ຂ່າວຕ່າງປະເທດ7/10/2025 3:20:51 PM
ກະຊວງ ສາທາລະນະສຸກໄທ ປະກາດວ່າ ນັບແຕ່ ວັນທີ 9 ກໍລະກົດນີ້ ເປັນຕົ້ນໄປ ສຳລັບ ການຈຳໜ່າຍ ກັນຊາ ໃນທົ່ວປະເທດ ຈະປະຕິບັດລະບຽບ ການຄຸ້ມຄອງ ຕາມໃບສັ່ງຢາ ຢ່າງເຂັ້ມງວດ.
ຂ່າວຕ່າງປະເທດ7/9/2025 10:27:39 PM
ກອງປະຊຸມ ລັດຖະມົນຕີ ການຕ່າງປະເທດ ອາຊຽນ ຄັ້ງທີ 58 ໃນວັນທີ 9 ກໍລະກົດຢູ່ ມາເລເຊຍ, ທ່ານ ອັນວາ ອິບຣາຮິມ(Anwar Ibrahim),ນາຍົກລັດຖະມົນຕີ ມາເລເຊຍ ໄດ້ກ່າວເນັ້ນໜັ້ກວ່າ: ບັນດາ ລັດຖະມົນຕີ ການຕ່າງປະເທດ ແລະ ເສດຖະກິດ ໃນພາກພື້ນ ຕ້ອງສົມທົບກັນ ຢ່າງແໜ້ນແຟ້ນ, ຍ້ອນວ່າມີແຕ່ພ້ອມກັນກະທຳ, ອາຊຽນ ຈຶ່ງອາດສາມາດ ນຳຈິດໃຈ ສາມັກຄີ ກາຍເປັນໝາກຜົນ ຢ່າງລະອຽດ ແລະ ແທດຈິງໃຫ້ແກ່ ພາກພື້ນ.
ຂ່າວຕ່າງປະເທດ7/9/2025 10:27:34 PM
ບໍລິສັດໃຫຍ່ ການບິນ ຫວຽດນາມ (Vietnam Airlines)ໄດ້ຕ້ອນຮັບ ຜູ້ໂດຍສານ ປະມານ 350 ລ້ານເທື່ອຄົນ ເຊິ່ງແມ່ນຂີດໝາຍສຳຄັນ ໃນໄລຍະ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ(1995-2025).
ຂ່າວຕ່າງປະເທດ7/9/2025 10:27:16 PM
ໄພນ້ຳຖ້ວມ ທີ່ເກີດຂຶ້ນຢູ່ ລັດເທັກຊັສ ຂອງສ.ອາເມລິກາ ເຮັດໃຫ້ມີ ຜູ້ເສຍຊີວິດ ຢ່າງໜ້ອຍ 111 ຄົນ, ນອກນີ້ ຍັງມີຜູ້ສູນຫາຍ 172 ຄົນ.
ຂ່າວຕ່າງປະເທດ7/9/2025 3:02:28 PM
ອິນໂດເນເຊຍ ຈະເພີ່ມການຊື້ ສິນຄ້າ ແລະ ພະລັງງານຈາກ ສ.ອາເມລິກາ ເພື່ອແລກປ່ຽນກັບ ການໄດ້ຫລຸດ ອັດຕາ ພາສີ ຈາກ ສ.ອາເມລິກາ ພາຍຫລັງ ຜູ້ປະກອບການຂອງ ອິນໂດເນເຊຍ ລົງນາມ ໃນຂໍ້ຕົກລົງກັບ ຝ່າຍທີ່ກ່ຽວຂ້ອງ ຂອງ ສ.ອາເມລິກາ ເພື່ອເພີ່ມ ການນຳເຂົ້າ ສິນຄ້າ ຈາກ ສ.ອາເມລິກາ.
