ຖໍ້າລອດເຊບັ້ງໄຟ ມົນສະເໜ່ທີ່ໜ້າອັດສະຈັນທາງທຳມະຊາດ

24/03/2025 06:24
Email Print 2932
ຂປລ ແຂວງຄໍາມ່ວນ ເປັນອີກແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວທີ່ສໍາຄັນ ແລະ ງົດງາມຫລາຍແຫ່ງ ເຊິ່ງແຕ່ລະແຫ່ງມີປະຫວັດຄວາມເປັນມາທີ່ແຕກຕ່າງກັນ.

      *ແຂວງຄໍາມ່ວນ ເປັນອີກແຂວງໜຶ່ງທີ່ມີແຫລ່ງທ່ອງທ່ຽວທີ່ສໍາຄັນ ແລະ ງົດງາມຫລາຍແຫ່ງ ເຊິ່ງແຕ່ລະແຫ່ງມີປະຫວັດຄວາມເປັນມາທີ່ແຕກຕ່າງກັນ. ສະນັ້ນ, ມື້ນີ້ຄໍລ້ຳທ່ອງທ່ຽວລາວ ຈະພາບັນດາທ່ານມາສໍາຜັດແຫລ່ງທ່ອງທ່ຽວດ້ານທໍໍາມະຊາດທີ່ມີຄວາມໂດດເດັ່ນ, ສວຍງາມ ແລະ ມີເອກະລັກ ນັ້ນກໍ່ຄືທ່ອງທ່ຽວຖໍ້ານໍ້າລອດເຊບັ້ງໄຟ ຢູ່ບ້ານໜອງປີງເມືອງ ບົວລະພາ ແຂວງຄຳມ່ວນ ທ່ີສາມາດດຶງດູດນັກທ່ອງທ່ຽວເຂົ້າມາສໍາຜັດມົນສະເໜ່ທີ່ໜ້າອັດສະຈັນຊວນຫລົງໄຫລໄປກັບພູຜາປ່າໄມ້, ຫີນງອກ, ຫີນຍ່ອຍ ແລະ ວັງນ້ຳທ່ີກວ້າງໃຫຍ່ໃສເຢັນແນມເຫັນຮອດໝູ່ປານ້ອຍ-ໃຫຍ່ລອຍຫລ້ີນ ຢູ່ໜ້ານໍ້າຢ່າງໜ້າອອນຊອນບວກກັບບັນຍາກາດເຢັນສະບາຍ, ສົດຊື່ນດ້ວຍຕົນໄມ້ໃບຫຍ້າທີ່ຂຽວງາມອຸ່ນທຸ່ມ.  ພ້ອມດຽວກັນນ້ັນ, ນັກທ່ອງທ່ຽວກໍຈະໄດ້ສໍາຜັດກັບກິດຈະກຳພາຍເຮືອໃນຖໍ້າ, ນອນກາງເຕ້ັນ, ເຮືອນນອນນັກທ່ອງທ່ຽວ, ເຮືອນນອນບັງກະໂລ, ສ່ວນການບໍລິການຕ່າງໆແມ່ນປະຊາຊົນເປັນຜູ້ໃຫ້ບໍລິການ ແລະ ມີສ່ວນຮ່ວມ.

