ມາພ້ອມການສຶກສາ ຄຳພ້ອງຄວາມໝາຍ ໃນພາສາລາວ

25/04/2024 10:51
Email Print 420
ຂປລ ໃນພາສາລາວເຮົາ ມີຄໍາສັບທີ່ອ່ານອອກສຽງຄ້າຍຄືກັນຫລວງ ຫລາຍ ເຊິ່ງມີຮູບຄໍາ ກໍ່ຄືການສະກົດ ຄໍາຕ່າງກັນໄປ.

     *ໃນພາສາລາວເຮົາ ມີຄໍາສັບທີ່ອ່ານອອກສຽງຄ້າຍຄືກັນຫລວງຫລາຍ ເຊິ່ງມີຮູບຄໍາກໍ່ຄືການສະກົດຄໍາຕ່າງກັນໄປ. ໃນປີ 2015 ສະຖາບັນຄົ້ນຄວ້າວິທະຍາສາດສັງຄົມແຫ່ງຊາດ ໄດ້ຈັດພິມປຶ້ມວັດຈະນານຸກົມຄໍາພ້ອງຄວາມໝາຍ ແລະ ສໍານວນລາວ ໂດຍແມ່ນຜົນງານການຈັດທໍາຂອງ ທ່ານ ສົມແສງ ໄຊຍະວົງ ພ້ອມຄະນະ. ຜົນງານດັ່ງກ່າວໄດ້ປະກອບສໍາຄັນເຂົ້າໃນວຽກງານຄົ້ນຄວ້າວິທະຍາສາດສັງຄົມ ເວົ້າລວມ, ເວົ້າສະເພາະກໍ່ແມ່ນການຄົ້ນຄວ້າດ້ານພາສາສາດ ກໍ່ຄືພາສາລາວ, ເປັນການເປີດກວ້າງຄວາມຮູ້ທາງພາສາລາວ ໃຫ້ແກ່ຄົນລາວກໍ່ຄືຜູ້ສົນໃຈ ແລະ ນັກຄົ້ນຄວ້າດ້ານພາສາສາດໄດ້ເປັນຢ່າງດີ.

    ສະນັ້ນ ວັນນີ້ຈຶ່ງຂໍນໍາເອົາເນື້ອໃນຈິດໃຈກ່ຽວກັບຄໍາພ້ອງຄວາມໝາຍມາທົບທວນນໍາກັນ.*ປະເພດຂອງຄໍາທີ່ມີຄວາມໝາຍ ໃກ້ກັນ:ຄໍາທີ່ມີຄວາມໝາຍໃກ້ກັນ ມີຫລາຍຄໍາ ແລະ ມີຮູບຄໍາຕ່າງກັນ, ບາງຄຳໃຊ້ພະຍັນຊະນະຕົວດຽວກັນ ແຕ່ໃຊ້ສະຫລະສຽງສັ້ນ-ຍາວຕ່າງກັນ ຫລື ສະຫລະຄືກັນພຽງແຕ່ຕ່າງກັນດ້ານສຽງວັນນະຍຸດ, ບາງຄໍາມີຄວາມໝາຍຕ່າງທາງດ້ານໂຄງສ້າງຂອງຄໍາ ເຊັ່ນ: ແທນ- ທົດແທນ; ແໜ້ນໜາ-ໜາແໜ້ນ; ສະ ຫງົບງຽບ-ງຽບສະຫງົບ; ຊົມເຊີຍ- ເຊີຍຊົມ; ສ້າງສັນ-ສັນສ້າງ ແລະ ອື່ນໆ. ບາງກໍລະນີ ກໍ່ມີການຕື່ມຄໍາໃດໜຶ່ງເຂົ້າເປັນຄໍາປະສົມ ແຕ່ຄວາມໝາຍກໍ່ຍັງມີສ່ວນຄ້າຍ ຫລື ໃກ້ຄຽງ ເຊັ່ນ: ເກົ່າ-ເກົ່າແກ່; ປັບ- ປັບປຸງ; ຂັດ-ຂັດແຍ້ງ; ແທນ-ທົດແທນ; ໃຊ້-ຊົມໃຊ້; ຍືນ-ຍືນຍົງ; ອ່ອນ-ອ່ອນໂຍນ; ງາມ-ງົດງາມ; ໃສ-ເສາະໃສ ແລະ ອື່ນໆ. ໃນບາງ ກໍລະນີ ເປັນຄໍາຊໍ້າສຽງ ພາໃຫ້ໄດ້ຄວາມໝາຍທີ່ໃຫ້ເຫັນພາບເພີ່ມຂຶ້ນ ແຕ່ຄວາມໝາຍຍັງຄ້າຍຄືກັນໃກ້ຄຽງກັບຄວາມໝາຍເດີມ ເຊັ່ນ:ໃສ- ໃສໆ; ເລື້ອຍ-ເລື້້ອຍໆ; ທີ່ໃດ-ທີ່ ໃດໆ; ເສີຍ-ເສີຍເມີຍ ແລະ ອື່ນໆ.ຄໍາທີ່ມີຄວາມໝາຍໃກ້ກັນ, ໝາຍເຖິງຄໍາທີ່ມີຄວາມໝາຍບອກສິ່ງດຽວກັນ ແຕ່ຈະມີຄວາມຕ່າງດ້ານສ່ວນປະກອບຍ່ອຍທາງຄວາມໝາຍໃດໜຶ່ງພາໃຫ້ມີບາງປະການໃນຄວາມໝາຍນັ້ນຕ່າງອອກໄປ ເຊັ່ນ: ຍ່າງ-ເດີນ; ຖອກ-ເທ; ແໜ້ນ ແກ່ນ-ແໜ້ນໜາ; ຫລວງຫລາຍ- ມາກມາຍ...

