ເຟດ ຮັກສາອັດຕາດອກເບ້ຍເປັນປົກກະຕິ-ເຕືອນໄຟເງິນເຟີ້ ຍັງຢູ່ລະດັບສູງ

02/05/2024 20:07
Email Print 196
ຂປລ ອົງການນີ້ ເຫັນໄດ້ວ່າ ເລື່ອງນຳໄພເງິນເຟີ້ຫລຸດລົງ ເປົ້າໝາຍ 2% ບໍ່ມີຄວາມຄືບໜ້າ ຫລາຍປານໃດ ແລະ ໄພເງິນເຟີ້ ຍັງຢູ່ໃນລະດັບສູງ.

ຂປລ.ວິທະຍຸ ກະຈ່າຍສຽງ ແຫ່ງຊາດ ຫວຽດນາມ, ທະນາຄານສູນກາງ ອາເມລິກາ ໄດ້ກ່າວເຕືອນວ່າ ໃນຊຸມເດືອນມໍ່ໆມານີ້ ອົງການນີ້ ເຫັນໄດ້ວ່າ ເລື່ອງນຳໄພເງິນເຟີ້ຫລຸດລົງ ເປົ້າໝາຍ 2% ບໍ່ມີຄວາມຄືບໜ້າ ຫລາຍປານໃດ ແລະ ໄພເງິນເຟີ້ ຍັງຢູ່ໃນລະດັບສູງ. ຫລັງຈາກ ໃນວັນທີ 1 ພຶດສະພາ ໄດ້ຈັດ ກອງປະຊຸມ ນະໂຍບາຍ ປະຈຳໄຕມາດ, ທະນາຄານ ສູນກາງ ອາເມລິກາ - ເຟດ(Fed) ໄດ້ຕົກລົງ ຮັກສາ ອັດຕາດອກເບ້ຍ ຢູ່ລະດັບ ປັດຈຸບັນ. ໃນຖະແຫລງການ ນະໂຍບາຍ, ເຟດ(Fed) ຍັງຮັກສາ ບັນດາປັດໄຈ ຫລັກໃນການຕີລາຄາ ເສດຖະກິດ ແລະ ແນະນຳ ນະໂຍບາຍ. ເຖິງວ່າ ໄດ້ຕີລາຄາວ່າ ສະພາບການ ໄພເງິນເຟີ້ ໄດ້ຫລຸດລົງ ໃນປີຜ່ານມາ ແລ້ວກໍ່ຕາມ ແຕ່ບັນດາ ຜູ້ວາງອອກນະໂຍບາຍ Fed ຖືວ່າ ການຫລຸດອັດຕາ ດອກເບ້ຍ ຈະເໝາະສົມ ກໍ່ຕໍ່ເມື່ອ ເຫັນໄດ້ວ່າ ໄພເງິນເຟີ້ພວມຫລຸດລົງ ຢ່າງແນ່ນອນ ໃນລະດັບເປົ້າໝາຍ 2%. ທະນາຄານສູນກາງ ອາເມລິກາ ໄດ້ກ່າວເຕືອນວ່າ: ໃນຊຸມເດືອນມໍ່ໆມານີ້ ອົງການນີ້ ເຫັນໄດ້ວ່າ ເລື່ອງນຳໄພເງິນເຟີ້ ຫລຸດລົງ ເປົ້າໝາຍ 2% ບໍ່ມີຄວາມຄືບໜ້າ ຫລາຍປານໃດ ແລະ ໄພເງິນເຟີ້ ຍັງຢູ່ໃນລະດັບສູງ. ເຖິງວ່າໃນຖະແຫຼງການກ່ອນນັ້ນ ເມື່ອເດືອນມີນາ, Fed ໄດ້ຕີລາຄາວ່າ ຄວາມສ່ຽງຕໍ່ ພື້ນຖານເສດຖະກິດພວມຫັນປ່ຽນໄປຍັງ ສະພາບການ ສົມດຸນກ່ວາແຕ່ໃນຖະແຫລງການ ຄັ້ງຫລ້າສຸດ, ອົງການນີ້ ໄດ້ ພາດພິງວ່າ ວິວັດທະນາການນີ້ ອາດຈະຖືກຢຸດສະງັກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top