ຕາດຫົວເສືອ ອີກໜຶ່ງສະຖານທີ່ຄວນໄປສຳຜັດ

19/03/2025 05:52
Email Print 566
ຂປລ ເມື່ອກ້າວເຂົ້າສູ່ຍາມຮ້ອນອົບເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກຫາບ່ອນຜ່ອນຢ່ອນອາລົມທີ່ເຢັນສະບາຍອາກາດບໍລິສຸດບໍ່ໄກຈາກຕົວເມືອງເປັນເລື່ອງທ່ີຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ.

    *ເມື່ອກ້າວເຂົ້າສູ່ຍາມຮ້ອນອົບເອ້ົ້າ ເຮັດຫລາຍໆທ່ານກຳລັງຊອກຫາບ່ອນຜ່ອນຢ່ອນອາລົມທີ່ເຢັນສະບາຍອາກາດບໍລິສຸດບໍ່ໄກຈາກຕົວເມືອງເປັນເລື່ອງທ່ີຄິດຢາກ ແລະ ບໍ່ຮູ້ວ່າຈະໄປບ່ອນໃດດີ. ມື້ນີ້ຜູ້ຂຽນຂໍແນະນໍາ ເພື່ອເປັນຂ້ໍມູນໃຫ້ທ່ານທີ່ສົນໃຈພາຄອບຄົວ, ພໍ່ແມ່, ຍາດພ່ີນ້ອງ, ຄົນຮັກ ແລະ ໝູ່ເພ່ືອນໄປສໍາຜັດບັນຍາກາດທ່ີແຕກຕ່າງອອກໄປໃນເຂດທ່ີບ່ໍໄກຈາກຕົວເມືອງພໍປານໃດນັ້ນຄື ສະຖານທີ່ທ່ອງທ່ຽວນ້ຳຕົກຕາດຫົວເສືອ ຕັ້ງຢູ່ບ້ານດ່ານຊີ ເມືອງນາຊາຍທອງ ຫ່າງຈາກນະຄອນຫລວງວຽງຈັນ ພຽງ 25 ກິໂລແມັດ ເຊິ່ງເສັ້ນທາງເຂົ້າໄປຫາຕາດນັ້ນ ສາມາດໄປໄດ້ທັງລົດໃຫຍ່ ແລະ ລົດຈັກ. ຕາດແຫ່ງນີ້ແມ່ນບໍ່ມີປ້າຍບອກທາງທີ່ຊັດເຈນ, ຜູ້ທີ່ໄປທ່ຽວໄປຊົມສ່ວນຫລາຍແມ່ນອາໄສຖາມປະຊາຊົນບໍລິເວນອ້ອມຂ້າງເມືອງນາຊາຍທອງ ແລະ ເມືອງໃກ້ຄຽງ ເພື່ອແນະນໍາ ແລະ ບອກຈຸດໝາຍປາຍທາງ.

    ຖ້າທ່ານໃດມີຈຸດປະສົງຢາກໄປສໍາຜັດ ຫລື ໄປຫລິ້ນພຽງແຕ່ຂັບລົດໄປຕາມເສ້ັນທາງ 13 ເໜືອ ກາຍບ້ານຫົວຂົວ ເມືອງນາຊາຍທອງ ຂຶ້ນໄປແລ້ວໃຫ້ສັງເກດງ່າຍໆ ໃຜທີ່ເຄີຍໄປຕາດຍາວແມ່ນເສັ້ນທາງດຽວກັນທີ່ຈະເຂົ້າໄປຫາຕາດຫົວເສືອ ແຕ່ວ່າຈະຮອດຕາດຍາວກ່ອນຈຶ່ງຮອດຕາດຫົວເສືອ. ຖ້າຂັບລົດເລີ່ມຈາກທາງຫລວງ 13 ເໜືອ ເຂ້ົາໄປຫາບ້ານດ່ານຊີ ແລ້ວຂັບໄປເລື້ອຍໆຈົນເຖິງຕາດຫົວເສືອ ແມ່ນໃຊ້ເວລາປະມານ 30-45 ນາທີ. 

