ສສ ຫວຽດນາມ ສົ່ງອອກມັນຕົ້ນໃຫ້ບັນລຸເຖິງ 2 ຕື້ໂດລາໃນປີ 2030

02/05/2024 20:06
Email Print 238
ຂປລ ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ຫາກໍ ໃຫ້ສັດຕະຍາບັນ ແຜນຮ່າງ “ພັດທະນາ ແບບຍືນຍົງ ຂະແໜງ ສິນຄ້າ ມັນຕົ້ນ ຮອດປີ 2030, ວິໄສທັດຮອດປີ 2050”.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ,ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ຫວຽດນາມ ຫາກໍ ໃຫ້ສັດຕະຍາບັນ ແຜນຮ່າງພັດທະນາ ແບບຍືນຍົງ ຂະແໜງ ສິນຄ້າ ມັນຕົ້ນ ຮອດປີ 2030, ວິໄສທັດຮອດປີ 2050”. ຕາມນັ້ນແລ້ວ, ພັດທະນາ ຂະແໜງສິນຄ້າ ມັນຕົ້ນເປັນ ປົກກະຕິ, ມີສະຖຽນລະພາບ ແລະ ຍືນຍົງ; ສ້າງການຮ່ວມ ສຳພັນ ຢ່າງແໜ້ນແຟ້ນ ລະຫວ່າງ ການຜະລິດ, ການປຸງແຕ່ງ ແລະ ການບໍລິໂພກ ຜະລິດຕະພັນ ແນໃສ່ ສ້າງມູນຄ່າ ເສດຖະກິດສູງ, ປະກອບສ່ວນ ແກ້ໄຂ ວຽກເຮັດງານທຳ, ລົບລ້າງຄວາມອຶດຫິວ ຫລຸດຜ່ອນ ກຄວາມທຸກຍາກ, ຍົກສູງຊີວິດ ການເປັນຢູ່ ຂອງປະຊາຊົນ ຢູ່ເຂດຊົນນະບົດ; ຍົກສູງມູນຄ່າ ວົງເງິນ ສົ່ງອອກ ແລະ ປົກປັກຮັກສາ ສິ່ງແວດລ້ອມ. ກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ ໄດ້ວາງເປົ້າໝາຍ ຮອດປີ 2030, ປະລິມານ ມັນຕົ້ນສົດ ຂອງທົ່ວປະເທດ ຈະບັນລຸ ປະລິມານ 11,5– 12,5 ໂຕນ; ວົງເງິນສົ່ງອອກ ມັນຕົ້ນ ແລະ ບັນດາຜະລິດຕະພັນ ຈາກມັນຕົ້ນ ຈະບັນລຸແຕ່ 1,8–2 ຕື້ໂດລາ ສະຫະລັດ. ຮອດປີ 2050, ຂະແໜງ ສິນຄ້າ ມັນຕົ້ນຂອງ ສສ ຫວຽດນາມ ບັນລຸ ວົງເງິນການຄ້າ ສົ່ງອອກ ມັນຕົ້ນ ແລະ ບັນດາຜະລິດ ຕະພັນຈາກ ມັນຕົ້ນ ບັນລຸ ປະມານ 2,3- 2,5 ຕື້ໂດລາສະຫະລັດ. ຕາມແຜນ ຮ່າງດັ່ງກ່າວແລ້ວ, ທົ່ວປະເທດ ຫວຽດນາມ ຈະມີ 5 ເຂດຈຸດສຸມ ພັດທະນາ ມັນຕົ້ນ, ພັດທະນາ ການປຸງແຕ່ງ ມັນຕົ້ນ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top