ຜູ້ແທນລາວ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28

31/10/2024 15:17
Email Print 2240
ຂປລ ຂປລ. ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 13 ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນທີ 28-31 ຕຸລາ 2024 ທີ່່ປະເທດສິງກະໂປ



ຂປລ. ຄະນະຜູ້ແທນ ສປປ ລາວ ນໍາໂດຍ ທ່ານ ພົງໄຊສັກ ອິນຖາລາດ ຮອງລັດຖະມົນຕີກະ ຊວງແຮງງານ ແລະ ສະຫວັດດີການສັງຄົມ ເຂົ້າຮ່ວມກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ
28, ກອງປະຊຸມລັດຖະມົນຕີແຮງງານອາຊຽນ ບວກສາມ ຄັ້ງທີ 13 ແລະ ກອງປະຊຸມກ່ຽວຂ້ອງ ໃນລະຫວ່າງວັນທີ 28-31 ຕຸລາ 2024 ທີ່່ປະເທດສິງກະໂປ ພາຍໃຕ້ຫົວຂໍ້: ການເພີ່ມທະວີຄວາມເຂັ້ມ ແຂງ ແລະ ການສົ່ງເສີມນະວັດຕະກໍາ ພາຍ​ໃຕ້​ການເປັນປະທານຂອງ ທ່ານ Tan See Leng ລັດຖະ ມົນຕີກະຊວງແຮງງານ ປະເທດສິງກະໂປ, ມີບັນດາລັດຖະມົນຕີ ແຮງງານອາຊຽນ, ອາຊຽນບວກສາມ, ເລຂາທິການໃຫຍ່ອາຊຽນ, ກອງເລຂາອາຊຽນອາຊຽນ, ເຈົ້າໜ້າທີ່ອາວຸໂສແຮງງານບັນດາປະເທດສະ ມາຊິກອາຊຽນ, ອາຊຽນບວກສາມ ແລະ ຕີ​ແລັດສະເຕ ໃນນາມຜູ້ສັງເກດການເຂົ້າຮ່ວມ.



ກອງປະຊຸມລັດຖະມົນຕີແຮງງານໃນຄັ້ງນີ້, ກອງປະຊຸມໄດ້ພ້ອມກັນ ປຶກສາຫາລືບັນຫາສໍາຄັນຕ່າງໆ ໂດຍສະເພາະການຈັດຕັ້ງປະຕິບັດ ແຜນງານລັດຖະມົນຕີແຮງງານອາຊຽນ ໄລຍະ
2021-2025 ໃຫ້ສໍາເລັດຕາມແຜນການ, ການແລກປ່ຽນທັດສະນະຍຸດທະສາດ ການຮ່ວມມື ຂອງຂະແໜງແຮງງານຫລັງປີ 2025 ເພື່ອການສ້າງແຜນງານລັດຖະມົນຕີແຮງງານອາຊຽນ ແລະ ບັນດາແຜນງານຕ່າງໆທີ່ກ່ຽວຂ້ອງ ດ້ານແຮງງານໄລຍະໃໝ່ ປີ 2026-2030, ປຶກສາຫາລືການຈັດຕັ້ງຜັນຂະຫຍາຍ ບັນດາຖະແຫລງການຕ່າງໆ ທີ່ກ່ຽວຂ້ອງດ້ານແຮງງານ ລວມທັງການຮ່ວມມື ແລະ ການສະໜັບສະໜູນ ຈາກບັນດາປະເທດອາຊຽນບວກສາມ, ບັນດາຄູ່ຮ່ວມງານ ແລະ ອົງການຈັດຕັ້ງສາກົນ ທີ່ກ່ຽວຂ້ອງຕ່າງໆ ແນໃສ່ເພື່ອເພີ່ມທະວີການຮ່ວມມື ດ້ານວຽກງານແຮງງານອາຊຽນ ແລະ ປຶກສາຫາລື ຮັບຮອງຖະແຫລງການຮ່ວມ ກອງປະຊຸມລັດຖະມົນຕີແຮງງານອາຊຽນ ຄັ້ງທີ 28 ແລະ ບວກສາມ ຄັ້ງທີ 13 ພ້ອມທັງຮັບຮອງບົດລາຍງານຜົນກອງປະຊຸມເຈົ້າໜ້າທີ່ອາວຸໂສແຮງງານອາຊຽນ ຄັ້ງທີ 19 ແລະ ຄັ້ງທີ 20.




ໃນໂອກາດເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ສປປ ລາວ ໄດ້ມີຄໍາເຫັນ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດການະເປັນປະທານກອງປະຊຸມ ລັດຖະມົນຕີແຮງງານອາຊຽນ ຄັ້ງທີ
28 ແລະ ກອງປະຊຸມກ່ຽວ ຂ້ອງ ຂອງປະເທດສິງກະໂປ ແລະ ການຈັດຕັ້ງປະຕິບັດຮ່ວມກັນ ວຽກງານແຮງງານອາຊຽນ ຕະຫລອດໄລຍະ 50 ປີຜ່ານມາ. ນອກຈາກນີ້, ຍັງໄດ້ລາຍງານຜົນສໍາເລັດ ໃນການສ້າງຖະແຫລງການວຽງຈັນ ວ່າດ້ວຍການເຄື່ອນຍ້າຍແຮງງານ, ການພັດທະນາ ແລະ ຮັບຮູ້ສີມືແຮງງານເຄື່ອນຍ້າຍ ແລະ ລາຍງານການກວດກາ ການຈັດຕັ້ງປະຕິບັດ ຖະແຫລງການດັ່ງກ່າວ ທີ່ໄດ້ຮັບຮອງ ໃນກອງປະຊຸມສຸດຍອດ ຜູ້ນໍາອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ເປັນປະທານອາຊຽນ ໃນເດືອນຕຸລາ 2024 ທີ່ຜ່ານມາ, ລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນປະຕິບັດງານ ຄວາມເປັນເອກະສັນຂອງອາຊຽນ ວ່າດ້ວຍການປົກປ້ອງສົ່ງເສີມ ສິດທິແຮງງານ ເຄື່ອນຍ້າຍອາຊຽນ ແລະ ແລກປ່ຽນຄໍາຄິດເຫັນກ່ຽວກັບ ການຈັດຕັ້ງປະຕິບັດແຜນງານ ລຶບລ້າງການນໍາໃຊ້ແຮງງານເດັກ ໃນທຸກຮູບແບບທີ່ຮ້າຍແຮງ, ຊຶ່ງບັນດາປະເທດສະມາ ຊິກອາຊຽນ ກໍຄື ສປປ ລາວ ໄດ້ມີຄວາມພະຍາມ ໃນການຈັດຕັ້ງຜັນຂະຫຍາຍ ວຽກງານດັ່ງກ່າວ ເຂົ້າສູ່ແຜນງານ ລະດັບຊາດແນໃສ່ ເພື່ອການປ້ອງກັນບັນຫາແຮງງານເດັກ, ການປົກປ້ອງແຮງງານໄວໜຸ່ມ ແລະ ສົ່ງເສີມວຽກທີ່ມີຄຸນຄ່າ ແລະ ເປັນທໍາ ສຳລັບໄວໜຸ່ມໃນຕໍ່ໜ້າໃຫ້ມີປະສິດທິຜົນ.

ກອງປະຊຸມ ລັດຖະມົນຕີແຮງງງານອາຊຽນ ຄັ້ງທີ 29 ມີແຜນຈະຈັດຂຶ້ນທີ່ປະເທດ ໄທໃນປີ 2026.

ຂໍ້​ມູນ-ພາບ: ຂ່າວ ຮສສ

KPL

ຂ່າວອື່ນໆ

    • ວັນການທູດລາວຄົບຮອບ 80 ປີອາຊຽນ ASEAN

      ວັນການທູດລາວຄົບຮອບ 80 ປີ

      10/13/2025 2:09:17 PM

      ເນື່ອງໃນວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງ ປະຫວັດສາດ ຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ, ແລະ ຄວາມສຳເລັດຂອງພາລະກິດຕ່າງໆ ນັບຕັ້ງແຕ່ອາດີດ ຮອດປັດຈຸບັນ

    • ປະເທດ ຣັດເຊຍອາຊຽນ ASEAN

      ປະເທດ ຣັດເຊຍ

      10/8/2025 10:28:19 AM

      ສະຫະພັນ ຣັດເຊຍ (Russian Federation), ມີນະຄອນຫລວງ ຊື່ວ່າ: ມົດສະກູ(Moscow), ຣັດເຊຍ ເປັນປະເທດໃນຢູເຣເຊຍເໜືອ ແລະ ໃຫຍ່ທີ່ສຸດໃນໂລກ ດ້ວຍເນື້ອທີ່ 17.098.242 ກິໂລຕາແມັດ ກວມເອົາ ປະຊາກອນ 144.596.443 ຄົນ(ໃນປີ 2024).

    • ປະເທດ ສປຈີນອາຊຽນ ASEAN

      ປະເທດ ສປຈີນ

      10/1/2025 1:14:23 PM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ປະຊາຊົນຈີນ (People’s Republic of China) ຫລືເອີ້ນວ່າ ສປຈີນ ຄົບຮອບ 76 ປີ ວັນທີ (01.10.1949-01.10.2025). ໂດຍມີນະຄອນຫລວງ ຊື່ວ່າ: ປັກກິ່ງ, ຈີນ ເປັນລັດເອກະລາດ ໃນອາຊີຕາເວັນອອກ, ຕັ້ງຢູ່ ລະຫວ່າງ ສປປ ເກົາຫລີ ກັບ ຫວຽດນາມ ຕິດກັບທະເລຈີນໃຕ້, ອ່າວເກົາຫລີ, ທະເລເຫລືອງ ແລະ ທະເລຈີນຕາເວັນອອກ

    • ປະເທດ ເມັກຊິກອາຊຽນ ASEAN

      ປະເທດ ເມັກຊິກ

      9/16/2025 3:25:32 PM

      ເນື່ອງໃນໂອກາດວັນຊາດຂອງປະເທດ ສະຫະລັດ ເມັກຊິກ (United Mexican States) ຫລື ເອີ້ນວ່າ ເມັກຊິກ(Mexico) ໃນວັນທີ 16.9.2025, ມີນະຄອນຫລວງ ຊື່ວ່າ ເມັກຊີໂກ, ເປັນປະເທດ ໜຶ່ງໃນທະວີບ ອາເມລິກາເໜືອ ມີຊາຍແດນທິດເໜືອຕິດກັບ ສະຫະລັດອາເມລິກາ

    • ປະເທດ ຫວຽດນາມອາຊຽນ ASEAN

      ປະເທດ ຫວຽດນາມ

      9/3/2025 9:35:43 AM

      ເນື່ອງໃນໂອກາດ ວັນຊາດຂອງປະເທດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ(Vietnam) ຄົບ ຮອບ 80 ປີ(2/9/1945-2/9/2025) ຫວຽດນາມ ເປັນປະເທດ

ads
ads

Top