ຂ່າວຕ່າງປະເທດ7/9/2025 2:32:09 PM
ສ.ອາເມລິກາ ສາມາດ ຈັດເກັບ ພາສີ ນຳເຂົ້າແລ້ວ ປະມານ 100 ຕື້ໂດລາສະຫະລັດ ແລະຄາດວ່າ ຈະບັນລຸເຖິງ 300ຕື້ໂດລາສະຫະລັດ ໃນທ້າຍປີ2025 ເນື່ອງຈາກ ນະໂຍບາຍຂອງ ທ່ານ ໂດນັນ ທຣຳ,ປະທານາທິບໍດີ ສ.ອາເມລິກາ ເລີ່ມສົ່ງຜົນ ໃຫ້ການຈັດ ເກັບພາສີ ເພີ່ມຂຶ້ນ ຢ່າງຫລວງຫລາຍ
ຂ່າວຕ່າງປະເທດ7/9/2025 1:21:39 PM
ກອງປະຊຸມ ພົບປະ ຂອງນັກທຸລະກິດ ການສະໜອງ ແລະ ຄວາມຕ້ອງການ ກ່ອນການ ວາງສະແດງ ສໍາລັບ ເຂດວາງສະແດງ ເຄື່ອງບໍລິໂພກ ແລະ ເຂດວາງສະແດງ ການຄ້າການບໍລິການ ຂອງງານວາງສະແດງສິນຄ້າ ນຳເຂົ້າ ສາກົນຈີນ ຄັ້ງທີ 8 ກໍຄື ງານນໍາສະເໜີ ການດຶງດູດ ນັກທຸລະກິດຂອງນະຄອນຊຽງໄຮ້ ໄດ້ຈັດຂຶ້ນ ຢູ່ສູນປະຊຸມ ແລະ ວາງສະແດງແຫ່ງຊາດ(ຊຽງໄຮ້).
ຂ່າວຕ່າງປະເທດ7/9/2025 1:21:29 PM
ປັດຈຸບັນ, ກຳປູເຈຍ ມີຜະລິດ ຕະພັນ ກະສິກຳ 300ກວ່າຊະນິດ ສາມາດສົ່ງອອກ ໄປຂາຍ ຢູ່ຕະຫລາດຈີນ ແລະ ປະເທດນີ້ ພວມຕັ້ງໜ້າ ພະຍາຍາມ ຫາໂອກາດ ເພື່ອເປີດກວ້າງການສົ່ງອອກ ໄປ ສປ ຈີນ ຕື່ມອີກ.
ຂ່າວຕ່າງປະເທດ7/9/2025 1:21:19 PM
ກອງປະຊຸມ ຄະນະ ລັດຖະບານ ທີ່ຈັດຂຶ້ນ ໃນວັນທີ 8 ກໍລະກົດນີ້ ໄດ້ຮັບຮອງເອົາ ຂໍ້ສະເໜີ ຂອງກະຊວງການເງິນ, ໂດຍເຫັນດີຖອນຄືນ ວາລະທີ່ຍື່ນຮ່າງ “ກົດໝາຍ ວ່າດ້ວຍ ສະຖານທີ່ ບັນເທີງ ຄົບວົງຈອນ ສະບັບ ປັບປຸງ” ໄປພິຈາລະນາ ໃນລັດຖະສະພາ.
ຂ່າວຕ່າງປະເທດ7/9/2025 1:21:05 PM
ໃນໄລຍະ 6 ເດືອນຕົ້ນປີນີ້, ການຜະລິດ ກະສິກຳ ເປັນປົກກະຕິ ດ້ວຍວົງເງິນ ສົ່ງອອກ ບັນລຸເກືອບ 34 ຕື້ໂດລາ ສະຫະລັດ, ໃນນັ້ນ ສ.ອາເມລິກາ ນຳໜ້າ ຕະຫລາດ ນຳເຂົ້າ ຜະລິດ ຕະພັນ ກະສິກຳ ເຄື່ອງປ່າຂອງດົງ, ສິນໃນນ້ຳຂອງ ສສ ຫວຽດນາມ, ດ້ວຍອັດຕາສ່ວນ ຫລາຍກວ່າ 21%, ຖັດມາແມ່ນ ສປ ຈີນ ແລະ ຍີ່ປຸ່ນ.