ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວ

08/04/2024 10:42
Email Print 137
ຂປລ ຂປລ. ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

ຂປລ.  ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ  ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

ທ່ານ ສິດທິຣົດ ລາຊະພົນ,ຫົວໜ້າສະຖາບັນຄົ້ນຄວ້າວິໄຈການພັດທະນາ ແລະ ສູນຝຶກອົບຮົມ (DRI), ກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ລັດຖະບານແຫ່ງ ສປປ ລາວ ມີຄວາມມຸ່ງໝັ້ນຢ່າງຕັ້ງໜ້າໃນການແກ້ໄຂການຖືພາໃນໄວໜຸ່ມ ແລະ ການແຕ່ງງານຂອງເດັກ ໂດຍຜ່ານຍຸດທະສາດການຮ່ວມມື ແລະ ອີງໃສ່ຫລັກຖານໃນການຈັດການ. ຄວາມເຂົ້າໃຈຈາກບົດລາຍງານນີ້, ແມ່ນກຸນແຈສໍາຄັນໃນການຊີ້ນໍາຄວາມພະຍາຍາມຂອງພວກເຮົາໃນການຮັບປະກັນສຸຂະພາບ ແລະ ອະນາຄົດອັນສົດໃສ ສໍາລັບປະຊາກອນໜຸ່ມຂອງພວກເຮົາ, ຄວາມພະຍາ ຍາມ ຮ່ວມກັນນີ້ ເປັນຂີດໝາຍສຳຄັນ ໃນການແກ້ໄຂບັນຫາອັນຮີບດ່ວນຂອງການຖືພາໃນໄວໜຸ່ມ. ຜ່ານການ ຄົ້ນຄວ້າວິໄຈ ແລະ ວິເຄາະຢ່າງຮອບດ້ານ ເຊິ່ງ ສປປ ລາວ ເປັນປະເທດທີ່ມີອັດຕາການຖືພາ-ແຕ່ງງານໃນໄວໜຸ່ມສູງທີ່ສຸດໃນພາກພື້ນ ໂດຍມີແມ່ຍິງ 30,5% ໄດ້ແຕ່ງງານເປັນຄັ້ງທຳອິດກ່ອນອາຍຸ 18 ປີ ແລະ 17,4% ແມ່ນມີລູກຄົນທຳອິດກ່ອນອາຍຸ 18 ປີ ໂດຍອີງຕາມຂໍ້ມູນຫລ້າສຸດຈາກການຫລວດດັດຊະນີໝາຍສັງຄົມລາວຄັ້ງທີ 3 (LSIS III). ໃນຂະນະດຽວກັນ, ຂໍ້ມູນ LSIS III ຍັງສະແດງໃຫ້ເຫັນວ່າອັດຕາການຈະເລີນພັນຂອງເດັກຍິງໄວໜຸ່ມ ແລະ ອັດຕາເດັກຍິງອາຍຸ 15-19 ປີ ທີ່ແຕ່ງງານແລ້ວໃນປັດຈຸບັນແມ່ນເພີ່ມຂຶ້ນ. ດັ່ງນັ້ນ, ການສຶກສາໃໝ່ນີ້ ຈະສະໜອງຄວາມເຂົ້າໃຈອັນລ້ຳຄ່າກ່ຽວກັບປັດໄຈ ທີ່ພາໃຫ້ໄວໜຸ່ມຖືພາທັງພາຍໃນ ແລະ ນອກການແຕ່ງງານ ແລະ ເປັນການເປີດທາງໄປສູ່ອະນາຄົດທີ່ດີຂຶ້ນຂອງໄວໜຸ່ມໃນ ສປປ ລາວ.

ທ່ານ ບາກທິຢໍ ຄາດິເຣິບ ຜູ້ຕາງໜ້າອົງການ UNFPA ປະຈໍາ ສປປ ລາວ ໄດ້ໃຫ້ຮູ້ວ່າ: ບົດລາຍງານນີ້ແມ່ນຫລັກຖານ ສະແດງເຖິງເຈດຈຳນົງລວມ ຂອງພວກເຮົາເພື່ອເຂົ້າໃຈ ແລະ ແກ້ໄຂຕົວກະຕຸ້ນຂອງການຖືພາ ໃນໄວໜຸ່ມໃນ ສປປ ລາວ, ການຖືພາ, ຫລຸດຜ່ອນການແຕ່ງງານຂອງເດັກນ້ອຍ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມທຸກຄົນ ໃຫ້ມີໂອກາດບັນລຸເປົ້າໝາຍ ຕາມຄວາມສາມາດຂອງພວກເຂົາ.

