໂດຍສານໄດ້ທັງໝົດ 70 ລ້ານເທື່ອຄົນ ລວມທັງຄົນ ລາວ, ຈີນ ແລະ ປະເທດອື່ນໆ, ການຂົນສົ່ງສິນຄ້າຕ່າງໆບັນລຸ 80 ລ້ານກວ່າໂຕນ ເຊິ່ງນີ້ໄດ້ສະແດງໃຫ້ເຫັນວ່າ: ໝາກຜົນທີ່ໄດ້ຮັບໃນໄລຍະ 5 ປີຜ່ານມານີ້ ແມ່ນຄວາມຈິງເກີນການຄາດຄະເນທີ່ພວກເຮົາຄິດໄວ້ ແລະ ໄດ້ເປັນຕົວ ແບບໜຶ່ງກະຕຸກຊຸກຍູ້ເຮັດໃຫ້ແນວຄິດລິເລີ່ມຂອງ ປະທານ ສີຈິ້ນຜິ້ງ ທີ່ກ່ຽວກັບການເຊື່ອມໂຍງເຊື່ອມຈອດພື້ນຖານໂຄງລ່າງປະກົດຜົນເປັນຈິງ. ເມື່ອເປັນຄືແນວນັ້ນແລ້ວ, ແນ່ນອນກໍສືບຕໍ່ປຶກສາຫາລືຮ່ວມກັນໃຫ້ເກີດຜົນປະໂຫຍດສູງສຸດຕໍ່ສອງຝ່າຍ ແລະ ຄູ່ຮ່ວມມືກ່ຽວຂ້ອງໂດຍສະເພາະການຍົກລະດັບການໄປມາຫາສູ່ລະຫວ່າງປະຊາຊົນກັບປະຊາຊົນ, ແລກປ່ຽນສິນຄ້າລະຫວ່າງ ຈີນ-ອາຊຽນ, ການສ້າງຄວາມເຂັ້ມແຂງດ້ານເສດຖະກິດ ແລະ ອື່ນໆ ໂດຍ ສປປ ລາວ ເປັນອີກໜຶ່ງປະຕູທາງຜ່ານອາຊຽນ, ສູ່ພາກພື້ນ ແລະ ສາກົນ.
ສໍາລັບໂຄງການລົດໄຟ ລາວ-ຫວຽດນາມ ກໍແມ່ນໂຄງການຍຸດທະສາດເຊັ່ນກັນ, ຍຸດທະສາດຄືແນວໃດ? ກໍຄືການປະຕິບັດຍຸດທະສາດ ລວມທີ່ລັດຖະບານໄດ້ສູ້ຊົນເຮັດແນວໃດຫັນປະເທດລາວທີ່ບໍ່ມີຊາຍແດນຕິດກັບທະເລກາຍເປັນປະເທດເຊື່ອມໂຍງ-ເຊື່ອມຈອດກັບທະເລ,ພາກພື້ນສາກົນ. ອັນນີ້ພວກເຮົາຈະເຊື່ອມຈອດທິດເໜືອຫາທິດໃຕ້, ທິດຕາເວັນອອກຫາທິດຕາເວັນຕົກໃຫ້ນັບມື້ນັບ ຫລາຍຂຶ້ນ. ໂຄງການດັ່ງກ່າວນີ້ກໍຂໍແຈ້ງໃຫ້ທ່ານຜູ້ອ່ານຊາບວ່າ: ແມ່ນເປັນໂຄງການຍຸດທະສາດ ແລະ ເປັນໂຄງການໜຶ່ງທີ່ໃຫຍ່, ມູນຄ່າການລົງທຶນ 6,6 ຕື້ໂດລາ, ພວກເຮົາໄດ້ນໍາໃຊ້ເຕັກນິກທັນສະໄໝ, ລາງລະດັບສາກົນມີຄວາມກວ້າງ 1.435 ແມັດ ເຊິ່ງໃຊ້ລະບົບແບບນີ້ກໍເພື່ອເຊື່ອມຈອດກັບໂຄງການເສັ້ນທາງລົດໄຟລາວ-ຈີນ. ໂຄງການນີ້ມີຄວາມຍາວ 562 ກິໂລແມັດ ຈາກນະຄອນຫລວງວຽງຈັນໄປຫາທ່າເຮືອຫວຸງອາງ ຂອງ ສສ ຫວຽດນາມ, ໃນນັ້ນແບ່ງເປັນ 3 ໄລຍະຄື: 1.ໄລຍະທໍາອິດຈາກນະຄອນຫລວງວຽງຈັນຫາແຂວງຄໍາມ່ວນ,ໄລຍະທີ 2 ຈາກ ແຂວງຄໍາມ່ວນ ຫາ ຫວຽດນາມ, ໄລຍະທີ 3 ຈາກຊາຍແດນຫວຽດນາມໄປຫາ ຫວຸງອາງ. ສອງລັດຖະບານໄດ້ຕົກກັນວ່າໄລຍະທີ 2 ຖືວ່າຈາກແຂວງຄໍາມ່ວນຫາ ຊາຍແດນຫວຽດນາມ ຈະໄດ້ຈັດຕັ້ງປະຕິບັດພາຍໃນປີ 2026 ນີ້, ຫລັງຈາກ ນັ້ນໄລຍະທີ 2 ເລີ່ມຈາກຊາຍແດນຫວຽດນາມຫາທ່າເຮືອຫວຸງອາງ, ສ່ວນໄລຍະທີ 3 ຈາກນະ ຄອນຫລວງວຽງຈັນໄປຫາແຂວງຄໍາມ່ວນ ຄາດວ່າຈະໃຫ້ສໍາເລັດໃນປີ 2030.
ໂດຍ: ເກີດຂວັນໃຈ ມາລີຈັນສີ
KPL