ຕາດເທວະດາ ແຫ່ລງທ່ອງທ່ຽວທີ່ທ່ານບໍ່ຄວນພາດ

26/03/2025 09:59
Email Print 429
ຂປລ ປະເທດລາວ ເປັນປະເທດໜຶ່ງທ່ີມີສະຖານທີ່ທ່ອງທ່ຽວທີ່ສວຍງາມຫລາຍແຫ່ງ ແຕ່ເໜືອຮອດໃຕ້ ບ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຕ່ລະແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນທີ່ແຕກຕ່າງກັນອອກໄປ ໂດຍສະເພາະສະຖານທ່ີທ່ອງທ່ຽວທໍາມະຊາດພູຜາປ່າດົງໃນເຂດສະຫງວນ, ນໍ້າຕົກຕາດ, ເຂດອະນຸລັກສັດປ່ານາໆຊະນິດ ແລະ ອື່ນໆ.

     *ປະເທດລາວ ເປັນປະເທດໜຶ່ງທ່ີມີສະຖານທີ່ທ່ອງທ່ຽວທີ່ສວຍງາມຫລາຍແຫ່ງ ແຕ່ເໜືອຮອດໃຕ້ ບ່ວ່າຈະເປັນແຫລ່ງທ່ອງທ່ຽວທາງທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳທີ່ມີເອກະລັກໂດດເດັ່ນປະຈຳແຕ່ລະແຂວງ, ປະຈຳພາກ, ປະຈຳທ້ອງຖິ່ນທີ່ແຕກຕ່າງກັນອອກໄປ ໂດຍສະເພາະສະຖານທ່ີທ່ອງທ່ຽວທໍາມະຊາດພູຜາປ່າດົງໃນເຂດສະຫງວນ, ນໍ້າຕົກຕາດ, ເຂດອະນຸລັກສັດປ່ານາໆຊະນິດ ແລະ ອື່ນໆ. ເມື່ອເວົ້າເຖິງແຫລ່ງທ່ອງທ່ຽວທາງທຳມະຊາດແລ້ວ ມື້ນີ້ຜູ້ຂຽນຈະພາບັນດາທ່ານລົງໄປພາກໃຕ້ຂອງລາວ ໂດຍສະເພາະແມ່ນແຂວງສາລະວັນ ກໍເປັນອີກແຂວງໜ່ຶງທ່ີມີສະຖານທ່ີທ່ອງທ່ຽວທາງທຳມະຊາດຫລາຍແຫ່ງ ເຊັ່ນ : ນຳ້ຕົກຕາດເລາະ, ນຳ້ຕົກຕາດເຊເສດ, ນ້ຳຕົກຕາດເສນ, ປ່າສະຫງວນແຫ່ງຊາດເຊບັ້ງນວນ, ປ່າສະຫງວນແຫ່ງຊາດພູຊຽງທອງ, ຕາດສູງ, ນ້ຳ ຕົກຕາດເທວະດາ, ຖ້ຳ 9 ຮູພູຕາກ ເຂົ້າ, ຖ້ຳຝຶດ ແລະ ສະຖານທີ່ທ່ອງທ່ຽວອື່ນໆ  ທີ່ເຮັດໃຫ້ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດຢາກໄປສຳຜັດ ແລະ ພັກຜ່ອນຢ່ອນອາລົມກັບກ່ິນອາຍທຳມະຊາດບວກກັບການໄດ້ຍິນສຽງນົກ, ສຽງນ້ຳຕົກໄຫລມາຈາກທີ່ສູງລົງສູ່ເຂດຕໍ່າເປັນຕາອອນຊອນເພີດເພີນໄປກັບບັນຍາກາດເຢັນສະບາຍອ້ອມຮອບໄປດ້ວຍຕົ້ນໄມ້ໃບຫຍ້າທີ່ຂຽວງາມອຸ່ມທຸ່ມ ຊຶ່ງມື້ນີ້ຈະພາທ່ານຜູ້ອ່ານມາຮູ້ຈັກກັບຕາດເທວະດາ ແຂວງສາລະວັນ.

