ທ່ານ ເວືອງດິ່ງເຫວະ ລາອອກຈາກຕຳແໜ່ງ ປະທານສະພາແຫ່ງຊາດ ຫວຽດນາມ

02/05/2024 20:10
Email Print 237
ຂປລ ຕາມແຈ້ງການ ຂອງເລຂາທິການໃຫຍ່ ສະພາແຫ່ງຊາດ, ວັນທີ 2 ພຶດສະພານີ້, ກອງປະຊຸມ ວິສາມັນ ຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນຢູ່ ຫໍສະພາແຫ່ງຊາດ, ນະຄອນຫລວງຮ່າໂນ້ຍ.

ຂປລ.ວິທະຍຸ ກະຈາຍສຽງ ແຫ່ງຊາດ ຫວຽດນາມ, ຕາມແຈ້ງການ ຂອງເລຂາທິການໃຫຍ່ ສະພາແຫ່ງຊາດ, ວັນທີ 2 ພຶດສະພານີ້, ກອງປະຊຸມ ວິສາມັນ ຄັ້ງທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ດຳເນີນຢູ່ ຫໍສະພາແຫ່ງຊາດ, ນະຄອນຫລວງຮ່າໂນ້ຍ. ຈາກນັ້ນ ສະພາແຫ່ງຊາດ ໄດ້ດຳເນີນ ການປຶກສາ ຫາລື, ປ່ອນບັດລັບ ແລະ ຮັບຮອງເອົາ ມະຕິພົ້ນຕຳແໜ່ງ ປະທານ ສະພາແຫ່ງຊາດ ອາຍຸການ 2021 – 2026, ໃຫ້ສັດຕະຍາບັນ ພົ້ນຕຳແໜ່ງ ກຳມະການ ສະພາ ປ້ອງກັນຊາດ ແລະ ປ້ອງກັນ ຄວາມສະຫງົບ, ຍົກເລີກໜ້າທີ່ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ເວືອງດິ່ງເຫວະ; ມະຕິວ່າ ດ້ວຍການ ງົດໜ້າທີ່ ສະມາຊິກ ສະພາແຫ່ງຊາດ ຊຸດທີ XV ສຳລັບ ທ່ານ ເຢືອງວັນທ໊າຍ, ສະມາຊິກ ຄະນະສະມາຊິກ ສະພາແຫ່ງຊາດ ແຂວງ ບັກຢາງ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top