ຂປລ
ບໍລິສັດໃຫຍ່ ການບິນ ຫວຽດນາມ (Vietnam Airlines)ໄດ້ຕ້ອນຮັບ ຜູ້ໂດຍສານ ປະມານ 350 ລ້ານເທື່ອຄົນ ເຊິ່ງແມ່ນຂີດໝາຍສຳຄັນ ໃນໄລຍະ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ(1995-2025).
ຂປລ.ວິທະຍຸ ກະຈາຍສຽງ ຫວຽດນາມ,ວັນທີ 9 ກໍລະກົດນີ້, ຢູ່ສະໜາມບິນ ສາກົນ ຝຸບ່າຍ (ນະຄອນເຫ້ວ), ບໍລິສັດໃຫຍ່ ການບິນ ຫວຽດນາມ (Vietnam Airlines)ໄດ້ຕ້ອນຮັບ ຜູ້ໂດຍສານ ປະມານ 350 ລ້ານເທື່ອຄົນ ເຊິ່ງແມ່ນຂີດໝາຍສຳຄັນ ໃນໄລຍະ 30 ປີແຫ່ງການສ້າງຕັ້ງ ແລະ ພັດທະນາ(1995-2025).ຈາກນັ້ນ ທ່ານ ເລຫ໋າຍບິ່ງ ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ກ່າວເນັ້ນໜັກວ່າ: ເຫດການ ໄດ້ດຳເນີນກົງກັບ ພິທີສະເຫລີມ ສະຫລອງ 65 ປີແຫ່ງວັນມູນເຊື້ອ ຂະແໜງ ການທ່ອງທ່ຽວ ຫວຽດນາມ (9/7/1960–9/7/2025) ແລະ ໃນຂອບເຂດ ປີທ່ອງທ່ຽວ ແຫ່ງຊາດ 2025. ຂະນະທີ່ ການທ່ອງທ່ຽວ ຫວຽດນາມ ໄດ້ກາຍເປັນຂົວ ເຊື່ອມຕໍ່ ສຳຄັນຂອງ ສສ ຫວຽດນາມ ແລະ ໂລກ, ຕິດພັນກັບ ພາບພົດ ປະເທດຊາດ, ສີສັນຊົນເຜົ່າ ແລະ ຖານະບົດບາດຂອງ ສສ ຫວຽດນາມ ບົນເວທີສາກົນ. ເມື່ອເວົ້າເຖິງ ການທ່ອງທ່ຽວ, ຕ້ອງເວົ້າເຖິງ ການຮ່ວມເດີນທາງ, ການພັດທະນາ ແລະ ບົດບາດ ທີ່ສຳຄັນ ພິເສດ ຂອງຂະແໜງ ການບິນ ຫວຽດນາມ, ພິເສດໃນນັ້ນ ແມ່ນກຸ່ມບໍລິສັດ ການບິນ ຫວຽດນາມ(Vietnam Airlines)./.
(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ
KPL