    ຕາດເທວະດາ ກໍ່ແມ່ນຕາດໜ່ຶງທີ່ມີຄວາມສວຍງາມໜ້າທ່ອງທ່ຽວ ແລະ ມີເລ່ືອງເລ່ົາຂານກັນມາຈາກລຸ້ນສູ່ລຸ້ນເຊິ່ງນ້ຳຕົກຕາດເທວະດາເກີດມາຈາກຫ້ວຍນ້ຳໃສ, ບ້ານຫາງພູນ້ອຍ ເມືອງສາລະວັນ, ທີ່ຕັ້ງຂອງນ້ຳຕົກຕາດແມ່ນຢູ່ໄກຈາກເທສະບານ ເມືອງສາລະວັນ ປະມານ 13 ກິໂລແມັດໄປຕາມເສັ້ນທາງເລກທີ 20 ສາລະວັນ-ປາກເຊ ຖ້າຜູ້ໃດໄດ້ມີໂອກາດໄປທ່ອງທ່ຽວທາງໄປເມືອງສາລະວັນ ພາດບໍ່ໄດ້ທີ່ຈະຕ້ອງໄປແວ່ຊົມຫລິ້ນນ້ຳເຢັນໆ ເຊິ່ງນ້ໍາຕົກຕາດເທວະດາມີຊ່ືເດີມວ່າ “ນໍ້າຕົກຕາດຕະຫລຸຍ”.ຕໍ່ມາໃນ ປີ 2008 ນັກທຸລະກິດເຂົ້າມາສຳປະທານເຂດດັ່ງກ່າວ ເຫັນວ່ານ້ຳຕົກຕາດມີຄວາມສວຍງາມອຸດົມສົມບູນໄປດ້ວຍຊັບພະຍາກອນທຳມະຊາດ ແລະ ມີຫີນພົມສີ່ໜ້າຈຶ່ງໄດ້ປ່ຽນຊື່ຈາກຕາດຕະຫລຸຍມາເປັນ “ ຕາດເທວະດາ ” ຈົນເຖິງທຸກວັນນີ້. ຕາມເຖົ້າແກ່ພາຍໃນບ້ານໄດ້ເລົ່າສູ່ກັນຟັງວ່າ: ໃນບໍລິເວນດ້ານລຸ່ມຂອງນ້ຳຕົກຕາດໄດ້ມີພະພຸດທະຮູບສະຖິດຢູ່ໃນຖ້ຳກ້ອງນ້ຳຕົກໃນ ແຕ່ລະປີພໍຮອດເດືອນຫ້າປະຊາຊົນພາຍໃນບ້ານຈັດຕັ້ງບຸນ ແລະ ພາກັນມາຫົດສົງພະ, ໃນບໍລິເວນຕໍ່ໜ້ານ້ຳຕົກຕາດຍັງມີຫີນຕັ້ງເປັນຮູບລັກສະນະຄ້າຍກັບພົມສີ່ໜ້າ (ໃນສາສະໜາຮິນດູ) ໃນອະດີດມີສອງອັນ ແລະ ປັດຈຸບັນເຫລືອພຽງອັນດຽວຍ້ອນຖືກລະເບີດໃນສະໄໝສົງຄາມ.

     ເຖິງແນວໃດກໍດີສໍາລັບແຫລ່ງ ທ່ອງທ່ຽວນ້ໍາຕົກຕາດທີ່ຜູ້ຂຽນໄດ້ນໍາສະເໜີໄປນ້ັນເປັນພຽງຕົວຢ່າງທ່ີ ໄດ້ຢິບຍົກຂຶ້ນມາເພື່ອນໍາສະເໜີທ່ານໃຫ້ສຶກສາ ແລະ ເປັນຂໍ້ມູນເບື້ອງຕົ້ນຖ້າທ່ານມີແຜນຢາກພາຄອບຄົວ, ຄົນຮັກ, ພໍ່ແມ່ ແລະ ຍາດພີ່ນ້ອງໄປທ່ຽວສາມາດສຶກສາ ແລະ ເບ່ິງຂໍ້ມູນຕາມນີ້ໄດ້ແຕ່ຜູ້ຂຽນເຊື່ອວ່າຍັງມີອີກຫລາຍສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດສວຍສົດງົດງາມທີ່ຍັງບໍ່ຮູ້ເທື່ອຖ້າທ່ານໃດຮູ້ ຫລື ເຄີຍໄດ້ສໍາຜັດມາແລ້ວສາມາດເພີ່ມຕື່ມໄດ້ ເພື່ອເປັນຊ່ອງທາງໃນການສົ່ງເສີມການທ່ອງທ່ຽວລາວ, ປະຊາສໍາພັນໃຫ້ນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຮູ້ຕື່ມເພື່ອເປັນການປະກອບສ່ວນຊ່ວຍຊາດ ເຮັດໃຫ້ເສດຖະກິດເຂັ້ມແຂງ, ສ້າງວຽກເຮັດງານທໍາໃຫ້ຫລາຍຂຶ້ນ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າຢ່າງໜັກແໜ້ນ.                ໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

ads
ads

Top