ສປ ຈີນ ມີແຜນຈະປະຕິບັດພາລະກິດສົ່ງເຄື່ອງສຳຫລວດດວງຈັນ ຊາງເອີ 6 ຂຶ້ນສູ່ອະວະກາດ

02/05/2024 20:23
Email Print 286
ຂປລ ສປ ຈີນ ຈະປະຕິບັດ ພາລະກິດ ສົ່ງເຄື່ອງ ສຳຫລວດ ດວງຈັນ ຊາງເອີ 6 ຂອງໂຄງການ ສຳຫລວດ ດວງຈັນ ໄລຍະທີ 4 ໃນວັນທີ 3 ພຶດສະພານີ້ ຕາມແຜນການ

ຂປລ.ວິທະຍຸ ສາກົນ ແຫ່ງ ສປ ຈີນ, ກົມການບິນ ອະວະກາດ ແຫ່ງຊາດຈີນ ແຈ້ງຂ່າວ ໃຫ້ຮູ້ວ່າ: ຜ່ານການຄົ້ນຄວ້າ ໂດຍສັງລວມ, ກອງບັນຊາການ ພາລະກິດ ໂຄງການສຳຫລວດດວງຈັນ ຕົກລົງວ່າ: ສປ ຈີນ ຈະປະຕິບັດ ພາລະກິດ ສົ່ງເຄື່ອງ ສຳຫລວດ ດວງຈັນ ຊາງເອີ 6 ຂອງໂຄງການ ສຳຫລວດ ດວງຈັນ ໄລຍະທີ 4 ໃນວັນທີ 3 ພຶດສະພານີ້ ຕາມແຜນການ.ປັດຈຸບັນ, ຢູ່ສະໜາມຍິງສົ່ງ ການບິນ ອະວະກາດ ເວີນຊ່າງຈີນ, ວຽກງານ ກະກຽມ ດ້ານຕ່າງໆກຳລັງ ດຳເນີນ ໄປຢ່າງເປັນກ້າວໆ. ນີ້ແມ່ນຈະຫລວດ ສົ່ງຍານຊາງເຈີ່ງ 5 ປະຕິບັດພາລະກິດ ຍິງສົ່ງຂອງໂຄງການ ສຳຫລວດດວງຈັນ ເທື່ອທີສອງ, ເຊິ່ງຈະສົ່ງເຄື່ອງສຳຫລວດ ດວງຈັນ ຊາງເອີ 6 ຂຶ້ນສູ່ວົງໂຄຈອນ ລະຫວ່າງ ໜ່ວຍໂລກ ກັບດວງຈັນ ເພື່ອປະຕິບັດໜ້າທີ່ເກັບຕົວຢ່າງ ຈາກເບື້ອງຫລັງ ຂອງດວງຈັນແລ້ວ ກັບຄືນສູ່ ໜ່ວຍໂລກ./.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top