     ຖໍ້ານໍ້າລອດເຊບັ້ງໄຟຕັ້ງຢູ່ໃນເຂດອຸທະຍານແຫ່ງຊາດພູຫີນໜາມໜໍ່ ຊຶ່ງຫ່າງຈາກຕົວເມືອງທ່າແຂກ ໄປທາງທິດຕາເວັນອອກປະມານ 154 ກິໂລແມັດ ແລະ ຫາງຈາກຕົວເມືອງບົວລະພາ 14 ກິໂລແມັດ, ຂອບເຂດຂອງຖໍ້າແຫ່ງນີ້ກວມເອົາເນື້ອທີ່ທັງໝົດ 10.430 ເຮັກຕາ, ຕິດກັບ 3 ບ້ານຄື: ບ້ານຫຍ້າແວດ, ບ້ານໜອງປິງ ແລະ ບ້ານກວນຂະໂຍມ. ອີງຕາມປະຫວັດຖໍ້າແຫ່ງນີ້ໄດ້ຖືກຄົ້ນພົບມາເປັນເວລາ 90 ກວ່າປີໃນໄລຍະສົງຄາມຮຸກຮານຈຶ່ງເປັນສາເຫດໜຶ່ງທີ່ບໍ່ໄດ້ມີໂອກາດເຂົ້າໄປສໍາຫລວດສຶກສາຄົ້ນຄວ້າຢາງລະອຽດ. ໃນເມື່ອກ່ອນຊາວບ້ານໄດ້ເອີ້ນວ່າ: ຖໍ້າຂຸນເຊ, ໃນ ປີ 1995 ໄດ້ມີນັກສໍາຫລວດຈາກປະເທດຝຣັ່ງ ເດີນທາງມາສໍາຫລວດເທື່ອທໍາອິດການສໍາຫລວດຄັ້ງນັ້ນ ສາມາດເກັບກໍາຂໍ້ມູນໄດ້ພຽງເລັກໜ້ອຍ. ຕໍ່ມາໃນປີ 2006 ທ່ານ ຈອນໂພແລກຜູ້ຊ່ຽວຊານກ່ຽວກັບຖໍ້າໄດ້ນໍາພາທີມງານມາສໍາຫລວດຖໍ້າຄືນໃໝ່ ແລະ ຕໍ່ມາໃນປີ 2008 ທ່ານ ຈອນໂພແລກກັບທີມງານສໍາຫລວດ 4 ຄົນ ກໍໄດ້ມາທໍາການສໍາຫລວດອີກຈຶ່ງສາມາດບັນທຶກ ແລະ ເກັບກຳຂໍ້ມູນຕ່າງໆ. ຖ້ຳນ້ຳລອດເຊບັ້ງໄຟ ມີຄວາມຍາວປະມານ 11,5 ກິໂລແມັດ, ຄວາມກວ້າງ 76 ແມັດ ແລະ ສູງ 56 ແມັດ, ຢູ່ພາຍໃນຖໍ້າ ມີກ້ອນຫີນງອກ, ຫີນຍ້ອຍມີບາງກ້ອນກໍເຫລື່ອມຍິບຍັບແວວວາວ, ມີຫາດຊາຍ, ມີແມ່ນໍ້າໄຫລລອດ ແລະ ມີວັງນໍ້າ, ເກາະແກ້ງທີ່ໃຫຍ່ເຖິງ 5 ແຫ່ງ, ຢູ່ບໍລິເວນປາກຖໍ້າເບ້ືອງລຸ່ມ ຈະເປັນວັງນ້ຳທ່ີກວ້າງໃຫຍ່, ໃສສະອາດ ແລະ ມີໝູ່ປານ້ອຍ-ໃຫຍ່ ລອຍຫລີ້ນຢູ່ໜ້ານໍ້າຢ່າງໜ້າອອນຊອນ. ສໍາລັບກິດຈະກໍາບໍລິການນັກທ່ອງທ່ຽວໃນປັດຈຸບັນ ປະກອບມີ: ກິດຈະກຳພາຍເຮືອໃນຖໍ້າ, ນອນກາງເຕັ້ນ, ເຮືອນນອນໃຫ້ແກ່ນັກທ່ອງທ່ຽວ, ເຮືອນນອນບັງກະໂລ, ສ່ວນການບໍລິການຕ່າງໆແມ່ນປະຊາຊົນເປັນຜູ້ໃຫ້ບໍລິການ ແລະ ມີສ່ວນຮ່ວມຊຶ່ງເປັນການສ້າງວຽກເຮັດທຳໃຫ້ປະຊາຊົນໃນເຂດດັ່ງກ່າວ. ໃນອະນາຄົດແມ່ນຈະປັບປຸງ ແລະ ເພີ່ມການບໍລິການເປັນຕົ້ນ: ກິດຈະກຳທາງຍ່າງ, ນອນແຮມຄືນ, ກິດຈະກຳຊົມທິວທັດທຳມະຊາດ, ລ່ອງກົງເບັງ ແລະ ອື່ນໆ.

