ຂປລ
ເຍົາວະຊົນ-ຊາວໜຸ່ມ ອາດຈະບໍ່ສາມາດບອກໄດ້ວ່າພວກເຂົາມີອາການຊຶມເສົ້າ ຫລື ມີຄວາມຮູ້ສຶກໂສກເສົ້າ ແຕ່ອາການຊຶມເສົ້າ ຂອງໄວລຸ້ນ ອາດຈະສະແດງອອກໃນອາການອື່ນໆ ເຊັ່ນ:ຮູ້ສຶກບໍ່ດີ, ໂສກເສົ້າ, ໃຈຮ້າຍ, ຜິດຫວັງ, ຮູ້ສຶກເມື່ອຍ ບໍ່ມີ ຄວາມເຂັ້ມແຂງ, ບໍ່ສົນໃຈ ຫລື ບໍ່ພໍໃຈໃນສິ່ງທີ່ເຮັດ.
ເຍົາວະຊົນ-ຊາວໜຸ່ມ ອາດຈະບໍ່ສາມາດບອກໄດ້ວ່າພວກເຂົາມີອາການຊຶມເສົ້າ ຫລື ມີຄວາມຮູ້ສຶກໂສກເສົ້າ ແຕ່ອາການຊຶມເສົ້າຂອງໄວລຸ້ນ ອາດຈະສະແດງອອກໃນອາການອື່ນໆ ເຊັ່ນ:ຮູ້ສຶກບໍ່ດີ, ໂສກເສົ້າ, ໃຈຮ້າຍ, ຜິດຫວັງ, ຮູ້ສຶກເມື່ອຍບໍ່ມີຄວາມເຂັ້ມແຂງ, ບໍ່ສົນ ໃຈ ຫລື ບໍ່ພໍໃຈໃນສິ່ງທີ່ເຮັດ (ເຖິງແມ່ນວ່າມັນເປັນບາງສິ່ງບາງຢ່າງ ທີ່ລາວເຄີຍມັກ), ຮູ້ສຶກບໍ່ດີຕໍ່ຕົນເອງ, ນອນບໍ່ຫລັບຫລື ນອນຫລາຍເກີນໄປ
ຈົດຈໍ່ຢູ່ກັບສິ່ງໃດໜຶ່ງໄດ້ຍາກເຊັ່ນ: ການອ່ານໜັງສື, ເບື່ອອາຫານ ຫລື ກິນອາຫານຫລາຍກ່ວາປົກກະຕິ, ເວົ້າ ແລະ ປະຕິບັດຊ້າໆຫລື ກະວົນກະວາຍຫົນຫວຍ.
ການແພດຕ່າງປະເທດ ໄດ້ຍົກຕົວຢ່າງຄົນເຈັບທີ່ເປັນພະຍາດຊຶມເສົ້າ ອາຍຸ 15 ປີ ພົບວ່າ: ໃນໄລຍະໂຄວິດ-19 ລະບາດ ເຮັດໃຫ້ຫລາຍກິດຈະກຳກາງແຈ້ງ ທີ່ເຍົາວະຊົນ-ຊາວໜຸ່ມບໍ່ໄດ້ເຂົ້າຮ່ວມ, ບໍ່ໄດ້ໄປໂຮງຮຽນພົບປະໝູ່ຄູ່ ເຂົາເຈົ້າຈຶ່ງຈັບຈໍ່ ຢູ່ກັບໜ້າຈໍ ໂທລະ ສັບ, ໂນດບຸກ ຫລື ຄອມພິວເຕີ, ຫລິ້ນເກມໝົດມື້ ບໍ່ສົນໃຈການຮ່ຳຮຽນ, ມັກຜິດຖຽງກັບພໍ່ແມ່ເລື່ອງຫລິ້ນເກມ. ເມື່ອສອບຖາມປະຫວັດ ຜູ້ກ່ຽວລະອຽດ ໃຫ້ຮູ້ວ່າ: ຄົນເຈັບຮູ້ສຶກເບື່ອ, ບໍ່ຢາກເຮັດຫຍັງ ນອກຈາກນັ່ງຫລິ້ນເກມ ແຕ່ບາງເທື່ອຫລິ້ນເກມກໍເບື່ອ ແຕ່ກໍຍັງດີ ກວ່າບໍ່ມີ ຫຍັງເຮັດ, ໃນໄລຍະ 1 ເດືອນ, ຄົນເຈັບນອນບໍ່ຫລັບ ເບື່ອອາຫານ ບາງເທື່ອກໍຮູ້ສຶກຫງຸດຫງິດງ່າຍ, ບໍ່ສົນໃຈການຮຽນ ບໍ່ຢາກເຮັດວຽກບ້ານສົ່ງຄູ-ອາຈານ ບໍ່ມີສະມາທິໃນການຮຽນ ແລະ ເຄີຍມີຄວາມຮູ້ສຶກຢາກນອນຫລັບ ແລ້ວບໍ່ຕ້ອງຕື່ນຂຶ້ນມາອີກ. ຢ່າງ ໃດກໍຕາມ, ຫລັງຈາກຄົນເຈັບໄດ້ຮັບການບົ່ງມະຕິວ່າເປັນພະຍາດຊຶມເສົ້າກໍໄດ້ຮັບການປິ່ນປົວດ້ວຍຢາ ແລະ ບຳບັດສຸຂະພາບຈິດເປັນເວລາ 1 ເດືອນ ອາການຈຶ່ງດີຂຶ້ນ.
