ຂປລ
ໃນ 3 ໄຕມາດທຳອິດຂອງປີນີ້, ເຖິງໄດ້ຮັບຄວາມກົດດັນຕ່າງໆ,ແຕ່ເສດຖະກິດຂອງຈີນຍັງຮັກສາສະພາບ ການພັດທະນາ ທີ່ມີຄວາມໝັ້ນທ່ຽງ ແລະ ສະແດງໃຫ້ເຫັນທ່າອຽງ ການພັດທະນາ ທີ່ມີແຮງຂັບເຄື່ອນທາງໃໝ່

ຂປລ.ວິທະຍຸ ໂທລະພາບ ສູນກາງຈີນ, ວັນທີ 19 ຕຸລານີ້, ຫ້ອງການຖະແຫລງຂ່າວ ຂອງຄະນະລັດຖະບານຈີນ ໄດ້ຈັດກອງປະຊຸມຖະແຫລງຂ່າວ ເຊິ່ງອົງການສະຖິຕິແຫ່ງຊາດຈີນ ໄດ້ເປີດເຜີຍຕົວເລກຂໍ້ມູນ ທາງດ້ານເສດຖະກິດ ໃນ 3 ໄຕມາດທຳອິດປີນີ້ ໃຫ້ເຫັນວ່າ: ໃນ 3 ໄຕມາດທຳອິດຂອງປີນີ້, ເຖິງໄດ້ຮັບຄວາມກົດດັນຕ່າງໆ,ແຕ່ເສດຖະກິດຂອງຈີນຍັງຮັກສາສະພາບ ການພັດທະນາ ທີ່ມີຄວາມໝັ້ນທ່ຽງ ແລະ ສະແດງໃຫ້ເຫັນທ່າອຽງ ການພັດທະນາ ທີ່ມີແຮງຂັບເຄື່ອນທາງໃໝ່ ແລະ ໂຄງປະກອບ ທີ່ຫັນໄປສູ່ ຄຸນນະພາບດີ, ການຕອບສະໜອງ ດ້ານການຜະລິດ ເພີ່ມຂຶ້ນອ່າວໄວ,ການເຕີບໂຕ ດ້ານການຄ້າຕໍ່ຕ່າງປະເທດ ຢູ່ໃນສະພາບທີ່ດີ, ການປະກອບອາຊີບ ແລະ ລາຄາສິນຄ້າ ຢູ່ໃນສະພາບໝັ້ນທ່ຽງໂດຍລວມ, ການຮັບປະກັນ ດ້ານຊີວິດການເປັນຢູ່ ຂອງປະຊາຊົນ ມີຄວາມເຂັ້ມແຂງ ແລະ ມີປະສິດທິພາບສູງ ເຊິ່ງໄດ້ສະແດງໃຫ້ເຫັນ ຄວາມໜຽວແໜ້ນ ແລະ ພະລັງຊີວິດດ້ານການພັດທະນາ ຢ່າງຕໍ່ເນື່ອງ. ຕາມການຄິດໄລ່ເບື້ອງຕົ້ນ,ລວມຍອດຜະລິດຕະພັນ ພາຍໃນປະເທດ ຫລື GDPຂອງ ສປ ຈີນ ໃນ 3 ໄຕມາດທຳອິດ ຂອງປີນີ້ ໄດ້ມີເຖິງ 107 ພັນຕື້ກວ່າຢວນ, ຖ້າໄລ່ຕາມລາຄາ ທີ່ບໍ່ປ່ຽນແປງແລ້ວ,ໄດ້ເພີ່ມຂຶ້ນ 4,6% ເມື່ອທຽບໃສ່ ໄລຍະດຽວກັນ ຂອງປີກາຍ./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL