ວິທີເຮັດຝຸ່ນບົ່ມຊີວະພາບເພື່ອປະຢັດລາຍຈ່າຍ

04/09/2023 11:04
Email Print 529
ຂປລ *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ


                *ປະຊາ​ຊົນ​ລາວ​ບັນດາ​ເຜົ່າ ຖື​ເອົາການ​ຜະລິດ​ ກະ​ສິກໍາ​ເປັນ​ສິນຄ້າ ​ໃນ​ການ​ສ້າງ​ລາຍ​ຮັບ​ເຂົ້າ​ຄອບ​ຄົວ ​ເຊິ່ງ​ແຕ່ລະ​ປີ​ການ​ຜະລິດ​ກະສິກໍາ ຕິດຕໍ່ກັນ​ເປັນ​ເວລາ​ຫລາຍ​ປີ  ກໍ​ຈະ​ເຮັດ​ໃຫ້​ດິນ​ເຊື່ອ​ມຄຸນ​ນະພາ​ບ​ໄດ້ ສະ​ນັ້ນ, ຄໍ​ລໍາ ສຶກສາ​ຫາ​ຄວາມ​ຮູ້ ຈະ​ນໍາ​ເອົາ​ວິ​ທີການ​ເຮັດ​ຝຸ່ນ​ບົ່ມ​ຊີວະ​ພາບ ​ເເພື່ອແບປະຢັດເງິນ ທັງສາ ມາດປັບປຸງ​ດິນ ມາ​ແນະ​ນໍາ​ເພື່ອ​ເປັນ​ປະ​ໂຫຍ​ດ ​ແກ່ບັນດາ​ທ່ານ​​ໄດ້​ເພາະວ່າ ຝຸ່ນ​ບົ່ມ​ຊີວະ​ພາບ ​ແມ່ນຝຸ່ນ​ອີນຊີ ຫລື ຝຸ່ນ​ທຳ​ມະ​ຊາດ ຊະນິດໜຶ່ງທີ່​ມີ​ປະ​​ໂຫຍ​ດ​ໃນ​ການ​ປັບປຸງ​ດິນ, ​ເພີ່ມປະລິມານອິນ​ຊີ​ວັດຖຸ​ໃນ​ດິນ, ຮັກສາ​ຄວາມ​ອຸດົມສົ​ມບູນຂອງ​ດິນ​ ສາມາດ​ຜະລິດ​ໄດ້​ງ່າຍ ​ບໍ່​ໃຊ້​ເວລາ​ຫລາຍ ​ໂດຍ​ການ​ນໍາ​ວັດຖຸ​ເສດ​ເຫລືອ​ໃຊ້ ປະສົມໝັກລວມກັບ​ຂີ້​ສັດ, ​ແກບ​ດຳ, ຮໍາ​ອ່ອນປົກ​ດ້ວຍ​ເປົາ​ປ່ານໝັກ​ໄວ້ 3 ມື້ ກໍ​ສາມາດ​ນໍາ​ໃຊ້​ໄດ້ ​​ໂດຍ​ຂັ້ນ​ຕອນ​ການ​ເຮັດ​ມີ​ດັ່ງ​ນີ້:

ຂັ້ນ​ຕອນ​ເລີ່​ມຕົ້ນ​ການ​ເຮັດ ຝຸ່ນ​ບົ່ມ​ທຳ​ມະ​ຊາດ ຕ້ອງກຽ​ມວັດຖຸ​ດິບ ​ເປັນ​ຕົ້ນ: ຂີ້ສັດ​ແຫ້ງ 1 ຄຸ, ຂີ້​ແກບ​ເຜົ່າ 1 ຄຸ, ຮໍາ​ອ່ອນ 1 ຄຸ ຫລື 1 ກິ​ໂລ​ກໍ່​ໄດ້, ນໍ້າ​ສະກັດ​ຊີວະ​ພາບ, ກາກ​ນໍ້າຕານ ​ແລະ ວັດຖຸອື່ນໆ ​ເຊັ່ນ:​ ຂີ້ອ່ອຍ, ຂີ້​ເລື່ອຍ, ​ເປືອກ​ຖົ່ວດິນ, ຖົ່ວຂຽວ, ​ໄຍໝາກພ້າວ ຢ່າງ​ລະໜຶ່ງຄຸ.

        ວິທີ​ເຮັດ : ປະສົມ​ວັດຖຸ​ທັງໝົດ​ໃຫ້​​ເຂົ້າກັນ ຫລັງ​ຈາກ​ນັ້ນ ປະສົມ​ ນໍ້າ​ຊີວະ​ພາບ​ດ້ວຍ​ ອັດຕາ​ສ່ວນນໍ້າ 10 ລິດ, ນໍ້າ​ຊີວະ​ພາບ 2 ບ່ວງ​ແກງ, ກາກ​ນໍ້າຕານ 2 ບ່ວງ​ແກງ ຄົນ​ໃຫ້​ເຂົ້າກັນ​ດີ ​ແລ້ວ​ຫົດ​ກອງ​ຝຸ່ນ​ຈົນ​ຊຸ່ມດີ , ກອງ​ຝຸ່ນ​ໃຫ້ໜາປະມານ 1 ຄືບ​ປົກ​ດ້ວຍ​ເປົາ​ປ່ານປະ​ໄວ້ 3 ວັນ ​ກໍ​ສາມາດ​ນໍາ​ໄປ​ໃຊ້​ໄດ້.

