ລາວ-ກູບາ ສືບຕໍ່ຮ່ວມພັດທະນາວຽກງານກິລາ ກາຍຍະກຳກ້າວທັນເວລາສາກົນ

01/07/2026 15:33
Email Print 212
ຂປລ ຂປລ. ລັດຖະບານ ສປປ ລາວ ແລະ ລັດຖະບານ ສ ກູບາ ສືບຕໍ່ ຮ່ວມກັນລົງນາມເຊັນບົດບັນທຶກ ຄວາມເຂົ້າໃຈ (MOU) ເພື່ອຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍ ສະເພາະແມ່ນດ້ານວຽກງານກິລາກາຍຍະກຳ ໃນ ສປປ ລາວ

 ໃນ ວັນທີ 29 ມິຖຸນາ 2026 ຢູ່ກະຊວງ ສຶກສາທິການ ແລະ ກິລາ (ສສກ) ຮ່ວມລົງນາມໂດຍທ່ານ ກິ່ງມະໂນ ພົມມະຫາໄຊ ຮອງລັດຖະມົນຕີ ກະ ຊວງສຶກສາທິການ ແລະ ກິລາ, ປະທານຄະນະກຳມະການພາແລມ ປິກແຫ່ງຊາດ, ທັງເປັນຮອງປະ ທານຄະນະກຳມະການໂອແລມປິກ ແຫ່ງຊາດ ແລະ ທ່ານ ນາງ ແອນນາ ອີ ວຽນ ວັນເດດ (Enna E. Viant Valdes) ເອກອັກຄະລັດຖະທູດ ສາທາລະນະລັດ ກູບາ ປະຈຳ ສປປ ລາວ, ມີຫົວໜ້າກົມຮ່ວມມືກັບຕ່າງປະເທດ, ຫົວໜ້າກົມກິລາມວນຊົນ ພະລະ ແລະ ສິລະປະສຶກສາ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນ ສັກຂີພິຍານ. ການລົງນາມຄັ້ງນີ້, ເປັນການ ສືບຕໍ່ການຮ່ວມມືສອງຝ່າຍກ່ຽວ ກັບວຽກງານດ້ານກິລາ, ພະລະ ສຶກສາ ແລະ ສິລະປະສຶກສາ ແລະ ແລກປ່ຽນປຶກສາຫາລືໃນຂົງເຂດ ວຽກງານວິຊາການອື່ນໆ ທີ່ທັງ ສອງຝ່າຍຕົກລົງເຫັນດີຮ່ວມກັນ. ທັງນີ້, ກໍເພື່ອເສີມຂະຫຍາຍສາຍ ພົວພັນຮ່ວມມື ແລະ ຄວາມເຂົ້າໃຈ ເຊິ່ງກັນ ແລະ ກັນ ລະຫວ່າງສອງ ລັດຖະບານບົນພື້ນຖານສາຍພົວ ພົນມິດຕະພາບລະຫວ່າງປະຊາຊົນ ສອງປະເທດ. ໃນໄລຍະຜ່ານມາ ສ ກູບາ ໄດ້ ໃຫ້ທຶນການສຶກສາແກ່ນັກສຶກສາ ລາວ ໄປຮຽນຕໍ່ວິຊາກິລາ-ກາຍຍະ ກໍາຢູ່ ກູບາ ແລະ ສ້າງນັກວິຊາການ ໃນຂົງເຂດຕ່າງໆ ເປັນຕົ້ນພາສາ ແອັດສະປາຍໂຍນ, ການແພດ ແລະກົດໝາຍ. ສ່ວນດ້ານກິລາ, ກົມ ກິລາລະດັບສູງ ສສກ ໄດ້ລົງນາມ ບົດບັນທຶກວ່າດ້ວຍດ້ານກິລາກັບ ສະຖາບັນກິລາ, ພະລະສຶກສາ ແລະ ສິລະປະ ສ ກູບາ ໃນປີ 2018 ແລະ ສົກປີ 2022-2026 ທີ່ຫາກໍສິ້ນສຸດ ໃນເດືອນ 3 ປີ 2026 ນີ້. ນອກນັ້ນ, ຜ່ານມາ ກູບາ ໄດ້ສົ່ງຄູຝຶກກິລາຈໍາ ນວນຫລາຍທ່ານເພື່ອມາຊ່ວຍຝຶກ ສອນນັກກິລາລາວ ຊຶ່ງປະກອບມີ ຄູຝືກກິລາມວຍສາກົນ ແລະ ຄູຝຶກ ແລ່ນ-ລານ. ໂອກາດນີ້, ທ່ານ ກິ່ງມະໂນ ພົມມະຫາໄຊ ກໍໄດ້ສະແດງຄວາມ ຂອບໃຈຢ່າງຈິງໃຈມາຍັງທ່ານເອກ ອັກຄະລັດຖະທູດ ສ ກູບາ ປະຈຳ ສປປ ລາວ ໄປຍັງລັດຖະບານ ສາທາລະນະລັດກູບາ ທີ່ໃຫ້ການ ຊ່ວຍເຫລືອໃນການພັດທະນາຊັບ ພະຍາກອນມະນຸດຂອງ ສປປ ລາວ ຕະຫລອດມາ. ຂ່າວ-ພາບ: ສສກ

KPL

ຂ່າວອື່ນໆ

ads
ads

Top