    ຕາດຫົວເສືອ ຖືໄດ້ວ່າເປັນອີກສະຖານທີ່ໜຶ່ງທີ່ມີຄວາມສວຍງາມຫລາຍອ້ອມຮອບບໍລິເວນນັ້ນ ສີຂຽນໄປດ້ວຍຕົ້ນໄມ້ໃຫຍ່ນ້ອຍຫລວງຫລາຍເຮັດໃຫ້ອາກາດເຢັນສະບາຍຈົນລືມຄວນອິດເມື່ອຍພຸ້ນລະ. ຕາດຫົວເສືອ ມີລັກສະນະພິເສດຢູ່ບ່ອນວ່າເປັນສາຍນໍ້າຫ້ວຍໂຕນລົງຈາກທີ່ສູງຜ່ານໂງ່ນຫີນມີຄວາມສູງປະມານ 20-30 ແມັດ, ສາຍນ້ຳທີ່ຕົກລົງມາ ແມ່ນມີຄວາມສວຍງາມຫລາຍເມື່ອກະທົບໃສ່ກັບໂງ່ນຫີນ ແລະ ມີແສງແດດອ່ອນໆສອດສ່ອງສະທ້ອນໃສ່ຂອບຟ້າອັນສ້າງຄວາມມະຫັດສະຈັນໃຫ້ຜູ້ພົບເຫັນ, ທາງດ້ານລຸ່ມກໍມີພື້ນທີ່ກວ້າງພໍທີ່ຈະລົງຫລິ້ນນ້ຳຖ້າທ່ານໄດ້ໄປສໍາຜັດຮັບຮອງວ່າຈະບໍ່ຜິດຫວັງແນ່ນອນ. ສຳລັບຜ້ທີ່ເດີນທາງໄປທ່ຽວໃນລະດູຝົນຍິ່ງເປັນສິ່ງທ້າທາຍ ແລະ ຈະໄດ້ເຫັນມວນນໍ້າໄຫລຈາກທີ່ສູງໂຕນລົງມາອັນໄດ້ສ້າງຄວາມເພີດເພີນ ແລະ ເບີກບານມ່ວນຊື່ນໃຫ້ທ່ານໄດ້ສຳຜັດຄວາມເປັນທໍາມະຊາດ, ຄວາມສະຫງົບ, ໄດ້ຍິນສຽງນົກ ແລະ ສຽງນໍ້າ ອັນໜ້າອອນຊອນໃຈ. ,

ໂດຍ: ແສງສະຫວັນໂດຍ: ແສງສະຫວັນ

KPL

ຂ່າວອື່ນໆ

    • ຖໍ້າລອດເຊບັ້ງໄຟ ມົນສະເໜ່ທີ່ໜ້າອັດສະຈັນທາງທຳມະຊາດທ່ອງທ່ຽວ

      ຖໍ້າລອດເຊບັ້ງໄຟ ມົນສະເໜ່ທີ່ໜ້າອັດສະຈັນທາງທຳມະຊາດ

      3/24/2025 6:24:37 AM

      ແຂວງຄໍາມ່ວນ ເປັນອີກແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວທີ່ສໍາຄັນ ແລະ ງົດງາມຫລາຍແຫ່ງ ເຊິ່ງແຕ່ລະແຫ່ງມີປະຫວັດຄວາມເປັນມາທີ່ແຕກຕ່າງກັນ.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວທຳມະຊາດ ທີ່ປະຊາຊົນມີສ່ວນຮ່ວມ

      3/12/2025 9:49:53 AM

      ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດຂອງເມືອງ ວັງວຽງ ແຂວງວຽງຈັນ ທີ່ໄດ້ຮັບລາງວັນການພັດ ທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບໄປດ້ວຍປ່າໄມ້ທ່ີຂຽວສົດງົດງາມ, ອາກາດເຢັນ.

    • ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊທ່ອງທ່ຽວ

      ຮອງລັດຖະມົນຕີ ຖວທ ຢ້ຽມຢາມ ສະຖານທີ່ທ່ອງທ່ຽວ ແຂວງອຸດົມໄຊ

      3/4/2025 9:33:23 AM

      ຂປລ. ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອຸດົມໄຊ ວັນທີ 3 ມີນາ 2025 ນີ້, ທ່ານ ວັນສີ ກົວມົວ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ(ຖວທ) ພ້ອມດ້ວຍຄະນະ ໄດ້ໄປເຄື່ອນໄຫວຢ້ຽມຢາມ ສະຖານທີ່ທ່ອງທ່ຽວທໍາມະຊາດ ແລະ ວັດທະນະທໍາເຊັ່ນ: ນໍ້າກັດຢໍລາປ່າ, ຫັດຖະກໍາໄຕລື້ ແລະ ວັດພູທາດ.

    • ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາທ່ອງທ່ຽວ

      ແຂວງອຸດົມໄຊ ຊຸກຍູ້ການກໍ່ສ້າງສິ່ງອຳນວນຄວາມສະດວກຢູ່ພູຫຍ້າຄາ

      3/3/2025 10:06:27 AM

      ອາທິດທີ່ຜ່ານມາ ພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ຮ່ວມກັບວິຊາການພະແນກການ ແລະ ຫ້ອງການກ່ຽວຂ້ອງ ຄື: ພະແນກແຜນການ ແລະ ການລົງທຶນແຂວງ, ຫ້ອງການ ຍທຂ ເມືອງໄຊ ແລະ ຫ້ອງການ ຖວທ ເມືອງໄຊ ໄດ້ລົງຕິດຕາມ, ຊຸກຍູ້ ແລະ ກວດກາການພັດທະນາສິ່ງອຳນວຍຄວາມສະດວກຢູ່ແຫລ່ງທ່ອງທ່ຽວ ພູຫຍ້າຄາ ບ້ານຫລັກ 32.

    • ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມທ່ອງທ່ຽວ

      ອ່າງຫລວງ ສະຖານທີ່ທ່ອງທ່ຽວ ຕິດພັນທຳມະຊາດ ປະຊາຊົນມີສ່ວນຮ່ວມ

      2/27/2025 5:10:19 PM

      ຂປລ. ສະຖານທ່ອງທ່ຽວອ່າງຫລວງ ເປັນອີກໜຶ່ງແຫລ່ງທ່ອງທ່ຽວທາງທຳມະຊາດ ຂອງເມືອງວັງວຽງ ແຂວງຈັນ ທີ່ໄດ້ຮັບລາງວັນ ການພັດທະນາທ່ອງທ່ຽວດີເດັ່ນ ແລະ ຍືນຍົງ ຂອງ ສປປ ລາວ ເຊິ່ງສະຖານທີ່ດັ່ງກ່າວອ້ອມຮອບ ໄປດ້ວຍປ່າໄມ້ທີ່ຂຽວສົດງົດງາມ, ອາກາດເຢັນ ແລະ ມີອ່າງນໍ້າໃສ ທີ່ສາມາດແນມເຫັນ ຮອດຝູງປານ້ອຍ-ໃຫຍ່ ຢູ່ໃນນໍ້າ ເຮັດໃຫ້ນັກທ່ອງທ່ຽວເພີດເພີນ ແລະ ຮູ້ສຶກຜ່ອນ ຄາຍເມື່ອໄດ້ເຂົ້າມາທ່ຽວຊົມ, ເໝາະແກ່ການມາພັກຜ່ອນ ແບບຄອບຄົວ, ຄູ່ຮັກ ຫລື ຈະມາກັບໝູ່ເພື່ອນ.

ads
ads

Top