ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມ

12/03/2025 09:49
Email Print 2876
ຂປລ ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດ ທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ.

    *ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສທີ່ສາມາດແນມເຫັນຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

    ທ່ານ ມອກ ສະຫວັນ ເຈົ້າຂອງແຫລ່ງທ່ອງທ່ຽວທໍາມະຊາດອ່າງຫລວງ ໄດ້ໃຫ້ຮູ້ວ່າ: ອ່າງຫລວງ ເປັນແຫລ່ງທ່ອງທ່ຽວທາງທໍາມະຊາດຕັ້ງຢູ່ບ້ານນາມ່ວງຫ່າງຈາກຕົວເມືອງວັງວຽງ ປະມານ 13 ກິໂລແມັດ, ບໍລິເວນອ່າງຫລວງ ມີທິວທັດທໍາມະຊາດທີ່ສວຍງາມອ້ອມຮອບໄປດ້ວຍພູຜາປ່າໄມ້, ມີອ່າງນໍ້າທີ່ໃສເຮັດ ໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນຄາຍເມື່ອໄດ້ເຂົ້າມາທ່ຽວຊົມ ເຊິ່ງກິດຈະກໍາຍອດນິຍົມຂອງນັກທ່ອງທ່ຽວແມ່ນການໂດດນໍ້າ, ຂີ່ສະລິງ, ຍ່າງປ່າຊົມທໍາມະຊາດທີ່ສວຍງາມ, ການນັ່ງຕູບກິນອາຫານທີ່ແຊບຊ້ອຍ ແລະ ກິດຈະກໍາອື່ນໆ. ນອກຈາກນີ້, ສະຖານທີ່ທ່ອງທ່ຽວອ່າງຫລວງຍັງເປັນສະຖານທີ່ ທີ່ປະຊາຊົນມີສ່ວນຮ່ວມໃນການສ້າງກິດຈະກໍາ ໂດຍສະເພາະແມ່ນການຂາຍອາຫານພື້ນບ້ານ, ເຄື່ອງທີ່ລະນຶກເຊິ່ງໄດ້ສ້າງສີສັນ ແລະ ດຶງດູດຄວາມສົນໃຈຈາກນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດຢ່າງຫລວງຫລາຍ.

   ທ່ານ ມອກ ສະຫວັນ ຍັງໃຫ້ຮູ້ອີກວ່າ: ຕົນເອງໄດ້ມາພັດທະນາອ່າງຫລວງ ໃນປີ 2014  ໂດຍສະເພະແມ່ນຂະຫຍາຍປຸກສ້າງຮ້ານອາຫານໃໝ່, ປັບປຸງສະຖານທ່ີທ່ຽວຊົມຖໍ້າ ແລະ ການຍ່າງປ່າຕາມຈຸດຕ່າງໆ ແລະ ກິດຈະກໍາອື່ນໆ ໃຫ້ມີຄວາມຫລາກຫລາຍ, ສວຍງາມຂຶ້ນ ແລະ ຮັບປະກັນໄດ້ຄວາມປອດໄພຂອງນັກທ່ອງທ່ຽວ. ໃນຂະນະດຽວກັນ, ກໍໄດ້ເອົາໃຈໃສ່ໃນການຮັກສາສ່ິງແວດລ້ອມໄປຄຽງຄູ່ກັບການພັດທະນາ ໂດຍສິ່ງດັ່ງກ່າວກໍເປັນປັດໄຈເຮັດໃຫ້ສະຖານທີ່ທ່ອງທ່ຽວອ່າງຫລວງ ໄດ້ຮັບລາງວັນການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ.

     ສ່ວນທິດທາງແຜນການໃນຕໍ່ໜ້າແມ່ນຈະສືບຕໍ່ພັດທະນາແຫລ່ງທ່ອງທ່ຽວທໍາມະຊາດອ່າງຫລວງ ໃຫ້ໄປຕາມທິດສີຂຽວ ແລະ ຍືນຍົງ, ມາຮອດປັດຈຸບັນກຳລັງກໍ່ສ້າງສະຖານທີ່ສະແດງສິລະປະພື້ນບ້ານເປັນອີກກິດຈະກຳໜຶ່ງ ຂອງແຫລ່ງທ່ອງທ່ຽວອ່າງຫລວງ. ທັງນີ້, ກໍເພື່ອໃຫ້ນັກທ່ອງທ່ຽວໄດ້ຊົມ ແລະ ເພີດເພີນໄປກັບງານສິລະປະຕື່ມອີກ. 

ບົດ-ພາບໂດຍ: ກິດຕາ

KPL

ຂ່າວອື່ນໆ

    • ພຽງ 3 ເດືອນ ຫລວງພະບາງເກັບລາຍໄດ້  584 ລ້ານໂດລາ ຈາກການທ່ອງທ່ຽວທ່ອງທ່ຽວ

      ພຽງ 3 ເດືອນ ຫລວງພະບາງເກັບລາຍໄດ້ 584 ລ້ານໂດລາ ຈາກການທ່ອງທ່ຽວ

      4/25/2025 9:29:12 AM

      ດັ່ງທີ່ຮູ້ນຳກັນວ່າ ຫລວງພະບາງ ແມ່ນເມືອງແຫ່ງມົນສະເໜ່, ມີຮີດຄອງປະເພນີ, ມີວັດທະນະທຳສວຍງາມ ແລະ ມີສະຖານທີ່ທ່ອງທ່ອງທາງດ້ານທຳມະຊາດ, ປະຫວັດສາດ ແລະ ວັດທະນະທຳເປັນຕົ້ນ ພະທາດພູສີ, ວັດຊຽງທອງ, ຫໍພິພິທະພັນຫລວງພະບາງ (ພະຣາຊະວັງເກົ່າ), ຕາດກວາງຊີ, ຕະຫລາດກາງຄືນ, ຖ້ຳຕິ່ງ....

