ອິນໂດເນເຊຍ ຈະເພີ່ມການຊື້ສິນຄ້າ-ພະລັງງານຈາກ ສ.ອາເມລິກາ

09/07/2025 15:02
Email Print 374
ຂປລ ອິນໂດເນເຊຍ ຈະເພີ່ມການຊື້ ສິນຄ້າ ແລະ ພະລັງງານຈາກ ສ.ອາເມລິກາ ເພື່ອແລກປ່ຽນກັບ ການໄດ້ຫລຸດ ອັດຕາ ພາສີ ຈາກ ສ.ອາເມລິກາ ພາຍຫລັງ ຜູ້ປະກອບການຂອງ ອິນໂດເນເຊຍ ລົງນາມ ໃນຂໍ້ຕົກລົງກັບ ຝ່າຍທີ່ກ່ຽວຂ້ອງ ຂອງ ສ.ອາເມລິກາ ເພື່ອເພີ່ມ ການນຳເຂົ້າ ສິນຄ້າ ຈາກ ສ.ອາເມລິກາ.

ຂປລ.ຕາມຂ່າວຈາກ ວໍຊີງຕັນ,ວັນທີ9 ກໍລະກົດນີ້, ອິນໂດເນເຊຍ ຈະເພີ່ມການຊື້ ສິນຄ້າ ແລະ ພະລັງງານຈາກ ສ.ອາເມລິກາ ເພື່ອແລກປ່ຽນກັບ ການໄດ້ຫລຸດ ອັດຕາພາສີ ຈາກ ສ.ອາເມລິກາ ພາຍຫລັງ ຜູ້ປະກອບການຂອງ ອິນໂດເນເຊຍ ລົງນາມ ໃນຂໍ້ຕົກລົງກັບ ຝ່າຍທີ່ກ່ຽວຂ້ອງຂອງ ສ.ອາເມລິກາ ເພື່ອເພີ່ມ ການນຳເຂົ້າ ສິນຄ້າ ຈາກ ສ.ອາເມລິກາ. ຂະນະທີ່ ອິນໂດເນເຊຍ ເປັນປະເທດໜຶ່ງ ທີ່ມີຂະໜາດ ເສດຖະກິດ ໃຫຍ່ທີ່ສຸດ ໃນອາຊີ ຕາເວັນອອກ ສຽງໃຕ້(ອາຊຽນ) ໄດ້​ໃຫ້​ຂໍ້​ສະ​ເໜີ​ຕໍ່​ ສ.ອາ​ເມ​ລິ​ກາ​ ໃນ​ໄລຍະ ​​ການ​ເຈລະຈາ ເບື້ອງຕົ້ນ ລວມທັງ ຂໍ້ສະເໜີ ທີ່ຈະເພີ່ມ ການລົງທຶນ ມະຫາສານ ໃນ ສ.ອາເມລິກາ ແລະ ການເພີ່ມໂຄຕາ ນຳເຂົ້າ ສິນຄ້າ ກະສິກຳ,ສິນຄ້າ ບໍລິໂພກ ແລະ ພະລັງງານ ຢ່າງຫລວງຫລາຍ ຄິດເປັນມູນຄ່າ ສູງເຖິງ 34ຕື້ໂດລາສະຫະລັດ. ອິນໂດເນເຊຍ ເປັນ1 ໃນ14 ປະເທດ ທີ່ໄດ້ຮັບ ຈົດໝາຍແຈ້ງ ອັດຕາ ພາສີໃໝ່ ຈາກຜູ້ນຳ ສ.ອາເມລິກາ ກຳນົດ ອັດຕາ 32% ສຳລັບ ອິນໂດເນເຊຍ ຕັ້ງແຕ່ ວັນທີ 1 ສິີງຫາ 2025 ເປັນຕົ້ນໄປ./.

(ບັນນາທິການຂ່າວ: ຕ່າງປະເທດ) ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

KPL

ຂ່າວອື່ນໆ

ads
ads

Top