ທ່ານ ນາງ ເພຍ ເຣເບວໂລ ບຣິດໂຕ, ຜູ້ຕາງໜ້າອົງການ UNICEF ກ່າວວ່າ: ດ້ວຍແຮງຈູງໃຈຈາກຄວາມມຸ່ງຫວັງ ເພື່ອອະນາຄົດທີ່ສົດໃສ ຂອງເດັກຍິງທຸກຄົນໃນ ສປປ ລາວ, ພວກເຮົາກຳລັງສົມທົບກັບ ລັດຖະບານລາວ ແລະ ບັນດາຄູ່ຮ່ວມງານຂອງພວກເຮົາ ເພື່ອແກ້ໄຂບັນຫາຢ່າງກົງໄປກົງມາ ຕໍ່ກັບການແຕ່ງງານໃນໄວເດັກ ແລະ ການຖືພາໃນໄວໜຸ່ມ, ພວກເຮົາກຳລັງເລັ່ງປະຕິບັດການ ໃຊ້ຂໍ້ມູນທີ່ມີຢູ່ແລ້ວສ້າງຄວາມເຂັ້ມແຂງ ແລະ ທັກສະໃຫ້ແກ່ເດັກຍິງໄວໜຸ່ມ, ສົ່ງເສີມສະພາບແວດລ້ອມຂອງການລ້ຽງດູທີ່ດີ ແລະ ຄຽງຄູ່ໄປກັບການສ້າງຄວາມເຂັ້ມແຂງ ໃຫ້ລະບົບການສຶກສາ ເພື່ອຮັບມືປ້ອງກັນບໍ່ໃຫ້ ມີການແຕ່ງງານໃນໄວເດັກ.

ບົດລາຍງານດັ່ງກ່າວ, ໄດ້ຮັບການສະໜັບສະໜູນ ຈາກລັດຖະບານອົດສະຕຣາລີ ແລະ  ໄດ້ເຜີຍແຜ່ໃນລະ ດັບຊາດ ທີ່ມີການເຂົ້າຮ່ວມຂອງເຈົ້າໜ້າທີ່ລັດຖະບານ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ທີ່ໄດ້ກ່າວເຖິງປັດໄຈຫລາຍດ້ານ ປະກອບສ່ວນເຂົ້າໃນການຖືພາຂອງໄວໜຸ່ມໃນ ສປປ ລາວ. ປັດໄຈທໍາອິດແມ່ນການຮັບເອົາ ການແຕ່ງງານຂອງເດັກນ້ອຍ ເຊິ່ງເປັນການລະເມີດສິດທິເດັກ ທີ່ລັກເອົາຄວາມເປັນເດັກ ແລະ ຂົ່ມຂູ່ທີ່ເປັນໄພຕໍ່ຊີວິດການເປັນຢູ່ຂອງພວກເຂົາ, ຫລັກຖານຍັງສະແດງໃຫ້ເຫັນວ່າ ເດັກຍິງທີ່ແຕ່ງງານກ່ອນອາຍຸ 18 ປີ ມີແນວໂນ້ມທີ່ຈະອອກຈາກໂຮງຮຽນ, ມີຜົນທາງດ້ານເສດຖະກິດ ແລະ ສຸຂະພາບທີ່ຮ້າຍແຮງ ເມື່ອທຽບໃສ່ເພື່ອນທີ່ບໍ່ໄດ້ແຕ່ງງານ. ຍິ່ງໄປກວ່ານັ້ນ, ເດັກຍິງຍັງມີຄວາມສ່ຽງສູງຕໍ່ກັບ ອາການສົນໃນລະຫວ່າງການຖືພາ ແລະ ການເກີດລູກຫລາຍກວ່າແມ່ຍິງຜູ້ໃຫຍ່.

ຂ່າວ: ສົມຫວັງ

KPL

ຂ່າວອື່ນໆ

    • ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍສຸຂະພາບ

      ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍ

      9/4/2023 11:04:29 AM

      *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ

    • ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກສຸຂະພາບ

      ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

      6/2/2022 1:05:52 PM

      *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.

    • ປະໂຫຍດຂອງໝາກເລັ່ນສຸຂະພາບ

      ປະໂຫຍດຂອງໝາກເລັ່ນ

      1/10/2022 4:45:46 PM

      ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

    •  ຄຸນປະໂຫຍດ ແລະ ໂທດຂອງນົມງົວສຸຂະພາບ

      ຄຸນປະໂຫຍດ ແລະ ໂທດຂອງນົມງົວ

      1/7/2022 2:01:09 PM

      ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

    • ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສຸຂະພາບ

      ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມ

      1/3/2022 1:10:50 PM

      ເຍົາວະຊົນ-ຊາວໜຸ່ມ ອາດຈະບໍ່ສາມາດບອກໄດ້ວ່າພວກເຂົາມີອາການຊຶມເສົ້າ ຫລື ມີຄວາມຮູ້ສຶກໂສກເສົ້າ ແຕ່ອາການຊຶມເສົ້າ ຂອງໄວລຸ້ນ ອາດຈະສະແດງອອກໃນອາການອື່ນໆ ເຊັ່ນ:ຮູ້ສຶກບໍ່ດີ, ໂສກເສົ້າ, ໃຈຮ້າຍ, ຜິດຫວັງ, ຮູ້ສຶກເມື່ອຍ ບໍ່ມີ ຄວາມເຂັ້ມແຂງ, ບໍ່ສົນໃຈ ຫລື ບໍ່ພໍໃຈໃນສິ່ງທີ່ເຮັດ.

ads
ads

Top