ສສ ຫວຽດນາມ ສົ່ງອອກຜະລິດຕະພັນກະສິກຳ-ເຄື່ອງປ່າຂອງດົງ-ສິນໃນນ້ຳ ບັນລຸກວ່າ 19 ຕື້ໂດລາ

02/05/2024 20:06
Email Print 230
ຂປລ ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີ 2024, ຍອດວົງເງິນ ສົ່ງອອກ ຜະລິດ ຕະພັນ ກະສິກຳ, ເຄື່ອງປ່າ ຂອງດົງ, ສິນໃນນ້ຳ ຄາດວ່າ ຈະບັນລຸກວ່າ 19 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ ເກືອບ 24% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ, ວັນທີ 1 ພຶດສະພານີ້, ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ໃນ 4 ເດືອນຕົ້ນປີ 2024, ຍອດວົງເງິນ ສົ່ງອອກ ຜະລິດ ຕະພັນ ກະສິກຳ, ເຄື່ອງປ່າ ຂອງດົງ, ສິນໃນນ້ຳ ຄາດວ່າ ຈະບັນລຸກວ່າ 19 ຕື້ໂດລາ ສະຫະລັດ, ເພີ່ມຂຶ້ນ ເກືອບ 24% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີ 2023. ບັນດາໝວດສິນຄ້າ ສົ່ງອອກ ຂອງຂະແໜງ ລ້ວນແຕ່ເພີ່ມຂຶ້ນ, ສະນັ້ນ, ວົງເງິນສົ່ງອອກ ກໍໄດ້ເພີ່ມຂຶ້ນ. ກ່ຽວກັບ ຕະຫລາດ, ການສົ່ງອອກ ໄປຍັງ ອາຊີ ໄດ້ເພີ່ມຂຶ້ນເກືອບ 20%; ທະວີບ ອາເມລິກາ ເພີ່ມຂຶ້ນ 24,6%; ເອີຣົບ ເພີ່ມຂຶ້ນ 38,6%; ທະວີບ ມະຫາສະໝຸດ ເພີ່ມຂຶ້ນ 26%. ສ.ອາເມລິກາ, ສປ ຈີນ ແລະ ຍີ່ປຸ່ນ ສືບຕໍ່ແມ່ນ 3 ຕະຫລາດໃຫຍ່ສຸດ ທີ່ນຳເຂົ້າ ຜະລິດ ຕະພັນ ກະສິກຳ, ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ສສ ຫວຽດນາມ.ດັ່ງນັ້ນ ເພື່ອສືບຕໍ່ ຮັກສາ ທ່າເຕີບໂຕ ໃນການສົ່ງອອກ, ກະຊວງ ກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ໃຫ້ຮູ້ວ່າ: ຈະເປີດປະຕູ ບັນດາ ຕະຫລາດໃໝ່, ມີກຳລັງ ບົ່ມຊ້ອນ  ເຊັ່ນ: ບັນດາ ປະເທດ ອິດສະລາມ, ຕາເວັນອອກກາງ, ທະວີບ ອາຟຣິກາ. ທາງກະຊວງ ກໍໄດ້ສົມທົບກັບ ບັນດາ ກະຊວງ, ຂະແໜງການ, ວິສາຫະກິດ ຍາດແຍ່ງ ບັນດາໂອກາດ ຈາກບັນດາ ສົນທິສັນຍາ ການຄ້າເສລີ ທີ່ໄດ້ລົງນາມ ກັບບັນດາ ປະເທດ, ພ້ອມດຽວກັນນັ້ນ, ກໍ່ໜູນຊ່ວຍ ການປົກປ້ອງຍີ່ຫໍ້, ຂໍ້ມູນທີ່ມາຂອງ ບັນດາຜະລິດ ຕະພັນ ສົ່ງອອກ ທີ່ມີກຳລັງບົ່ມຊ້ອນຂອງ ສສ ຫວຽດນາມ ຢູ່ຕ່າງປະເທດ./.  

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top