     ຖ້ຳແຫລ່ງນີ້ ບໍ່ພຽງແຕ່ມີລັກສະ ນະໂດດເດ່ັນທາງທໍລະນີວິທະຍາອັນໜ້າປະທັບໃຈເທົ່ານັ້ນ, ແຕ່ຍັງເປັນລະບົບນິເວດທຳມະຊາດທີ່ເປັນເອກະລັກໂດດເດັ່ນໃຫ້ກັບສັດສາວາສິ່ງຫລາກຫລາຍຊະນິດທີ່ຂຶ້ນກັບສະພາບແວດລ້ອມຂອງຖ້ຳອີກດ້ວຍ. ນອກຈາກນັ້ນ ຍັງເປັນບ່ອນອາໄສຂອງສັດຊະນິດພັນປະຈຳຖິ່ນ ສະເພາະຂອງອຸທິຍານແຫ່ງຊາດຫີນໜາມໜໍ່  ແລະ ຂົງເຂດພື້ນທ່ໃກ້ຄຽງຈຳນວນຫລາຍເປັນຕົ້ນແມງມຸມຖ້ຳຂະໜາດໃຫຍ່, ແມງງອດຖ້ຳ, ປາຕາບອດທີ່ອາໄສຢູ່ໃນຖ້ຳ ເຊັ່ນ: ປາໄນຖ້ຳ ແລະ ປາຄ່ໍຖ້ຳ, ແມງມູນໃຫຍ່ຖ້ຳຂາຍາວໄດ້ບັນທຶກໄວ້ໃນໜັງສືກິນເນສບຸກວ່າ ເປັນຊະນິດພັນແມງມູມທ່ີໃຫຍ່ທ່ີສຸດກວ່າໝູ່ໃນໂລກ. ນອກຈາກນັ້ນ ພາຍໃນຖ້ຳກໍຍັງສາມາດສັງເກດເຫັນຈຳພວກເຈຍທີ່ແປກປະຫລາດ (ມີເຈຍ 10 ຊະນິດລວມທັງເຈຍທີ່ມີໃບດັງ ເປັນຊະນິດພັນສະເພາະຖິ່ນຂອງປະເທດລາວ ແລະ ຫວຽດນາມ) ຊ່ຶງສະແດງໃຫ້ເຫັນເຖິງຄວາມອຸດົມສົມບູນຂອງລະບົບນິເວດ ເນື່ອງຈາກເຈຍເຫລົ່ານີ້ມີບົດບາດສຳຄັນຕໍ່ກັບລະບົບນິເວດຂອງຖ້ຳເພາະວ່າພວກມັນເປັນສັດລ່າແມງໄມ້ເປັນອາຫານຫລັກເຮັດໜ້າທີ່ຊ່ວຍໃນການປະສົມເກສອນດອກໄມ້, ແຜ່ກະຈາຍຂອງແກ່ນພືດ ແລະ ມູມຂອງເຈຍກໍເປັນແຫລ່ງອາຫານຫລັກສຳລັບລະບົບນິເວດຂອງຖ້ຳ ທັງໝົດ. 

ຂຂໍໍ້ມ້ມູນຈູນຈາກ:ພະແນກ ຖວທ ແຂວທ ແຂວງຄໍາມ່ວນ

KPL

ຂ່າວອື່ນໆ

    • ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງທ່ອງທ່ຽວ

      ນ້ຳລ້ຽງມ້າ ຈາກຫ້ວຍ ກາຍເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງຂອງ ປັກກິ່ງ

      10/14/2025 8:43:35 AM

      ນະຄອນຫລວງ ປັກກິ່ງ ສປ ຈີນ ນອກຈາກເປັນເມືອງໜຶ່ງທີ່ຂຶ້ນຊື່ດ້ານຄວາມທັນສະໄໝ ແລະ ຄວາມຈະເລີນຮຸ່ງເຮືອງສີວິໄລແລ້ວ, ຍັງເປັນເມືອງທີ່ມີຊື່ສຽງໂດ່ງດັງດ້ານການທ່ອງທ່ຽວ

    • ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກທ່ອງທ່ຽວ

      ໄປສໍາພັດເກາະໄຫຫລໍາແຫລ່ງທ່ອງທ່ຽວລະດັບໂລກ

      10/9/2025 11:42:40 AM

      ຂປລ. ເກາະໄຫຫລຳ ຫລື ເອີ້ນຊື່ເຕັມວ່າ ແຂວງໄຫໜານ ສປ ຈີນ ຕັ້ງຢູ່ກາງທະເລຕອນໃຕ້ຂອງຈີນແຜ່ນດິນໃຫຍ່ທີ່ອ້ອມຮອບດ້ວຍນໍ້າທະເລ ແລະ ບໍ່ມີຊາຍແດນທາງທິດໃດຕິດກັບແຜນດິນໃຫຍ່.

    • ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”ທ່ອງທ່ຽວ

      ທ່ຽວຊົມໝູ່ບ້ານຢາພື້ນເມືອງ “ໄປ໋ເສົາຊານ”

      10/2/2025 12:26:06 PM

      ຂປລ. ນັບວ່າ ເປັນອີກໜຶ່ງໂອກາດທີ່ດີສຳລັບຜູ້ຂຽນເອງ ທີ່ໄດ້ມີໂອກາດເດີນທາງໄປ ສປ ຈີນ ຊຶ່ງຈຸດປະສົງກໍ່ເພື່ອເຂົ້າຮ່ວມເຂົ້າຮ່ວມ ເວທີປາໄສສື່ມວນຊົນ ແລະ ຄັງປັນຍາ “ທົ່ວໂລກໃຕ້” ປີ 2025 ໂດຍພາຍຫລັງສຳເລັດ ກອງປະຊຸມດັ່ງກ່າວ ຄະນະສື່ມວນຊົນລາວພວກເຮົາກໍ່ ໄດ້ມີໂອກາດໄປທ່ຽວຊົມສະຖານທີ່ຕ່າງໆ

    • ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກທ່ອງທ່ຽວ

      ແຂວງຈຳປາສັກເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ ທາດສາມປາງ ແລະ ວັດພູຈຳປາສັກ

      8/20/2025 11:58:15 AM

      *ເພື່ອເຮັດໃຫ້ບັນຍາກາດການທ່ອງທ່ຽວ ໃນໄລຍະລະດູຝົນໃຫ້ຟົດຟື້ນຕິດພັນກັບ ຟັງຄຳຄິດຄຳເຫັນ ແລະ ຂໍ້ສະເໜີຈາກປະຊາຊົນ, ຜູ້ປະກອບການນໍາໄປຄົ້ນຄວ້າ ຫາຊ່ອງທາງແກ້ໄຂໃນຕໍ່ໜ້ານັ້ນ, ເມື່ອມໍ່ໆມານີ້, ທ່ານ ສຸລິນ ເພັດທານີ ຮອງຫົວໜ້າພະແນກ ວັດທະນະທໍາ ແລະ ທ່ອງທ່ຽວ (ວທ) ແຂວງຈໍາປາສັກພ້ອມຄະນະ ໄດ້ເຄື່ອນໄຫວຊຸກຍູ້ສະຖານທີ່ທ່ອງທ່ຽວ, ການທ່ອງທ່ຽວສີຂຽວຢູ່ ເມືອງ ສຸຂຸມາ ແລະ ເມືອງຈຳປາສັກ

    • ທ່ຽວທຳມະຊາດຕາດຫີນຄັນນາທ່ອງທ່ຽວ

      ທ່ຽວທຳມະຊາດຕາດຫີນຄັນນາ

      7/14/2025 11:32:39 AM

      ຕາດຫີນຄັນນາ ເປັນຕາດທ່ີມີຂະໜາດບ່ໍໃຫຍ່ຫລາຍ ແຕ່ກໍເປັນແຫລ່ງທ່ອງທ່ຽວທີ່ນິຍົມມາແຕ່ດົນນານ, ເນື່ອງຈາກວ່າເປັນຕາດທ່ີມີຄວາມສວຍງາມ, ມີນ້ຳໃສໄຫລເຢັນ ແລະ ປົກຄຸມດ້ວຍທຳມະຊາດທີ່ຂຽວສົດງົດງາມໄປດ້ວຍຕົ້ນໄມ້ນາໆຊະນິດ, ສາມາດດຶງດູດນັກທ່ອງທ່ຽວໃຫ້ມາທ່ຽວຊົມຢ່າງຫລວງຫລາຍ.

ads
ads

Top