ວິທີ​ໃຊ້: ​ໃຊ້​ຝຸ່ນ​ບົ່ມ​ຊີວະ​ພາບ​ປະສົມ​ດິນ​ໃນໜານຜັກ​ທຸກ​ຊະນິດ​ໃນ​ອັດຕາ​ສ່ວນຝຸ່ນ 1 ກິ​ໂລຕໍ່​ເນື້ອ​ທີ 1 ຕາ​ແມັດ, ສໍາລັບ​ຜັກ​ທີ່​ມີ​ອາຍຸ​ຫລາຍ​ກວ່າ 2 ​ເດືອນ​ຂຶ້ນ​ໄປ​ແມ່ນ​ໃຊ້​ຮອງ​ພື້ນ​ຂຸມ​ລະ 1-2 ​ກອບມື ​ແລະ ຕົ້ນ​ໄມ້​ໃຫ້ໝາກທີ່​ປູກ​​ໄດ້ 2 ປີ​ຂຶ້ນ​ໄປ​ໃຊ້​ໃນ​ອັດຕາ​ສ່ວນ2 ກິ​ໂລ​ຕໍ່ຕົ້ນ.

ຂຽນໂດຍ: ມາລີດາ

KPL

ຂ່າວອື່ນໆ

    • ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວສຸຂະພາບ

      ເຜີຍແຜ່ບົດລາຍງານ ເສັ້ນທາງການຖືພາໃນໄວໜຸ່ມໃນ ສປປ ລາວ

      4/8/2024 10:42:13 AM

      ຂປລ. ໃນວັນທີ 4 ເມສາ 2024 ຜ່ານມາ, ລັດຖະບານ ແຫ່ງ ສປປ ລາວ ຮ່ວມກັບ ອົງການ ສະຫະປະຊາຊາດ ກອງທຶນສຳລັບປະຊາກອນ(UNFPA) ແລະ ອົງການ ອຸຍນີເຊບ ເຜີຍແຜ່ບົດລາຍງານຢ່າງເປັນທາງການໃນຫົວຂໍ້ “ບົດລາຍງານຄວາມເຂົ້າໃຈຂອງເສັ້ນທາງການຖືພາໃນໄວໜຸ່ມ ໃນອາຊີຕາເວັນອອກສ່ຽງໃຕ້: ກໍລະນີສຶກສາໃນ ສປປ ລາວ”.

    • ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກສຸຂະພາບ

      ຮອດລະດູຝົນ ຕ້ອງລະວັງພະຍາດໄຂ້ເລືອດອອກ

      6/2/2022 1:05:52 PM

      *ເມື່ອກ້າວເຂົ້າສູ່ລະດູຝົນພະຍາດຕ່າງໆ ມັກຈະເກີດຂຶ້ນຫລາຍ ໂດຍສະເພາະ ພະຍາດໄຂ້ເລືອດອອກ ຫລື ໄຂ້ຍຸງລາຍ ຊຶ່ງຈະພົບຫລາຍ ໃນລະດູນີ້ ແລະ ມີຜູ້ຕິດເຊື້ອເພີ່ມຂຶ້ນທຸກໆປີ.

    • ປະໂຫຍດຂອງໝາກເລັ່ນສຸຂະພາບ

      ປະໂຫຍດຂອງໝາກເລັ່ນ

      1/10/2022 4:45:46 PM

      ໝາກເລັ່ນ ຈັດຢູ່ໃນໝວດຜັກ ທີ່ອຸດົມໄປດ້ວຍສານອາຫານຫລາຍຢ່າງ, ໝາກເລັ່ນໃຫຍ່ມີນວນຫລາຍ ມີລົດຊາດສົ້ມ ອົມຫວານເລັກນ້ອຍ ສາມາດກິນໄດ້ແບບສົດໆທັງເປືອກ, ແກ່ນ, ນວນ .

    •  ຄຸນປະໂຫຍດ ແລະ ໂທດຂອງນົມງົວສຸຂະພາບ

      ຄຸນປະໂຫຍດ ແລະ ໂທດຂອງນົມງົວ

      1/7/2022 2:01:09 PM

      ນົມງົວ ຜະ​ລິດ​ຈາກ​ຕ່າງປະ​ເທດ​ນຳ​ເຂົ້າ ທີ່​ພວກ​ເຮົາດື່ມທຸກມື້ນີ້ ອຸດົມໄປດ້ວຍຄຸນປະໂຫຍດຫລາຍຢ່າງ

    • ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມສຸຂະພາບ

      ພະຍາດຊຶມເສົ້າໃນກຸ່ມເຍົາວະຊົນ-ຊາວໜຸ່ມ

      1/3/2022 1:10:50 PM

      ເຍົາວະຊົນ-ຊາວໜຸ່ມ ອາດຈະບໍ່ສາມາດບອກໄດ້ວ່າພວກເຂົາມີອາການຊຶມເສົ້າ ຫລື ມີຄວາມຮູ້ສຶກໂສກເສົ້າ ແຕ່ອາການຊຶມເສົ້າ ຂອງໄວລຸ້ນ ອາດຈະສະແດງອອກໃນອາການອື່ນໆ ເຊັ່ນ:ຮູ້ສຶກບໍ່ດີ, ໂສກເສົ້າ, ໃຈຮ້າຍ, ຜິດຫວັງ, ຮູ້ສຶກເມື່ອຍ ບໍ່ມີ ຄວາມເຂັ້ມແຂງ, ບໍ່ສົນໃຈ ຫລື ບໍ່ພໍໃຈໃນສິ່ງທີ່ເຮັດ.

ads
ads

Top