    • ໂຮງແຮມ ແລນມາກ ປະກອບສ່ວນດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວທ່ອງທ່ຽວ

      ໂຮງແຮມ ແລນມາກ ປະກອບສ່ວນດຶງດູດ ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວ

      4/24/2025 12:25:14 PM

      ຂປລ. ໂຮງແຮມ ແລນມາກ ແມ່ຂອງລີເວີໄຊ ເປັນໂຮງແຮມໜຶ່ງ ສົ່ງເສີມການທ່ອງທ່ຽວ ເພື່ອດຶງດູດນັກທ່ອງທ່ຽວ ຕ່າງປະເທດເຂົ້າມາທ່ຽວ ສປປ ລາວ ໃຫ້ນັບມື້ນັບຫລາຍຂຶ້ນ ເຊິ່ງໄລຍະຜ່ານມາ​ໄດ້ຮ່ວມມືກັບພາກລັດ ໄດ້ສົ່ງຜູ້ບໍລິຫານການຂາຍຂອງໂຮງແຮມ ເຂົ້າຮ່ວມງານວາງສະແດງ ຜະລິດ​ຕະພັນການທ່ອງທ່ຽວຕ່າງປະເທດ ຢຸ່ພາຍໃນ ແລະ ຕ່າງປະເທດ ໂດຍສະເພາະປະເທດອາຊຽນ ແລະ ສປ ຈີນ ໂດຍຮ່ວມກັບກະຊວງ ຖະແຫລງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ໂຄສະນາເຜີຍແຜ່ການບໍລິການການທ່ອງທ່ຽວຂອງລາວ.

    • ມົນສະເໜ່ຂອງຕາດກວາງຊີທ່ອງທ່ຽວ

      ມົນສະເໜ່ຂອງຕາດກວາງຊີ

      4/21/2025 10:17:07 AM

      ຫລວງພະບາງ ເປັນເມືອງໜຶ່ງໃນບັນດາແຂວງທີ່ຕັ້ງຢູ່ທາງພາກເໜືອຂອງ ສປປ ລາວ ທີ່ເຕັມໄປດ້ວຍມົນສະເໜ່ ບໍ່ວ່າໃຜໆທີ່ໄດ້ມີໂອກາດໄປຢ້ຽມຢາມຕ່າງກໍພາກັນຫລົງໄຫລ, ຕິດອົກຕິດໃຈ ແລະ ຢາກຫວນຄືນໄປອີກ.

    • ແຫລ່ງທ່ອງທ່ຽດຕາດເລາະ-ຕາດຮັງ ເນັ້ນການ ທ່ຽວ ສະຫງົບ, ປອດໄພ ແລະ ສະອາດຈົບງາມທ່ອງທ່ຽວ

      ແຫລ່ງທ່ອງທ່ຽດຕາດເລາະ-ຕາດຮັງ ເນັ້ນການ ທ່ຽວ ສະຫງົບ, ປອດໄພ ແລະ ສະອາດຈົບງາມ

      4/17/2025 11:28:35 AM

      ຂປລ. ​​ແຫ​ລ່ງຂ່າວ​ຈາກ ​ແຂວງ​ສາລະ​ວັນ ​ໃຫ້​ຮູ້​ວ່າ: ການສະເຫລີມສະຫລອງບຸນປີໃໝ່ລາວ ພສ 2568, ໃນວັນທີ 15 ເມສາ 2025 ຢູ່ແຫລ່ງທ່ອງທ່ຽວຕາດເລາະ-ຕາດຮັງ ແຂວງສາລະວັນ ມີບັນຍາກາດຄືກຄື້ນດີ, ຊຶ່ງເປັນມື້ທີສອງຂອງການ ສະເຫລີມສະຫລອງບຸນປີໃໝ່ລາວ.

    • ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພ້ອມໃຫ້ ບໍລິການ ແກ່ນັກທ່ອງທ່ຽວ ໄລຍະປີໃໜ່ລາວທ່ອງທ່ຽວ

      ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ພ້ອມໃຫ້ ບໍລິການ ແກ່ນັກທ່ອງທ່ຽວ ໄລຍະປີໃໜ່ລາວ

      4/10/2025 11:32:50 AM

      ຂປລ. ແຫລ່ງທ່ອງທ່ຽວ ຕາດເລາະ-ຕາດຮັງ ເປັນແຫ່ງທ່ອງທ່ຽວ ທາງທໍາມະຊາດ ທີ່ສວຍງາມອີີກແຫ່ງໜຶ່ງ ຕັ້ງຢູ່ບ້ານຫົວຂົວເສັດ ເມືອງເລົ່າງາມ ແຂວງສາລະວັນ, ຫ່າງຈາກເທສະບານ ເມືອງສາລະວັນ 30 ກວ່າກິໂລແມັດ, ເປັນສະຖານທີ່ທ່ອງທ່ຽວ ທີ່ໄດ້ຮັບຄວາມນິຍົມຊົມຊອບ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ

ads
ads

Top