    ສ່ວນຄໍາວ່າ ຄວາມໝາຍຄ້າຍກັນນັ້ນ ໝາຍເຖິງຄວາມໝາຍມີລັກສະນະຄ້າຍຄືກັນແຕ່ບາງສ່ວນປະກອບທາງຄວາມໝາຍມີຄວາມແຕກຕ່າງກັນ ເຊັ່ນ: ອອດປອດ- ໂອດໂປດ; ລາສະດອນ-ປະຊາຊົນ; ຮອດ-ເຖິງ; ປຽບທຽບ-ອຸປະມາ...*ຄໍາທີ່ມີຄວາມໝາຍແຝງ :ແມ່ນຄໍາທີ່ມີຄວາມໝາຍຕ່າງຫາກຈາກຄວາມໝາຍກົງຕົວເປັນຄວາມໝາຍທາງວັດທະນະທໍາ ຫລື ສັງຄົມ, ເປັນຄວາມໝາຍປຽບທຽບເຊິ່ງແນບຢູ່ນໍາ ຫລື ແອບແຝງຢູ່ນໍາ.ຄໍາທີ່ມີຄວາມໝາຍແຝງນີ້ໃນຕົວຈິງຂອງໂຄງສ້າງແມ່ນມີຄວາມໃຫຍ່ກວ່າຄໍາ, ເປັນລັກສະນະວະລີ. ດັ່ງນັ້ນ ຈະບໍ່ໃສ່ຊື່ວ່າຄໍາ ຫລື ວະລີ ຈຶ່ງເອີ້ນຕາມລັກສະນະຂອງໂຄງສ້າງນີ້ວ່າ “ສໍານວນ”.ຄວາມໝາຍຫລັກຂອງສໍານວນ ແມ່ນເປັນຄວາມໝາຍທີ່ປຽບທຽບເຊິ່ງເກີດຈາກວັດທະນະທໍາຂອງຊາດນັ້ນໆກໍານົດໃຫ້. ສະນັ້ນຄວາມໝາຍແຝງ ຈຶ່ງມີຄວາມຕິດພັນກັບວັດທະນະທໍາ, ຊີວິດສັງຄົມຂອງຊາດໜຶ່ງໆ; ການຈະເຂົ້າໃຈໄດ້ ແລະ ໃຊ້ໃຫ້ເປັນນັ້ນຕ້ອງເຂົ້າໃຈເຖິງຄວາມໝາຍທີ່ແຝງນີ້ວ່າມີຄວາມໝາຍທາງສັງຄົມ ຫລື ວັດທະນະທໍາແນວໃດ.ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ ເຊິ່ງຈະເປັນການສືບຕໍ່ນໍາເອົາຫລັກການສະກົດ, ໃຊ້ຄໍາພ້ອງຄວາມໝາຍ ແລະ ສໍານວນໃນພາສາລາວມາທົບທວນນໍາກັນຕື່ມ.

ຮິບໂຮມໂດຍ: ພະກາ

KPL

ຂ່າວອື່ນໆ

    • ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່ບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດສະຍາ ແລະ ນັກປະຕິວັດທີ່ຍິງໃຫຍ່

      5/6/2024 10:24:36 AM

      ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ ໃຫ້ກໍາເນີດປັດຊະຍາມາກສິດ.

    • ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມບົດ-ສາລະຄະດີ

      ປະຕິບັດ 6 ມີ ເພື່ອບໍ່ໃຫ້ຕົກເປັນເຫຍື່ອຂ່າວປອມ

      5/6/2024 10:08:33 AM

      ຫລາຍບົດໃນຄໍລຳສື່ອອນລາຍຜ່ານມາກໍໄດ້ນຳສະເໜີເລື້ອຍໆກ່ຽວ ກັບໄພຮ້າຍໃນການບໍລິໂພກຂ່າວປອມ ຫລື ພາສາອັງກິດເອີ້ນວ່າ: Fake News ໝາຍເຖີງຂ່າວທີ່ມີເນື້ອໃນບໍ່ເປັນຄວາມຈິງ, ຫລອກລວງ ຫລື ຂ່າວສ້າງສະຖານະການຊຶ່ງສ່ວນໃຫຍ່ຖືກເຜີຍແຜ່ໃນສື່ສັງ ຄົມອອນລາຍເພາະປັດຈຸບັນ ຄົນຫັນມາບໍລິໂພກຂໍ້ມູນຂ່າວຜ່ານສື່ປະເພດນ້ີນັບມ້ືຫລາຍຂ້ຶນ ເນ່ືອງຈາກສັງຄົມຍຸກໃໝ່ທີ່ແຂ່ງຂັນກັນດ້ານຄວາມວ່ອງໄວ, ຂ່າວສານຜ່ານສ່ືສັງຄົມອອນລາຍ ແມ່ນສາມາດຕອບສະໜອງໄດ້ດີເພາະມີຄວາມສະດວກ, ວ່ອງໄວ ແລະ ຕົ້ນທຶນກໍ່ຕໍ່າໃນການເຂົ້າເຖິງ.

    • ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງບົດ-ສາລະຄະດີ

      ຜູ້ດຽວເຮັດໃຫ້ຫລາຍຄົນຫຍຸ້ງ

      5/6/2024 9:46:06 AM

      ບັນຫາໄຟໄໝ້ລາມປ່າໃນປະເທດລາວເຮົາ ແມ່ນໄດ້ເກີດຂຶ້ນທຸກປີຢູ່ໃນເຂດປ່າສະຫງວນ, ປ່າປ້ອງກັນ, ປ່າຜະລິດ ແລະ ປ່າອື່ນໆອັນສ້າງຄວາມເສຍຫາຍບໍ່ໜ້ອຍຕໍ່ຄວາມອຸດົມສົມບູນຂອງຊີວະນາໆພັນ.

    • ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູບົດ-ສາລະຄະດີ

      ສາມແຍກກໍ່ນ່ອຍ ເສັ້ນທາງຍຸດທະສາດ ໃນບັ້ນຮົມດຽນບຽນຟູ

      5/6/2024 9:37:58 AM

      ໃນບົດກ່ອນໄດ້ນຳສະເໜີໄປແລ້ວກ່ຽວກັບການນຳໃຊ້ລົດຖີບ ເຂົ້າໃນການລຳລຽງຂົນສົ່ງໃນບັນຮົບດຽນບຽນຟູ ໄປແລ້ວມາບົດນີ້ ສືບຕໍ່ນຳສະເໜີ ເສັ້ນທາງຍຸດທະສາດສຳຄັນໃນການລຳລຽງຂົນສົ່ງ ໃນບັ້ນຮົບດັ່ງກ່າວນັ້ນກໍແມ່ນເຂດທາງແຍກກໍ່ນ່ອຍຢູ່ເຂດເມືອງມາຍເຊີນ ແຂວງເຊີນລາ ຊຶ່ງແມ່ນຊ່ວງທາງຄົມມະນະຄົມທ່ີເປັນຈຸດສຸມຂອງການສູ້ຮົບທີ່ດຸເດືອດ.

    • ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບບົດ-ສາລະຄະດີ

      ທ່ານ ກາກມາກ ນັກປັດຊະຍາ ແລະ ນັກປະຕິວັດທີ່ຍິ່ງໃຫຍ່ ຂອງຊົນຊັ້ນກຳມະຊີບ

      5/2/2024 4:06:11 PM

      * ເດືອນພຶດສະພາ ມີຫລາຍວັນສຳຄັນທາງປະຫວັດສາດ, ທັງຂອງຊາດ ແລະ ສາກົນ ເຊິ່ງໜຶ່ງໃນນັ້ນມີວັນເກີດຂອງທ່ານ ກາກມາກ ຜູ້ທີ່ໄດ້ໃຫ້ກໍາເນີດປັດຊະຍາມາກສິດ: ລັດທິວັດຖຸນິຍົມສັດຈະວິພາກ, ລັດທິວັດຖຸນິຍົມປະຫວັດສາດ ເສດຖະສາດການເມືອງ ແລະ ລັດທິກອມມູນິດວິທະຍາສາດ. ໃນສອງສາມວັນນີ້, ໜັງສືພິມປະເທດລາວ ຂໍນຳເອົາປະຫວັດສາດ ແຫ່ງຊີວິດ ແລະ ການເຄື່ອນໄຫວຂອງທ່ານ ກາກມາກ ມານໍາສະເໜີໃຫ້ທຸກທ່ານ ພ້ອມກັນທົບທວນຫວນຄືນນໍາກັນ ຕື່ມອີກເທື່ອໜຶ່ງ.

ads
ads

Top