ອາການຊຶມເສົ້າ: ບໍ່ໄດ້ເກີດຈາກສາເຫດໃດໜຶ່ງແຕ່ມັກເກີດມາຈາກຫລາຍປັດໄຈ ດັ່ງນີ້:
ກຳມະພັນ:ຜ່ານການຄົ້ນຄວ້າໃຫ້ຮູ້ວ່າເດັກນ້ອຍທີ່ພໍ່ແມ່ມີອາການຊຶມເສົ້າຈະມີອັດຕາການຊຶມເສົ້າສູງກວ່າເດັກນ້ອຍໂດຍທົ່ວໄປ.
ສານເຄມີສະໝອງ:ຈາກການສຶກສາ ເຫັນວ່າອາການຊຶມເສົ້າແມ່ນການປ່ຽນແປງ ທີ່ຜິດປົກກະຕິຂອງສານເຄມີ ໃນສະໝອງທີ່ສົ່ງຜົນກະທົບຕໍ່ການຄວບຄຸມອາລົມ, ຮ່າງກາຍແລະຈິດໃຈ, ປັດຈຸບັນຢາທີ່ໃຊ້ປິ່ນປົວ ພະຍາດຊຶມເສົ້າມີ ບົດບາດໂດຍກົງ ໃນການປັບສານ ເຄມີ ເຫລົ່ານີ້ ໃຫ້ຢູ່ໃນຄວາມສົມດຸນ.
ປັດໄຈສິ່ງແວດລ້ອມພາຍນອກ ຫລື ບັນຫາທາງຈິດສັງຄົມ: ການລ້ຽງດູໂດຍ ພໍ່ແມ່ມັກໃຊ້ຄວາມຮຸນແຮງໃນຄອບຄົວ, ລ້ຽງລູກໂດຍມັກຕຳນິ ໃຊ້ຄວາມຮຸນແຮງທາງຄຳເວົ້າວາຈາ ແລະ ໃຊ້ກຳລັງຕໍ່ຮ່າງກາຍເດັກ ລວມທັງການລ່ວງລະເມີດ ທາງດ້ານຈິດໃຈລູກ. ນອກ ຈາກນີ້ ກໍເຄີຍພົບພໍ້ເຫດການ ທີ່ເຈັບປວດເຊັ່ນ: ສູນເສຍບຸກຄົນສໍາຄັນ ຫລື ການປະຮ້າງແລ້ວ ປະຖິ້ມລູກ, ເດັກນ້ອຍຖືກຂົ່ມເຫັງຢູ່ໃນໂຮງຮຽນຫລື ຖືກໄລ່ອອກຈາກກຸ່ມສັງຄົມແລະອື່ນໆ.
ທັດສະນະຕໍ່ຕົນເອງແລະການແກ້ໄຂບັນຫາທໍາມະຊາດ :ພົບວ່າເດັກນ້ອຍທີ່ມີຄວາມນັບຖືຕົນເອງຕໍ່າ ແລະ ເດັກນ້ອຍທີ່ມີຄວາມວິຕົກກັງວົນສູງ ຈະມີອັດຕາການເປັນຊຶມເສົ້າສູງ ກວ່າເດັກນ້ອຍໂດຍທົ່ວໄປ. ລັກສະນະການແກ້ໄຂບັນຫາ ໂດຍນໍາໃຊ້ວິທີການໜີຕຳນິຕົນ ເອງຊ້ຳໆ ແລະ ການເບິ່ງໂລກໃນແງ່ລົບ ກໍມີທ່າອ່ຽງທີ່ຈະເພີ່ມຄວາມສ່ຽງໃນການເປັນຊຶມເສົ້າ.
ປັດໄຈພະຍາດທາງດ້ານຮ່າງກາຍອື່ນໆ: ພະຍາດທາງດ້ານຮ່າງກາຍ ຫລື ຢາບາງຊະນິດທີ່ປິ່ນປົວ ສົ່ງຜົນກະທົບຕໍ່ຮໍໂມນແລະສານເຄມີ ໃນສະໝອງສາມາດເຮັດໃຫ້ເປັນຊຶມເສົ້າ. ນອກຈາກນັ້ນ, ເດັກນ້ອຍທີ່ມີພະຍາດຊໍາເຮື້ອ ບໍ່ສາມາດດໍາລົງຊີວິດໄດ້ຕາມປົກກະຕິ ກໍມີ ໂອກາດເປັນພະຍາດຊຶມເສົ້າໄດ້ງ່າຍ.
ໂດຍ: ສ. ສີພັນຄຳ
KPL